ການສໍາຫລວດຢັ່ງຫາງສຽງຄັ້ງໃໝ່ໄດ້ພົບວ່າ ຜູ້ປ່ອນບັດຊາວອາເມຣິກັນ 63ເປີເຊັນ
ເຊື່ອວ່າ ລະດັບຄວາມກຽດຊັງແລະຄວາມລໍາອຽງ ທີ່ມີຕໍ່ຊົນກຸ່ມໜ້ອຍ ຢູ່ໃນສະຫະລັດ
ໄດ້ເພີ້ມທະວີຂຶ້ນ ພາຍຫລັງທີ່ທ່ານ Donald Trump ໄດ້ຖືກເລືອກຕັ້ງໃຫ້ເປັນປະທາ
ນາທິບໍດີ ໃນເດືອນພະຈິກປີກາຍ ເປັນຕົ້ນມາ.
ການຢັ່ງຫາງສຽງ ທີ່ໄດ້ຖືກເປີດເຜີຍ ໃນວັນພະຫັດວານນີ້ ໂດຍມະຫາວິທະຍາໄລ Quinnipiac ໃນລັດ Connecticut ຍັງໄດ້ພົບວ່າ 32ເປີເຊັນ ຄິດວ່າ ລະດັບຄວາມ
ກຽດຊັງບໍ່ມີການປ່ຽນແປງ ແລະ 2ເປີເຊັນ ຄິດວ່າ ລະດັບດັ່ງກ່າວໄດ້ຫລຸດລົງ ໃນຂະ
ນະທີ່ 3ເປີເຊັນ ບໍ່ອອກຄໍາເຫັນຫຍັງ.
ຫລາຍກວ່າ ¾ ຫລື 77ເປີເຊັນ ຂອງຄົນທີ່ເຂົ້າຮ່ວມການສໍາຫລວດ ຮູ້ສຶກວ່າ ຄວາມ
ລໍາອຽງທີ່ມີຕໍ່ກຸ່ມຊົນກຸ່ມໜ້ອຍ ແມ່ນຮ້າຍແຮງ “ຫລາຍ” ຫລື “ຂ້ອນຂ້າງຮ້າຍແຮງຫລາຍ”.
ໃນຈໍານວນຜູ້ເຂົ້າຮ່ວມທັງໝົດນັ້ນ, 48 ເປີເຊັນເວົ້າວ່າ ຄວາມລໍາອຽງດັ່ງກ່າວແມ່ນ “ຮ້າຍແຮງຫລາຍ” ເມື່ອທຽບກັບ 41ເປີເຊັນ ຮູ້ສຶກແບບນັ້ນ ໃນການຢັ່ງຫາງສຽງໃນຄັ້ງກ່ອນ
ທີ່ໄດ້ເປີດເຜີຍໃຫ້ຮູ້ໃນວັນທີ 29 ມິຖຸນາ ປີ 2016.
ພຽງແຕ່ໃນເດືອນແລ້ວນີ້ ເດືອນດຽວເທົ່ານັ້ນ ລະດັບຄວາມຄິດ ຕໍ່ຕ້ານຊາວຢີວ ໄດ້ເພີ້ມທະວີຂຶ້ນຢ່າງຫລວງຫລາຍ. 70ເປີເຊັນ ຂອງຜູ້ປ່ອນບັດເລືອກຕັ້ງຊາວອາເມຣິກັນ ເຊື່ອວ່າ ຄວາມກຽດຊັງທີ່ມີຕໍ່ຊາວ ຢີວແມ່ນຮ້າຍແຮງ “ຫລາຍ” ຫລື “ຂ້ອນຂ້າງຫລາຍ”, ຊຶ່ງເພີ້ມຂຶ້ນຢ່າງແຮງຈາກ 49ເປີເຊັນ ທີ່ພົບຢູ່ໃນການສໍາຫລວດຢັ່ງຫາງສຽງ ໃນວັນທີ 8 ກຸມພາ ທີ່ຜ່ານມາ.
ຜູ້ເຂົ້າຮ່ວມການສໍາຫລວດ ໃຫ້ຄວາມເຫັນ ກ່ຽວກັບການຮັບມືຂອງປະທານາທິບໍດີ Trump ຕໍ່ການນາບຂູ່ທີ່ຈະໂຈມຕີດ້ວຍລະເບີດໃສ່ສູນປະຊາຄົມຊາວຢີວ ແລະການທໍາລາຍທີ່ປ່າຊ້າຂອງຊາວຢີວ ໃນລະດັບເກືອຍບເທົ່າໆ ກັນ ຊຶ່ງ 37ເປີເຊັນ ແມ່ນເຫັນດີນໍາ ໃນຂະນະທີ່ 38ເປີເຊັນ ແມ່ນບໍ່ເຫັນດີນໍາ.
ທ່ານ Tim Malloy, ເຈົ້າໜ້າທີ່ຂອງມະຫາວິທະຍາໄລ Quinnipiac ກ່າວວ່າ “ຊາວອາເມຣິກັນມີຄວາມກັງວົນໃຈວ່າ ກໍາລັງມືດຂອງຄວາມລໍາອຽງ ແລະການຕໍ່ຕ້ານຊາວຢີວ ກໍາລັງຈະເຜີຍໃຫ້ເຫັນພວກທີ່ຊົ່ວຮ້າຍ.” “ຜູ້ປ່ອນບັດເລືອກຕັ້ງມີຄວາມເຊື່ອໝັ້ນ ກັບການຮັບມືຂອງຄະນະລັດຖະບານປັດຈຸບັນ ໜ້ອຍລົງ”
ໃນຄຳປາໄສເທື່ອທຳອິດຕໍ່ລັດຖະສະພາ ເມື່ອວັນທີ 28 ກຸມພາ ຜ່ານມານີ້ ປະທານາ
ທິບໍດີ Trump ໄດ້ປະນາມ ການຍິງສັງຫານນັກວິສະວະກອນດ້ານຄອມພິວເຕີ້ຊາວ
ອິນເດຍ 6 ມື້ ກ່ອນໜ້ານັ້ນ ທີ່ລັດ Kansas ໂດຍເອີ້ນການສັງຫານນີ້ວ່າ “ເປັນການກະ ທຳທີ່ມີຈຸດປະສົງຮ້າຍທາງດ້ານເຊື້ອຊາດຜິວພັນ.”