ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນ້ຳຖ້ວມ ຍັງເປັນໄພຂົ່ມຂູ່ຢູ່ຕໍ່ມາ ໃນລັດ Texas ເຖິງແມ່ນຜູ້ຄົນຈະໄດ້ອອກມາ ເກັບກວາດມ້ຽນມັດແລ້ວ ກໍຕາມ


ເຈົ້າໜ້າທີ່ປ້ອງກັນຊາຍແດນ ທ່ານ Steven Blackburn, ຊ້າຍ, ກວດກາເບິ່ງວ່າ ມີຜູ້ຄົນທີ່ພາກັນລຸຍນ້ຳໄປນັ້ນ ຕ້ອງການ
ຄວາມຊ່ອຍເຫຼືອ ໃນເຂດຄຸ້ມບ້ານ ທີ່ຖືກກະທົບຈາກພາຍຸ
ເຂດຮ້ອນ Harvey ໃນນະຄອນ Houston, ລັດ Texas, 30 ສິງຫາ 2017.
ເຈົ້າໜ້າທີ່ປ້ອງກັນຊາຍແດນ ທ່ານ Steven Blackburn, ຊ້າຍ, ກວດກາເບິ່ງວ່າ ມີຜູ້ຄົນທີ່ພາກັນລຸຍນ້ຳໄປນັ້ນ ຕ້ອງການ ຄວາມຊ່ອຍເຫຼືອ ໃນເຂດຄຸ້ມບ້ານ ທີ່ຖືກກະທົບຈາກພາຍຸ ເຂດຮ້ອນ Harvey ໃນນະຄອນ Houston, ລັດ Texas, 30 ສິງຫາ 2017.

ຫຼັງຈາກພາຍຸ Hurricane Harvey ແລ້ວ ຝົນຕົກໜັກກໍໄດ້ໄປປະທະລັດ Louisia-
na
​ໃນ​ວັນ​ພະຫັດ​ມື້​ນີ້ ເຮັດ​ໃຫ້ນ້ຳທີ່ຖ້ວມຢູ່ ​ໃນ​ພາກຕາ​ເວັນ​ອອກ​ຂອງ​ລັດ Texas
ຄ່ອຍ​ໆບົກ​ແຫ້ງລົງ​ ​ແຕ່​ກໍຍັງ​ປະ​ເຊີນ​ໜ້າ​ກັບ ອັນຕະລາຍ ຈາກ​ນ້ຳ​ຈຳນວນ​ຫຼວງ​ຫຼາຍ
ທີ່​ມີມາ​ຈາກ​ພາຍຸ ​ຢູ່ໃນ​ຂົງ​ເຂດ ​ໃນ​ຮອບ​ຫຼາຍ​ມື້​ຜ່ານ​ມາ​.

​ພະຍາກອນ​ອາກາດ ຄາດ​ວ່າ ຫຼາຍໆ​ພາກ​ຂອງ Louisiana ຈະ​ມີ​ນ້ຳ​ຝົນສູງ​ເຖິງ
10 – 20 ຊັງ​ຕີ​ແມັດ​ ຈາກ​ຝົນ​ທີ່​ຈະ​ຕົກລົງ​ມາ​ໃນວັນ​ພະຫັດ​ມື້​ນີ້ ​ໃນ​ຂະນະ​ທີ່​ພາຍຸ
ລູກດັ່ງກ່າວ​ຍັງ​ຈະ​ສືບ​ຕໍ່ ​ມຸ່ງ​ໜ້າຢູ່ເທິງ​ພາກ​ພື້ນ​ດິນ ໄປທາງ​ລັດ Arkansas
Mississippi Tennessee Kentucky.

ເຊີນຊົມ: ສູນອົບພະຍົບຊົ່ວຄາວ ທີ່ຕ້ອນຮັບຂັບສູ່ ພວກທີ່ລອດຊີວິດມາໄດ້ຈາກພາຍຸ Harvey

Houston Shelter Doubles Capacity to House Harvey Survivors
please wait

No media source currently available

0:00 0:01:39 0:00

​ສູນ​ກາງເຮຣິ​ເຄນ​ແຫ່ງ​ຊາດ ກ່າວ​ວ່າ ​ໃນ​ການ​ສ່ຽງ​ທີ່​ຈະ​ຍັງ​ມີຝົນຫຼາຍ ​ໃນ​ນະຄອນ
Houston “​ໄພ​ຫາ​ຍະ​ນະ ​ແລະ​ນ້ຳ​ຖ້ວມ​ທີ່ເປັນ​ໄພ​ຂົ່ມຂູ່​ນັ້ນ” ແມ່ນໄດ້ໝົດໄປແລ້ວ ​
ສ່ວນ​ຢູ່​ເຂດ Beaumont ລັດ Texas ​ແລະ​ໃນ​ເຂດ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້ຂອງລັດ Louisiana ຕະຫຼອດ ​ທັງ​ສັບປະດາ​ເລີຍ ແມ່ນຍັງມີຢູ່.

ເຂດ​ເມືອງ Beaumont ໄດ້​ປະກາດ ​ໃນ​ເຊົ້າ​ວັນ​ພະຫັດ​ມື້​ນີ້​ວ່າ ຍ້ອນ​ສະພາວະ​ນ້ຳ​ຖ້ວມ
ລະບົບ​ນ້ຳຂອງ​ຕົນ ​ແມ່ນ​ໄດ້​ຢຸດ​ທຳ​ງານ ​ແລະ​ທັງ​ເມືອງຈະ​ຕ້ອງ​ລໍ​ຖ້າ ຈົນ​ກວ່າ​ວ່າ ລະດັບ
​ນ້ຳ ​ຈະ​ຫຼຸດ​ລົງ ​ກ່ອນ​ພວກ​ພະນັກງານ​ຈະ​ສາມາດ​ສ້ອມ​ແປງ​ໄດ້. “ມັນ​ບໍ່​ສາມາດ​ທີ່​ຈະ​ບອກ
ໄດ້​ວ່າ ​ຈະຍັງ​ອີກ​ດົນ​ປານ​ໃດ,”
ອີງຕາມ​ລາຍ​ງານທີ່​ບອກໃຫ້ຊາບ.

ທ່ານ Bob Campbell ຍ່າງຜ່ານຊາກຫັກພັງ ຫຼັງຈາກທີ່ໄດ້ກັບຄືນສູ່ບ້ານເຮືອນ ຫຼັງຈາກ ພາຍຸ Harvey, ໃນທ່າ Aransas, Texas, 30 ສິງຫາ, 2017.
ທ່ານ Bob Campbell ຍ່າງຜ່ານຊາກຫັກພັງ ຫຼັງຈາກທີ່ໄດ້ກັບຄືນສູ່ບ້ານເຮືອນ ຫຼັງຈາກ ພາຍຸ Harvey, ໃນທ່າ Aransas, Texas, 30 ສິງຫາ, 2017.

​ໃນ​ນະຄອນ Houston ​ໃນ​ເຂດ​ຕົວ​ເມືອງ​ບາງ​ເຂດ ໄດ້ມີນ້ຳ​ຂຶ້ນ​ສູງ​ເຖິງ 130 ຊັງ​ຕີ​ແມັດ
ທາງ​ເຈົ້າ​ໜ້າທີ່​ທ້ອງ​ຖິ່ນ ໄດ້​ກັບ​ຄືນ​ໃຫ້​ບໍລິການ​ແລ້ວ ​ໃນ​ວັນ​ພະຫັດ​ມື້​ນີ້ ​ໂດຍ​ການ​ເກັບ​ຂີ້​ເຫຍື້ອຕາມ​ປົກກະຕິ ​ ​ມີລົດເມ​ແລະລົດໄຟໂດຍສານຢ່າງ​ຈຳກັດ. ຖ້ຽວ​ບິນ​ເຂົ້າ​ແລະ​ອອກ​ຂອງສະໜາມ​ບິນ​ຫຼັກ​ຂອງ​ນະຄອນ Houston ​ໄດ້​ເລີ່​ມປະຕິບັດ​ງານ ​ໃນ​ວັນ​ພຸດ​ວານ​ນີ້.

​ແຕ່ການ​ຂົ່ມຂູ່​ຈາກ​ນ້ຳ​ຖ້ວມ​ກໍ​ເປັນ​ທີ່​ຈະ​ແຈ້ງ ​ໃນວັນ​ພະຫັດ​ມື້​ນີ້ ໃນ​ເຂດ Fort Bend
ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ນະຄອນ Houston ດັ່ງທີ່​ໄດ້​ປະກາດ ໃຫ້ອົບ​ພະຍົບ
ລົບ​ໜີ​ແບບ​ບັງຄັບ ຂອງ​ພວກຜູ້​ຄົນທີ່ຢູ່​ອາ​ໄສໃກ້ໆ​ກັບ​ເຂດ ອ່າງ​ນ້ຳ ອັນ​ເນື່ອງ​ມາ​ຈາກ
“ນ້ຳ​ຈະລົ້ນອອກ​ຖ້ວ​ມນັ້ນ.”

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG