ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດຮາວາຍ ປົດເຈົ້າໜ້າທີ່ ຮັບຜິດຊອບ ໃນການສົ່ງ ຂໍ້ມູນເຕືອນ ກ່ຽວກັບ ລູກສອນໄຟ ທີ່ຜິດພາດ


Hawaii False Alarm
please wait
Embed

No media source currently available

0:00 0:01:21 0:00

ພະນັກງານລັດຮາວາຍຄົນນຶ່ງ ທີ່ຮັບຜິດຊອບ ໃນການສົ່ງຂໍ້ມູນແຈ້ງເຕືອນໄພທີ່ຜິດພາດ
ເມື່ອວັນທີ 13 ມັງກອນຜ່ານມາ ກ່ຽວກັບການໂຈມຕີດ້ວຍລູກສອນໄຟ ທີ່ກຳລັງຍິງເຂົ້າ
ມາໃສ່ ລັດດັ່ງກ່າວນັ້ນ ໄດ້ຖືກປົດອອກຈາກໜ້າທີ່ ຫຼັງຈາກມີລາຍງານທີ່ກ່າວວ່າ ພະນັກ
ງານຄົນນີ້ ໄດ້ມີປະຫວັດຂອງການເກີດຄວາມສັບສົນ ໃນລະຫວ່າງການຝຶກຊ້ອມ ດ້ວຍ
ເຫດການຊີວິດຈິງຫຼາຍຄັ້ງຜ່ານມາ.

ຂໍ້ມູນດັ່ງກ່າວ ໄດ້ຖືກເປີດເຜີຍ ໃນວັນອັງຄານວານນີ້ ຢູ່ໃນບົດລາຍງານໂດຍ ເຈົ້າໜ້າທີ່
ສືບສວນສອບສວນ ທ່ານ ບຣຸສ ໂອລີແວຣາ ຕໍ່ຜູ້ອຳນວຍການ ອົງການຄຸ້ມຄອງເຫດການ
ສຸກເສີນຂອງລັດຮາວາຍ.

ທ່ານເວີຣນ໌ ມີຢາກີ ອອກມາປາກົດໂຕຕໍ່ ມະຫາຊົນ ໃນການກ່າວປະກາດ ກ່ຽວກັບ ການເພີ່ມຕື່ມ ການເຕືອນໄພດ້ານນິວເຄລຍ ປະຈຳເດືອນ ອັນເປັນການທົດສອບ ທີ່ເອີ້ນວ່າ “ການເຕືອນໃຫ້ຊາບ” ຢູ່ໃນລັດຮາວາຍ. ທ່ານມີຢາກີ ໄດ້ລາອອກ ໃນຖານະເປັນເຈົ້າໜ້າທີ່ບໍລິຫານ ຂອງກົມຄຸ້ມຄອງເຫດການສຸກເສີນຂອງລັດ ໃນວັນທີ 30 ມັງກອນ 2018.
ທ່ານເວີຣນ໌ ມີຢາກີ ອອກມາປາກົດໂຕຕໍ່ ມະຫາຊົນ ໃນການກ່າວປະກາດ ກ່ຽວກັບ ການເພີ່ມຕື່ມ ການເຕືອນໄພດ້ານນິວເຄລຍ ປະຈຳເດືອນ ອັນເປັນການທົດສອບ ທີ່ເອີ້ນວ່າ “ການເຕືອນໃຫ້ຊາບ” ຢູ່ໃນລັດຮາວາຍ. ທ່ານມີຢາກີ ໄດ້ລາອອກ ໃນຖານະເປັນເຈົ້າໜ້າທີ່ບໍລິຫານ ຂອງກົມຄຸ້ມຄອງເຫດການສຸກເສີນຂອງລັດ ໃນວັນທີ 30 ມັງກອນ 2018.

ທ່ານເວີຣນ໌ ມີຢາກີ ຜູ້ບໍລິຫານຂອງອົງການດັ່ງກ່າວໄດ້ລາອອກຈາກຕຳແໜ່ງ ໃນວັນ
ອັງຄານວານນີ້ ໃນຂະນະທີ່ມີການເປີດເຜີຍຂໍ້ມູນເຫຼົ່ານັ້ນອອກມາສູ່ສາຍຕາຂອງ
ມະຫາຊົນ.

ບົດລາຍງານໄດ້ກ່າວວ່າ ພະນັກງານຜູ້ຮັບຜິດຊອບ ໃນການສົ່ງຂໍ້ຄວາມແຈ້ງເຕືອນ
ທີ່ຜິດພາດນັ້ນ ບໍ່ຮູ້ວ່າ ຄຳສັ່ງສຳລັບການຝຶກຊ້ອມເຫດສຸກເສີນແມ່ນໄດ້ຖືກແຈ້ງອອກ
ມາແລ້ວ ແລະ ແທນທີ່ຈະເປັນການຝຶກຊ້ອມ ການແຈ້ງເຕືອນເຫດການຈິງຂອງໂລກ
ໄດ້ຖືກດຳເນີນການ ໂດຍການສົ່ງການແຈ້ງເຕືອນໄປຍັງ ໂທລະສັບມືຖືທັງຫຼາຍ ພ້ອມ
ທັງ ວິທະຍຸ ແລະໂທລະພາບ ທົ່ວລັດຮາວາຍ. ເຫດການທີ່ເກີດຂຶ້ນເມື່ອຕອນເຊົ້າ ວັນ
ເສົາດັ່ງກ່າວນັ້ນ ນຳພາໃຫ້ປະຊາຊົນ ໃນລັດຮາວາຍເຊື່ອວ່າ ພວກເຂົາເຈົ້າກຳລັງຖືກ
ໂຈມຕີ ໃນໄລຍະເວລາຫຼາຍກວ່າ ເຄິ່ງຊົ່ວໂມງ.

ຂໍ້ຄວາມທີ່ໄດ້ຖືກສົ່ງອອກໄປນັ້ນ ໄດ້ກ່າວວ່າ ການໂຈມຕີດ້ວຍລູກສອນໄຟແມ່ນຈະ
ເກີດຂຶ້ນໃນໄວໆນີ້ ແລະໄດ້ແນະນຳໃຫ້ປະຊາຊົນ ຊອກຫາສະຖານທີ່ຫລົບລີ້ ໃນທັນທີ
ແລະໄດ້ເນັ້ນຢ້ຳວ່າ “ອັນນີ້ບໍ່ແມ່ນການຝຶກຊ້ອມ.”

ພາບຖ່າຍຈາກຈໍໂທລະສັບ ຂອງບັນຊີ ທວີຕເຕີ ທີ່ສະແດງໃຫ້ເຫັນ ຂໍ້ຄວາມເຕືອນໄພສຸກເສີນ ຂອງລູກສອນໄຟ ສຳລັບ ລັດຮາວາຍ, ວັນທີ 13 ມັງກອນ 2018, ຢູ່ໃນພາບນີ້ ເຊິ່ງໄດ້ມາຈາກສື່ສັງຄົມ.
ພາບຖ່າຍຈາກຈໍໂທລະສັບ ຂອງບັນຊີ ທວີຕເຕີ ທີ່ສະແດງໃຫ້ເຫັນ ຂໍ້ຄວາມເຕືອນໄພສຸກເສີນ ຂອງລູກສອນໄຟ ສຳລັບ ລັດຮາວາຍ, ວັນທີ 13 ມັງກອນ 2018, ຢູ່ໃນພາບນີ້ ເຊິ່ງໄດ້ມາຈາກສື່ສັງຄົມ.

ໃນຂະນະດຽວກັນ ປະຊາຊົນໃນລັດຮາວາຍຫຼາຍຄົນ ໄດ້ໂທລະສັບ ໄປຫາຄົນຮັກແພງ
ຂອງພວກເຂົາເຈົ້າ ແລະ ໄປຊອກຫາສະຖານທີ່ຫລົບລີ້ ຊຶ່ງບາງຄົນ ໄດ້ເປີດຝາຮູໃຕ້ດິນ
ເພື່ອລົງໄປຫລົບລີ້ ເຊິ່ງມັນໄດ້ໃຊ້ເວລາ 38 ນາທີ ກ່ອນທີ່ພວກພະນັກງານ ຢູ່ທີ່ອົງການ
ຄຸ້ມຄອງເຫດສຸກເສີນ ຈະໄດ້ສົ່ງຂໍ້ຄວາມອອກໄປໂດຍຜ່ານທາງໂທລະສັບມືຖື ວ່າ
ການແຈ້ງເຕືອນນັ້ນ ແມ່ນຜິດພາດ.

ໃນລະຫວ່າງເວລານັ້ນ ບົດລາຍງານໄດ້ກ່າວວ່າ ພະນັກງານທີ່ໄດ້ສົ່ງການແຈ້ງເຕືອນ
ອອກໄປໃນເບື້ອງຕົ້ນ ໄດ້ຖືກລະບຸໂຕ ພຽງແຕ່ ຄື “ພະນັກງານເລກນຶ່ງ” ໄດ້ຖືກສັ່ງໃຫ້ສົ່ງ
ການຍົກເລີກອອກໄປ. ອີງຕາມລາຍງານ ແທນທີ່ຜູ້ກ່ຽວຈະເຮັດຕາມຄຳສັ່ງ ພະນັກງານ
ເລກນຶ່ງ “ພຽງແຕ່ນັ່ງຢູ່ຊື່ໆ ແລະ ບໍ່ໄດ້ຕອບເລີຍ.” ບົດລາຍງານ ໄດ້ກ່າວອີກວ່າ ໃນ
ຂະນະທີ່ ພະນັກງານອີກ 5 ຄົນ ໄດ້ຮັບຮູ້ເຖິງຄຳສັ່ງ ແລະພະຍາຍາມຈະແກ້ໄຂບັນຫາ
ຢູ່ນັ້ນ ພະນັກງານເລກນຶ່ງ “ກໍນັ່ງເສີຍແລະ ປາກົດວ່າ ມີຄວາມສັບສົນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG