ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ແຮຣີ ຣີດ ອະດີດສະມາຊິກສະພາສູງ ສະຫະລັດ ໄດ້ເສຍຊີວິດແລ້ວ ດ້ວຍອາຍຸ 82 ປີ


ທ່ານແຮຣີ ຣີດ ສະມາຊິກສະພາສູງຈາກລັດເນວາດາ ເປັນຜູ້ນຳສຽງສ່ວນຫຼາຍ ສະແດງທ່າທີ ຂະນະທີ່ກ່າວ ໃນລະຫວ່າງກອງປະຊຸມຖະແຫລງຂ່າວ ຢູ່ທີ່ຫໍລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງວໍຊິງຕັນ, ເມື່ອວັນທີ 26 ມິຖຸນາ 2007.
ທ່ານແຮຣີ ຣີດ ສະມາຊິກສະພາສູງຈາກລັດເນວາດາ ເປັນຜູ້ນຳສຽງສ່ວນຫຼາຍ ສະແດງທ່າທີ ຂະນະທີ່ກ່າວ ໃນລະຫວ່າງກອງປະຊຸມຖະແຫລງຂ່າວ ຢູ່ທີ່ຫໍລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງວໍຊິງຕັນ, ເມື່ອວັນທີ 26 ມິຖຸນາ 2007.

ທ່ານ ແຮຣີ ຣີດ (Harry Reid) ອະດີດສະມາຊິກສະພາສູງ ທີ່ເປັນຜູ້ນຳສຽງສ່ວນຫຼາຍ ແລະເປັນສະມາຊິກລັດຖະສະພາທີ່ດຳລົງຕຳແໜ່ງຍາວນານທີ່ສຸດຂອງລັດເນວາດາ ໄດ້ເສຍຊີວິດຢູ່ທີ່ບ້ານໃນເມືອງເຮັນເດີສັນ ລັດເນວາດາ. ທ່ານມີອາຍຸ ຄົບ 82 ປີ. ທ່ານນາງ ແລນດຣາ ຣີດ (Landra Reid) ກ່າວວ່າ ສາມີຂອງເພິ່ນ ໄດ້ເສຍຊີວິດໄປຢ່າງສະຫງົບສຸກ ໃນວັນອັງຄານວານນີ້ ຫຼັງຈາກໄດ້ຕໍ່ສູ້ກັບໂຣກມະເຮັງໃນຕັບ ມາໄດ້ສີ່ປີ.

ອະດີດນັກຕີມວຍແລະໄດ້ຫັນປ່ຽນອາຊີບມາເປັນທະນາຍຄວາມ ໄດ້ເປັນທີ່ຮູ້ຈັກກັນດີຢ່າງກວ້າງຂວາງວ່າ ເປັນນຶ່ງໃນບັນດາຜູ້ຕໍ່ລອງຂໍ້ຕົກລົງທີ່ຍາກທີ່ສຸດຢູ່ໃນລັດຖະສະພາ. ຕະຫຼອດໄລຍະ 34 ປີ ຂອງການເປັນສະມາຊິກສະພາສູງໃນວໍຊິງຕັນນັ້ນ ທ່ານ ຣີດ ໄດ້ສ້າງຜົນງານຢູ່ເບື້ອງຫລັງໃນການພົວພັນແກ້ໄຂບັນຫາຂໍ້ຂັດແຍ້ງ ແລະຮັກສາການຄວບຄຸມສະພາສູງໂດຍພັກຂອງທ່ານໄວ້ ຜ່ານປະທານາທິບໍດີສອງຄົນ, ຊຶ່ງໃນໄລຍະເສດຖະກິດທົດຖອຍຂັ້ນຮ້າຍແຮງ ແລະພັກຣີພັບບລີກັນ ກໍໄດ້ເຂົ້າກຳອຳນາດໃນສະພາຕ່ຳ ຫຼັງຈາກການເລືອກຕັ້ງປີ 2010. ທ່ານ ຣີດ ກໍໄດ້ລາອອກກິນເບ້ຍບຳນານໃນປີ 2016.

ປະທານາທິບໍດີ ໂຈ ໄບເດັນ ໄດ້ກ່າວໃນຖະແຫລງການສະບັບນຶ່ງ ຫຼັງຈາກການເສຍຊີວິດຂອງຄູ່ຮ່ວມງານໃນສະພາສູງທີ່ຍາວນານ ວ່າ “ຖ້າ ແຮຣີ ໄດ້ກ່າວວ່າ ລາວຈະເຮັດຢ່າງໃດຢ່່າງນຶ່ງ ລາວກໍໄດ້ເຮັດມັນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG