ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າ​ຊາຍ​ ແຮ​ຣີ ແລະ ເຈົ້າ​ຍິງ ເມ​ແກນ ​ຖືກ​ປົດ ​ຈາກ​ການ​ເຮັດ​​ໜ້າ​ທີີ່ ​​ເປັນ​ລາດ​ຊະ​ວົງ ແລະ ສະຫຼະ​ຕຳ​ແໜ່ງ "ສົມ​ເດັດ"


ເຈົ້າ​ຊາຍ ແຮ​ຣີ, ຂຸນ​ນາງ​ແຫ່ງ​ເມືອງ ຊັ​ສ​ເຊັກ​ສ໌ ແລະ ເຈົ້າ​ຍິງ ເມ​ແກນ ພັນ​ລະ​ຍາ​ຂອງ​ຂຸນ​ນາງ ແຫ່ງ​ເມືອງ ຊັ​ສ​ເຊັກ​ສ໌ ມີ​ເຈ​ຕະ​ນາ​ທີ່​ຈະ​ອອກ​ຈາກ​ໜ້າ​ທີ່ ແລະ ຄວາມ​ຮັບ​ຜິດ​ຊອບຂອງ​ສະ​ມາ​ຊິກ​ຄອບ​ຄົວ​ລາດ​ຊ​ະ​ວົງ ອັງ​ກິດ. 18 ມັງ​ກອນ, 2020.
ເຈົ້າ​ຊາຍ ແຮ​ຣີ, ຂຸນ​ນາງ​ແຫ່ງ​ເມືອງ ຊັ​ສ​ເຊັກ​ສ໌ ແລະ ເຈົ້າ​ຍິງ ເມ​ແກນ ພັນ​ລະ​ຍາ​ຂອງ​ຂຸນ​ນາງ ແຫ່ງ​ເມືອງ ຊັ​ສ​ເຊັກ​ສ໌ ມີ​ເຈ​ຕະ​ນາ​ທີ່​ຈະ​ອອກ​ຈາກ​ໜ້າ​ທີ່ ແລະ ຄວາມ​ຮັບ​ຜິດ​ຊອບຂອງ​ສະ​ມາ​ຊິກ​ຄອບ​ຄົວ​ລາດ​ຊ​ະ​ວົງ ອັງ​ກິດ. 18 ມັງ​ກອນ, 2020.

ເຈົ້າ​ຊາຍ ແຮ​ຣີ ແລະ ພັນ​ລະ​ຍາ ​ເຈົ້າ​ຍິງ ເມ​ແກນ ຈະ​ບໍ່​ໃຊ້​ຊື່​ຕຳ​ແໜ່ງວ່າ “ສົມ​ເດັດ” ອີກ​ຕໍ່​ໄປ ຫຼື ຮັບ​ເອົາ​ເງິນ​ທຶນ​ສາ​ທາ​ລະ​ນະ​ສຳ​ລັບ​ວຽກ​ງານ​ຂອງ​ພວກ​ເພິ່ນ​ພາຍ​ໃຕ້​ຂໍ້​ຕົກ​ລົງ​ທີ່​ຈະ​ໃຫ້​ຄູ່​ສາ​ມີ​ພັນ​ລະ​ຍາ​ນັ້ນ​ ອອກ​ຈາກ​ການ​ເຮັດ​ວຽກ​ໃຫ້​ລາດ​ຊະ​ວົງ, ອີງ​ຕາມ​ການ​ປະ​ກາດ​ຂອງ​ພະ​ລາດ​ຊະ​ວັງ ບັກ​ຄິງ​ແຮັມ ໃນ​ວັນ​ເສົາ​ວານນີ້.

ດ້ວຍ​ການ​ເປີດ​ເຜີຍ​ຂໍ້​ມູນ​ຂອງ​ການ​ແຍກ​ທາງ​ທີ່​ໜ້າ​ຕົກ​ໃຈ ເຊິ່ງ​ຖືກ​ກະ​ຕຸ້ນ​ໂດຍ​ການ​ບໍ່​ມີ​ຄວາມ​ສຸກ​ໃນ​ຊີ​ວິດ​ຂອງ​ຄູ່​ຮັກ​ດັ່ງ​ກ່າວ ​ພາຍ​ໃຕ້​ການກວດ​ສອບ​ໂດຍ​ສື່ມວນ​ຊົນ​ນັ້ນ, ພະ​ລາດ​ຊະ​ວັງ​ໄດ້​ກ່າວ​ວ່າ ເຈົ້າ​ຊາຍ​ ແຮ​ຣີ ແລະ ເຈົ້າ​ຍິງ ເມ​ແກນ ຈະ​ຢຸດ​ໃນ​ການ​ເປັນ​ສະ​ມາ​ຊິກ​ເຮັດ​ວຽກ​ຂອງ​ລາດ​ຊະ​ວົງ ເມື່ອ​ລະ​ບຽບ​ການ​ໃໝ່​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ “​ລະ​ດູ​ບານ​ໃໝ່​ຂອງ​ປີ 2020 ນີ້.”

ການ​ແຍກ​ທາງ​ດັ່ງ​ກ່າວ​ແມ່ນ​ສົມ​ບູນກວ່າ​ຊະ​ນິດ​ຂອງ​ລະ​ບຽບ​ການ​ທີ່​ມີ​ການ​ລໍ​ຄອຍມາ​ເມື່ອ 10 ວັນ​ທີ່​ຜ່ານ​ມາ ເມື່ອ​ຄູ່​ຮັກ​ຂອງ​ລາດ​ຊະ​ວົງ​ ໄດ້​ເຮັດ​ໃຫ້ ອັງ​ກິດ ຕົກ​ໃຈ​ດ້ວຍ​ການ​ປະ​ກາດ​ວ່າ​ພວກ​ເພິ່ນ​ຢາກ​ລົງ​ຈະ​ຕຳ​ແໜ່ງ. ພວກ​ເພິ່ນ​ເວົ້າ​ວ່າ​ມີ​ແຜນ​ທີ່​ຈະ​ປະ​ສົບ​ປະ​ສານ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ລາດ​ຊະ​ວົງ​ບາງ​ຢ່າງ ກັບ​ວຽກ​ງານ​ສ່ວນ​ຕົວໃນ​ແຜນ​ການ “ປ​ະ​ຕິ​ຮູບ” ນັ້ນ, ແຕ່​ວ່າ​ມັນ​ບໍ່​ໄດ້​ເປັນ​ຕົວ​ເລືອກ​ອີກ​ຕໍ່​ໄປ.

ເຈົ້າ​ຊາຍ ແຮ​ຣີ ກັບ ເຈົ້າ​ຍິງ ເມ​ແກນ ຈະ​ບໍ່​ໄດ້​ໃຊ້​ຊື່​ຕຳ​ແໜ່ງ “ເຈົ້າ​ຟ້າ” ແລະ “ເຈົ້າ​ຟ້າຍິງ” ອີກ​ຕໍ່​ໄປ ແຕ່​ຍັງຈະສະ​ຫງວນ​ພວກ​ເພິ່ນ​ໄວ້, ເຮັດ​ໃຫ້​ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ ຄູ່​ຮັກ​ດັ່ງ​ກ່າວ​ອາດ​ປ່ຽນ​ຄວາມ​ຄິດ ແລະ ກັບ​ຄືນ​ສູ່​ລາດ​ຊະ​ວົງ​ໃນ​ເວ​ລາ​ໃດ​ນຶ່ງ​ໃນ​ອະ​ນາ​ຄົດ.

ແມ່​ຂອງ​ເຈົ້າ​ຊາຍ ແຮ​ຣີ, ເຈົ້າ​ຍິງ ໄດ​ແອນ​ນາ, ໄດ້​ຖືກ​ປົດ​ອອກ​ຈາກ​ຕຳ​ແໜ່ງ ເຈົ້າ​ຟ້າ​ຍິງ ເວ​ລາ​ທີ່​ເພິ່ນ ກັບ ເຈົ້າ​ຊາຍ ຊາ​ລ​ສ໌ ໄດ້​ຢ່າ​ຮ້າງ​ກັນ.

ພວກ​ເພິ່ນ​ຍັງຄົງ​ຈະ​ຖືກ​ຮັບ​ຮູ້​ດັ່ງ​ກັບ​ເຈົ້າ​ຊາຍ ແຮ​ຣີ, ຂຸນ​ນາງ​ແຫ່ງເມືອງ ຊັ​ສ​ເຊັກ​ສ໌ ແລະ ເຈົ້າ​ຈິງ ເມ​ແກນ, ພັນ​ລະ​ຍາ​ຂອງ​ຂຸນ​ນາງ​ແຫ່ງເມືອງ ຊັ​ສ​ເຊັກ​ສ໌. ເຈົ້າ​ຊາຍ ແຮ​ຣີ ຍັງຄົງ​ເປັນ​ເຈົ້າ​ຊາຍ​ຢູ່​ຄື​ເກົ່າ ແລະ ເປັນ​ອັນ​ດັບ​ຫົກ​ໃນ​ແຖວ​ທີ່​ຈະ​ຂຶ້ນ​ຮັບ​ບັນ​ລັງເຈົ້າ​ຊີ​ວິດ​ຂອງອັງ​ກິດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG