ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໔ ກັນຍາ ໒໐໒໓

ລັດຮາວາຍ ປະກາດການຈຶ້ງລາຄາສິນຄ້າອຸປະໂພກບໍລິໂພກ ໃນມາວອີ ຫຼັງເກີດເຫດການໄຟໄໝ້ຮຸນແຮງ


ພາບຖ່າຍທາງອາກາດທີ່ຖ່າຍໃນວັນທີ 10 ສິງຫາ 2023, ສະແດງໃຫ້ເຫັນບ້ານເຮືອນ ແລະ ອາຄານທີ່ໄດ້ຖືກເຜົາທຳລາຍຢ່າງຮາບຄາບ ຢູ່ບໍລິເວນແຄມນໍ້າໃນ ລາໄຮນາ ຫຼັງຈາກເກີດໄຟປ່າຢູ່ທາງຕາເວັນຕົກຂອງເກາະມາວອີ ລັດຮາວາຍ

ຫ້ອງການຄຸ້ມຄອງຜູ້ບໍລິໂພກ ຫຼື OCP ຂອງລັດຮາວາຍ (Hawaii) ໄດ້ປະກາດຈັດຕັ້ງການຈຶ້ງລາຄາສິນຄ້າອຸປະໂພກບໍລິໂພກທັງຫມົດ ໃນເກາະມາວອີ (Maui), ເຊິ່ງເປັນສະຖານທີ່ເກີດເຫດໄຟໄຫມ້ຮ້າຍແຮງ ທີ່ເຮັດໃຫ້ຢ່າງຫນ້ອຍ 53 ຄົນເສຍຊີວິດ ແລະຢ່າງຫນ້ອຍ 1,000 ຄົນຍັງຫາຍສາບສູນ.

ການຈຶ້ງລາຄາໄວ້ ກໍານົດໃຫ້ມີຜົນບັງຄັບໃຊ້ ຢ່າງຫນ້ອຍຈົນເຖິງທ້າຍເດືອນ, OCP ກ່າວໃນຖະແຫຼງການ, "ເວັ້ນເສຍແຕ່ວ່າຈະຖືກຍົກເລີກ ຫຼືປ່ຽນແທນໂດຍການປະກາດພາວະສຸກເສີນ ແຍກຕ່າງຫາກ."

ການຈຶ້ງໄວ້ ຫຼື freeze ຫມາຍຄວາມວ່າ ສິນຄ້າຈະຕ້ອງໄດ້ຂາຍໃນລາຄາກ່ອນເກີດເຫດສຸກເສີນ. ສິ່ງຂອງທີ່ໄດ້ຮັບຜົນກະທົບຈາກການຈຶ້ງໄວ້ ປະ​ກອບ​ມີ​ສະ​ບຽງ​ອາ​ຫານ, ນໍ້າ, ນໍ້າກ້ອນ, ນໍ້າມັນເຊື້ອໄຟ, ເຊື້ອ​ໄຟ​ປຸງ​ແຕ່ງ​ອາ​ຫານ, ຫມໍ້​ໄຟ, ເຄື່ອງ​ປັ່ນໄຟ, ອຸ​ປະ​ກອນ​ການ​ແພດ, ແລະ​ອຸ​ປະ​ກອນ​ການ​ກໍ່​ສ້າງ, ອີງ​ຕາມຂໍ້ມູນຂອງ OCP.

ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ມັນ​ຈະ​ຕ້ອງ​ໃຊ້​ເວ​ລາ​ຫລາຍ​ປີ ແລະ​ຫລາຍ​ພັນ​ລ້ານ​ໂດ​ລາ​ສໍາ​ລັບ​ເກາະຮາວາຍ ໃນການ​ຟື້ນໂຕ​ຈາກ​ຄວາມເສຍຫາຍທີ່ຮຸນແຮງ. ເມືອງລີສອດທີ່ມີຄຸນຄ່າທາງປະຫວັດສາດ ລາຮາຍນາ (Lahaina) ຂອງມາວອີ (Maui) ຖືກທຳລາຍຈົນເຫຼືອພຽງຂີ້ເທົ່າ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG