ທ່ານຮາຣວີ ວາຍສຕີນ ໄດ້ຖືກສານພົບເຫັນວ່າມີວາມຜິດໃນຖານລວນລາມທາງເພດ ໂດຍເປັນການສິ້ນສຸດໃນຄວາມຕົກຕ່ຳຂອງອະດີດເຈົ້າພໍ່ໃນວົງການຮໍລີວູດ ແລະ ເປັນໄຊຊະນະຂອງຂະບວນການ #MeToo ທີ່ຕໍ່ຕ້ານການກົດຂີ່ຂົ່ມເຫັງຕໍ່ແມ່ຍິງ.
ທ່ານຮາຣວີ ວາຍສຕີນ ອາຍຸ 67 ປີ ໄດ້ຖືກສານຕັດສິນວ່າມີຄວາມຜິດ ຢູ່ນະຄອນນິວຢອກ ໃນ ຖານຂົ່ມຂືນຂັ້ນທີສາມ ແລະອາຊະຍາກຳຮ້າຍແຮງທີ່ເປັນການກະທຳທາງເພດຂັ້ນທີນຶ່ງ. ຜູ້ກ່ຽວບໍ່ມີຄວາມຜິດ ຕໍ່ຂໍ້ຫາທີ່ຮ້າຍແຮງທີ່ສຸດ ກໍຄືການເປັນນັກລ່າທຳຮ້າຍທາງເພດ. ແລະຜູ້ກ່ຽວຈະປະເຊີນກັບໂທດຈຳຄຸກ ເຖິງ 25 ປີ.
ທະນາຍຄວາມຂອງນະຄອນນິວຢອກ ທ່ານ ຊາຍ ແວນສ໌ ໄດ້ກ່າວວ່າ “ທ່ານຮາຣວີ ວາຍສຕີນ ໃນທີ່ສຸດກໍໄດ້ນຳມາຮັບຜິດຊອບ ສຳລັບອາຊະຍາກຳ ທີ່ລາວໄດ້ກະທຳລົງໄປ.” ທ່ານກ່າວຕື່ມວ່າ “ທ່ານວາຍສຕີນ ເປັນຜູ້ໂຫດຮ້າຍ ເປັນນັກລ່າທາງເພດຕໍ່ເນື່ອງ ຜູ້ທີ່ໃຊ້ອຳນາດຂອງລາວເພື່ອຂົ່ມຂູ່ ຂົ່ມຂືນ ທຳຮ້າຍຫຼອກ ລວງ ເຮັດໃຫ້ເສຍໜ້າ ແລະປິດປາກພວກຜູ້ເຄາະຮ້າຍຂອງລາວ.”
ແມ່ຍິງ ເກືອບ 80 ຄົນ ໄດ້ກ່າວຫາ ທ່ານວາຍສຕີນ ໃນພຶດຕິກຳທາງເພດທີ່ບໍ່ຖືກຕ້ອງ. ຂໍ້ກ່າວຫາຕ່າງໆນາໆ ແມ່ນຢູ່ໃນໃຈກາງຂອງຂະບວນການ #MeToo ທີ່ໄດ້ເປັນແຮງບັນດານໃຈເຮັດໃຫ້ພວກແມ່ຍິງທັງຫຼາຍ ພາກັນອອກມາແຈ້ງຂໍ້ກ່າວຫາຕໍ່ຜູ້ທີ່ໃນຄັ້ງນຶ່ງເປັນເຈົ້າພໍ່ທີ່ມີອຳນາດຫຼາຍທີ່ສຸດ ຢ່າງເປີດເຜີຍ.
ທ່ານວາຍສຕີນ ຜູ້ທີ່ໄດ້ປະຕິເສດຕໍ່ຂໍ້ກ່າວຫາທັງໝົດນັ້ນ ໄດ້ຖືກສານຕັດສິນວ່າຜິດ ໃນການທຳຮ້າຍທາງເພດ ຕໍ່ອະດີດຜູ້ຊ່ອຍໃນການຜະລິດຮູບເງົາ ທ່ານນາງ ມີມີ ເຮລີຢີ ໃນປີ 2006 ແລະການຂົ່ມຂືນ ທ່ານນາງ ເຈັສສິກາ ແມນນ໌ ຜູ້ທີ່ໄຝ່ຝັນຢາກຈະເປັນນັກສະແດງ ໃນປີ 2013.
ຜູ້ກ່າວຫາທ່ານວາຍສຕີນອີກຄົນນຶ່ງ ທ່ານນາງ ແອນນາແບລາ ຊີໂອຣາ ນັກສະແດງໃນເລື້ອງໂຊປຣາໂນສ໌ ໄດ້ກ່າວຕໍ່ຄະນະຕຸລາການວ່າ ທ່ານວາຍສຕີນ ໄດ້ຂົ່ມຂືນລາວ ໃນຄືນນຶ່ງຢູ່ເຮືອນພັກເປັນອາພາດມັນ ໃນກາງຊ່ວງປີ 1990. ເຖິງຢ່າງໃດກໍຕາມ ຂໍ້ກ່າວຫາຂອງນາງ ແມ່ນຜ່ານມາດົນນານແລ້ວ ທີ່ຈະແຈ້ງໂທດໃນຄະດີອາຍາຕ່າງຫາກໄດ້ ແຕ່ບັນດາໄອຍະການ ກໍສາມາດໃຊ້ມັນມາສະແດງໃຫ້ເຫັນວ່າ ທ່ານວາຍສຕີນ ເປັນຜູ້ຮ້າຍທາງເພດ ຊ້ຳແລ້ວຊ້ຳອີກ.
ຫຼັງຈາກຫ້າວັນ ໃນການພິນິໄສຫຼັກຖານຕ່າງໆແລ້ວ ອະດີດຜູ້ຜະລິດຮູບເງົາຮໍລີວູດ ໄດ້ຖືກສານພົບເຫັນວ່າ ມີຄວາມຜິດທາງອາຍາຂອງພຶດຕິກຳທາງເພດ ສຳລັບການທຳຮ້າຍຕໍ່ທ່ານນາງ ເຮລີຢີ ແລະ ການຂົ່ມຂືນຂັ້ນທີສາມ ຕໍ່ທ່ານນາງ ແມນນ໌. ທ່ານວາຍສຕີນ ໄດ້ຖືກພົບວ່າ ມີຄວາມຜິດ ໃນຖານເປັນນັກລ່າທຳຮ້າຍທາງເພດ ຊຶ່ງເປັນຂໍ້ກ່າວຫາທາງອາຍາທີ່ຮ້າຍແຮງ ທີ່ອາດຈະເຮັດໃຫ້ຜູ້ກ່ຽວຕິດຄຸກຕະຫຼອດຊີວິດ.