ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈຳນວນຜູ້ເສຍຊີວິດ ຈາກເຫດການໄຟໄໝ້ຢູ່ຮາວາຍ ເພີ່ມຂຶ້ນເປັນ 99 ຄົນ, ອາດຈະເພີ່ມຂຶ້ນເປັນສອງເທົ່າ, ຜູ້ປົກຄອງລັດເຕືອນ


ປະຊາຊົນເຂົ້າແຖວ ລໍຖ້າ ເພື່ອຮັບອາຫານຟຣີທີ່ສູນແຈກຈ່າຍ ສຳລັບຜູ້ທີ່ໄດ້ຮັບຜົນກະທົບຈາກເຫດການໄຟໄໝ້ ຢູ່ມາວອີ ຢູ່ສວນສາທາລະນະ Honokawai Beach ໃນເມືອງ Napili-Honokowai,​ ທາງຕາເວັນຕົກຂອງມາວອີ, ລັດຮາວາຍ, ວັນທີ 14 ສິງຫາ 2023
ປະຊາຊົນເຂົ້າແຖວ ລໍຖ້າ ເພື່ອຮັບອາຫານຟຣີທີ່ສູນແຈກຈ່າຍ ສຳລັບຜູ້ທີ່ໄດ້ຮັບຜົນກະທົບຈາກເຫດການໄຟໄໝ້ ຢູ່ມາວອີ ຢູ່ສວນສາທາລະນະ Honokawai Beach ໃນເມືອງ Napili-Honokowai,​ ທາງຕາເວັນຕົກຂອງມາວອີ, ລັດຮາວາຍ, ວັນທີ 14 ສິງຫາ 2023

​ຈຳນວນ​ຜູ້​ເສຍ​ຊີວິດ​ໃນ​ໄຟ​ໄໝ້​ປ່າ​ ​ຢູ່​ລັດຮາວາຍ (Hawaii) ​ໄດ້​ເພີ່ມ​ຂຶ້ນ​ເປັນ 99 ຄົນ ​ແລະອາດຈະ​ເພີ່ມ​ຂຶ້ນ​ເປັນ​ສອງ​ເທົ່າ​ໃນອີກ 10 ມື້​ຂ້າງ​ໜ້າ, ​ຜູ້ປົກຄອງລັດ ​ກ່າວ​ໃນ​ວັນ​ຈັນ​ວານ​ນີ້ ໃນ​ຂະນະ​ທີ່​ເຈົ້າ​ໜ້າ​ທີ່​ສຸກ​ເສີນ​ໄດ້ພະຍາຍາມ​ສຳຫຼວດພື້ນທີ່ ທີ່ຖືກເຜົາ​ໄໝ້ດ້ວຍຄວາມອົດທົນ ເພື່ອຊອກຫາຊາກສົບມະນຸດເພີ່ມຕື່ມ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ AFP.

ເຫດການໄຟໄໝ້ປ່າຢູ່ເກາະມາວອີ (Maui) ໃນອາທິດແລ້ວນີ້ ແມ່ນໄຟໄໝ້ປ່າ ທີ່ເຮັດໃຫ້ມີຜູ້ເສຍຊີວິດຫຼາຍທີ່ສຸດໃນຮອບນຶ່ງສັດຕະວັດ ຂອງສະຫະລັດ, ໂດຍມາເຖິງປັດຈຸບັນນີ້ ມີພຽງ 1/4 ຂອງຊາກຫັກພັງຂອງເມືອງ ລາຮາຍນາ (Lahaina) ທີ່ຖືກທຳລາຍ ໄດ້ມີການຄົ້ນຫາຜູ້ເຄາະຮ້າຍ.

ຜູ້ປົກຄອງລັດ ທ່ານຈອຊ ກຣີນ (Josh Green) ກ່າວວ່າ ຜູ້ເສຍຊີວິດແມ່ນເພີ່ມຂຶ້ນແນ່ນອນ, ເນື່ອງຈາກວ່າໜ່ວຍກູ້ໄພສຸກເສີນພ້ອມກັບໝາຊອກຫາຊາກສົບ ຕ້ອງຍັງຄົງສືບຕໍ່ເຮັດພາລະກິດຂອງພວກເຂົາຢູ່ເຮືອນຫຼາຍຮ້ອຍຫຼັງແລະຍານພາຫະນະທີ່ຖືກໄຟໄຫມ້.

"ມີຜູ້ເສຍຊີວິດ 99 ຄົນທີ່ໄດ້ຮັບການຢືນຢັນແລ້ວ," ທ່ານກ່າວໃນການຖະແຫຼງຂ່າວ ໃນວັນຈັນວານນີ້.

ທ່ານ ກຣີນ (Green) ໄດ້ບອກກັບ CNN ກ່ອນຫນ້ານີ້ ໂດຍໄດ້ເຕືອນວ່າ, "ໃນໄລຍະ 10 ມື້ຂ້າງຫນ້າ, ຕົວເລກນີ້ອາດເພີ່ມຂຶ້ນເປັນສອງເທົ່າ."

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG