ການສະແດງນິ້ວມືເພື່ອສື່ສານທີ່ໝາຍຄວາມວ່າ ທຸກຢ່າງບໍ່ມີບັນຫາຫຍັງ ຫລື OK ນັ້ນ ບັດນີ້ ໄດ້ກັບກາຍມາເປັນສັນຍາລັກທີ່ພວກຜິວຂາວທີ່ຖືວ່າຕົນດີເລີດ ແລະພວກຂວາຈັດອື່ນໆ ໃຊ້ເພື່ອບອກວ່າ ກຽດຊັງ.
ສັນນິບາດຕ້ານການໝິ່ນປະໝາດ ຫລື ADL, ຊຶ່ງເປັນກຸ່ມປົກປ້ອງສິດທິຂອງພົນລະເມືອງຊາວຢິວ ໄດ້ເອົາສັນຍານທີ່ໃຊ້ນິ້ວຊີ້ແຕະໃສ່ກັບນີິ້ວໂປ້ ແລ້ວ ປ່ອຍນິ້ວມືສາມນິ້ວ ທີ່ຍັງເຫລືອຊີ້ຂຶ້ນນັ້ນ ໄປໄວ້ໃນຖານຂໍ້ມູນຂອງ "ການສະແດງເຖິງຄວາມກຽດຊັງ" ທາງອິນເຕີເນັດຂອງຕົນ.
ສັນຍາລັກ OK ໄດ້ຖືກເອົາເຂົ້າໄວ້ຢູ່ນຳຊົງຜົມຮູບຖ້ວຍ ທີ່ທ້າວໄດແລນ ຣຸຟ (Dylann Roof), ນັກຄາດຕະກອນສັງຫານໝູ່ໄດ້ໃຊ້ນັ້ນ, ພາບເຄື່ອງໝາຍທີ່ເອີ້ນກັນວ່າ "ຊາຍໃນດວງເດືອນ”, ໄມ້ກາງເຂນທີ່ຖືກໄຟໄໝ້, ຊຸດເຄື່ອງນຸ່ງຂອງກຸ່ມຄູ ຄລຸກ ຄັນ ຫລື KKK ແລະເຄື່ອງໝາຍສະວັດຕີກາຂອງພວກນາຊີ ໃນຖານຂໍ້ມູນທີ່ໄດ້ເລີ້ມຕົ້ນໃຊ້ແຕ່ປີ 2000 ເປັນຕົ້ນມານັ້ນ.
"ເຖິງແມ່ນວ່າ ພວກຫົວແຮງຈັດຈະສືບຕໍ່ໃຊ້ສັນຍາລັກທີ່ມີມາອາດຈະໄດ້ຫລາຍປີ ຫລືຫລາຍທົດສະວັດແລ້ວກໍຕາມ, ແຕ່ວ່າ ພວກເຂົາກໍມັກຈະສ້າງສັນຍາລັກ, ພາບທີ່ບົ່ງບອກຄວາມໝາຍ ແລະຄຳຂວັນໃໝ່ ຂຶ້ນມາເລື້ອຍໆ ເພື່ອສະແດງເຖິງຄວາມຮູ້ສຶກກຽດຊັງຂອງພວກເຂົາອອກມາ”, ອີງຕາມຄຳເວົ້າຂອງຫົວໜ້າບໍລິຫານຂອງສັນນິບາດຕ້ານການໝິ່ນປະໝາດ, ທ່ານໂຈນາທັນ ກຣີນແບລັດ ທີ່ກ່າວຢູ່ໃນຖະແຫລງການສະບັບນຶ່ງ.
ກຸ່ມ ADL ອະທິບາຍວ່າ ສັນຍາລັກ OK ຖືກສ້າງຂຶ້ນມາໂດຍພວກຜິວຂາວທີ່ຖືວ່າຕົນເອງດີເລີດ ທີ່ໃຊ້ມັນ ເພື່ອເຮັດຮູບໂຕໜັງສືສຳລັບໂຕ "W" ແລະ ໂຕ "P" ທີ່ໝາຍເຖິງ "white power" ຫລື “ອຳນາດຂອງຄົນຜິວຂາວ” ນັ້ນ.
ພວກຂວາຈັດໄດ້ເລີ້ມຕົ້ນໃຊ້ພາບທີ່ມີພື້ນສີດຳແລະມີຊົງຜົມເປັນຮູບຖ້ວຍ ທີ່ທ້າວ ຣຸຟ, ຜູ້ທີ່ໄດ້ສັງຫານຊີວິດຂອງຄົນຜິວດຳ 9 ຄົນ ທີ່ໄປເຂົ້າໂບດມາເດີ ເອມມານູແອລ ເອມ (Mother Emanuel AME) ຢູ່ເມືອງຊາລສຕັນ (Charleston), ລັດຄາໂຣໄລນາໃຕ້ໃນປີ 2015 ນັ້ນ ເປັນຕົ້ນມາ.
ພາບທີ່ບົ່ງບອກຄວາມໝາຍ "Moon Man'' ຫລື “ຊາຍໃນດວງຈັນ” ເປັນຮູບດວງຈັນໃສ່ແຫວ່ນຕາດຳ ທີ່ໄດ້ຖືກຫັນມາໃຊ້ເພື່ອແຜ່ຜາຍເພັງແບບ rap ທີ່ມີລັກສະນະຈຳແນກຜິວພັນ.
"ພວກເຮົາເອົາໃຈໃສ່ເປັນພິເສດຕໍ່ສັນຍາລັກເຫລົ່ານັ້ນ ທີ່ສະແດງໃຫ້ເຫັນເຖິງອຳນາດ ໄປພ້ອມໆກັບສັນຍາລັກ ທີ່ຍ້າຍອອກຈາກອິນເຕີແນັດ ເພື່ອເອົາໄປໃຊ້ຢູ່ໃນໂລກຕົວຈິງ," ນັ້ນຄືຄຳເວົ້າຂອງທ່ານມາກຄ໌ ພິດຄາເວັກຈ໌ (Mark Pitcavage), ນັກຄົ້ນຄວ້າລະດັບສູງຢູ່ໃນສູນກາງຄົ້ນຄວ້າກ່ຽວກັບ ແນວຄິດທີ່ເປັນຫົວແຮງຈັດ ຂອງກຸ່ມ ADL ທີ່ກ່າວຕໍ່ອົງການຂ່າວ CNN.
ອ່ານຂ່າວນີ້ເປັນພາສາອັງກິດຢູ່ຂ້າງລຸ່ມນີ້
The universal hand gesture that signifies everything is OK is now a hate symbol used by white supremacists and other far-right extremists.
The Anti-Defamation League, a Jewish civil rights group, added the gesture made by touching the forefinger to the thumb with three other fingers extended to its online "Hate on Display" database.
The OK symbol joins the bowl haircut sported by mass murderer Dylann Roof, the "Moon Man" meme, a burning cross, Ku Klux Klan robes and the Nazi swastika in the database that was launched in 2000.
"Even as extremists continue to use symbols that may be years or decades old, they regularly create new symbols, memes and slogans to express their hateful sentiments,'' ADL CEO Jonathan Greenblatt said in a statement.
The ADL explains that the OK symbol has been co-opted by white supremacists who use it to make the letter shapes for "W" and "P," which stand for "white power."
Far-right extremists have begun using a silhouette of the bowl haircut worn by Roof, who killed nine black churchgoers at the Mother Emanuel AME Church in Charleston, South Carolina, in 2015.
The "Moon Man'' meme is an anthropomorphic moon wearing sunglasses that has been transformed to spread racist rap songs.
"We pay special attention to those symbols that exhibit staying power, as well as those that move from online usage into the real world," Mark Pitcavage, senior fellow in ADL's Center on Extremism, told CNN.