ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສູນອົບພະຍົບຕ່າງໆ ສາມາດຫລົບຫລີກ ການຕິດພະຍາດໂຄວິດໄດ້ແທ້ບໍ?


ພວກອົບພະຍົບ ແລະພວກທີ່ຂໍລີ້ໄພ ໄດ້ຖືກຍົກຍ້າຍອອກມາຈາກປະເທດລີເບຍ ໄດ້ຮັບການສັກຢາວັກຊີນກັນໂຄວິດ-19 ເຂັມທຳອິດ ຢູ່ທີ່ສູນກາງກົນໄກຜ່ານທາງສຸກເສີນ ຢູ່ໃນເມືອງກາໂຊຣາ ຂອງປະເທດຣວັນດາ. (© UNHCR/Plaisir Muzogeye) 
ພວກອົບພະຍົບ ແລະພວກທີ່ຂໍລີ້ໄພ ໄດ້ຖືກຍົກຍ້າຍອອກມາຈາກປະເທດລີເບຍ ໄດ້ຮັບການສັກຢາວັກຊີນກັນໂຄວິດ-19 ເຂັມທຳອິດ ຢູ່ທີ່ສູນກາງກົນໄກຜ່ານທາງສຸກເສີນ ຢູ່ໃນເມືອງກາໂຊຣາ ຂອງປະເທດຣວັນດາ. (© UNHCR/Plaisir Muzogeye) 

ໄດ້ປະມານສອງປີແລ້ວ ທີ່​ມີການລະບາດຂອງພະຍາດໂຄວິດ-19 ຊຶ່ງບໍ່ມີລາຍງານວ່າມີການລະບາດຄັ້ງໃຫຍ່ຢູ່ໃນສູນອົບພະຍົບໃດໆເລີຍ ໃນປັດຈຸບັນນີ້ ແລະບັນດານັກຊ່ຽວຊານດ້ານສາທາລະນະສຸກມີທິດສະດີຕ່າງໆກ່ຽວກັບວ່າ ເປັນຍ້ອນຫຍັງ. ແຕ່ພວກເຂົາເຈົ້າຍັງສືບຕໍ່ຮຽກຮ້ອງໃຫ້ລະມັດ​ລະວັງຕໍ່ “ໄພອັນ ຕະລາຍທີ່ແທ້ຈິງ ແລະມີຢູ່ໃນປັດຈຸບັນນີ້ ຂອງການຕິດແປດຢ່າງແຜ່ຫຼາຍ” ຢູ່ໃນສູນອົບພະຍົບທັງຫຼາຍ ດັ່ງ​ໃນທີ່ອົງການອະນາໄມໂລກໄດ້ເຕືອນໄປນັ້ນ.

ໂຄສົກຂອງອົງການເພື່ອອົບພະຍົບຂອງສະຫະປະຊາຊາດ ຫຼື UNHCR ທ່ານນາງ ໄອແຄເທີຣີນີ ຄິຕີດີ (Aikaterini Kitidi) ໃນການສົ່ງອີເມລຫາກັນ ກັບວີໂອເອນັ້ນ​ໄດ້​ຮັບ​ຮູ້ວ່າ “ມີ​ຄວາມຢ້ານກົວ ແລະກໍໄດ້ກະກຽມກັນ​ຢູ່ສຳລັບ ການລະບາດຂະໜາດໃຫຍ່ຢູ່ທີ່ສູນອົບພະຍົບທັງຫຼາຍ ຊຶ່ງເປັນຈັ່ງໂຊກມັນບໍ່ໄດ້ ເກີດຂຶ້ນ.”

ທ່ານນາງເວົ້າອີກວ່າ “ເຖິງຢ່າງໃດກໍຕາມ ອັນນີ້ກໍບໍ່ໝາຍຄວາມວ່າ ພວກເຮົາ ແມ່ນຍັງໄດ້ພົ້ນຈາກໄພອັນຕະລາຍໄປ​ແລ້ວ.” ໂດຍມີໄວຣັສສາພັນໃໝ່ເຊັ່ນ ໂອໄມຄຣອນ “ຊຶ່ງຕິດແປດໄດ້ໄວຂຶ້ນກວ່າເກົ່າ, ພວກເຮົາອາດຈະເຫັນວ່າ ມີຫຼາຍໆກໍລະນີຕື່ມອີກ. ພວກເຮົາຕ້ອງຍັງຄົງລະມັດລະວັງ ແລະຍົກລະດັບ ການສິ້ງຊອມເບິ່ງ ແລະກວດຫາໄວຣັສ ພ້ອມກັບ ແຈກຢາຍຢາວັກຊີນ ໃຫ້​ສະ​ເໝີ​ພາບກັນ.”

ອົງການ UNHCR ຄາດຄະເນວ່າ ມີປະມານ 80 ລ້ານຄົນໃນທົ່ວໂລກ ໄດ້ຖືກບັງຄັບໃຫ້ຍົກຍ້າຍຖິ່ນຖານ ຍ້ອນການກົດຂີ່ຂົ່ມເຫັງແລະບັນຫາຂັດແຍ້ງ ໂດຍສ່ວນໃຫຍ່ແລ້ວ ພວກເຂົາອາໄສຢູ່ໃນປະເທດທີ່ມີຊັບພະຍາກອນຕ່ຳ ພ້ອມກັບລະບົບສາທາລະນະສຸກທີ່ບໍ່ຄ່ອຍດີ. ເຂົາເຈົ້າຫຼາຍລ້ານຄົນກຳລັງອາໄສຢູ່ໃນສູນອົບພະຍົບແຫ່ງຕ່າງໆ-ບາງບ່ອນກໍເປັນທາງການ ບາງບ່ອນກໍບໍ່ເປັນທາງການ ແລະໂດຍມີນ້ຳສະອາດແລະສະຖານທີ່ສຸຂາພິບານທີ່ຈຳກັດ. ພວກເຂົາຍັງປະເຊີນກັບການຢູ່ກິນຢ່າງແອອັດ ຊຶ່ງເຮັດໃຫ້ການຢູ່ຫ່າງກັນນັ້ນ ເປັນເລື້ອງທີ່ທ້າທາຍຫລາຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG