ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານແຮຣີສັນ ຟອດ ແລະຄອບຄົວ ຢ້ຽມຢາມ ແລະຖວາຍ ພະພຸທຮູບ ໃຫ້ ວັດຜາໂອ


ທ່ານແຮຣີສັນ ຟອດ (ກາງ) ສາທຸໃຫຍ່ອ່ອນແກ້ວ ແລະຄະນະຄູບາອາຈານ ອອກຕົນຍາດໂຍມ ທີ່ວັດປ່າຜາໂອ ນະຄອນຫຼວງພະບາງ (ຮູບຈາກເຟສບຸກ ວັດຊຽງທອງ)
ທ່ານແຮຣີສັນ ຟອດ (ກາງ) ສາທຸໃຫຍ່ອ່ອນແກ້ວ ແລະຄະນະຄູບາອາຈານ ອອກຕົນຍາດໂຍມ ທີ່ວັດປ່າຜາໂອ ນະຄອນຫຼວງພະບາງ (ຮູບຈາກເຟສບຸກ ວັດຊຽງທອງ)

ດາລາ ແລະຜູ້ສ້າງຮູບເງົາທີ່ມີຊື່ສຽງໂດ່ງດັງຈາກຮອລລີວູດ ທ່ານແຮຣິສັນ ຟອດ ໄດ້ນຳ
ເອົາພະພຸດທະຮູບ ມາຖວາຍໃຫ້ ວັດປ່າຜາໂອໃນລະຫວ່າງທີ່ທ່ານແລະຄອບຄົວເດີນ
ທາງມາຢ້ຽມຢາມນະຄອນຫຼວງພະບາງເມື່ອວັນທີ 5 ເມສາຜ່ານມານີ້. ສາທຸໃຫຍ່ອ່ອນ
ແກ້ວ ສິດທິວົງ ເຈົ້າອາວາດວັດຜາໂອ​ພ້ອມທັງເປັນປະທານ ຄະນະສົງ ແຂວງຫຼວງພະ
ບາງ​ ໃຫ້ການຊີ້ແຈງກ່ຽວກັບການເຊື້ອເຊີນທ່ານ ແຮ ຣິສັນ ຟອດ ມາຢ້ຽມຢາມຄັ້ງນີ້ວ່າ:

ລິງໂດຍກົງ

ທ່ານແຮຣີສັນ ຟອດ ພ້ອມດ້ວຍລູກຊາຍ ແລະພັນລະຍາ ກຳລັງຖວາຍພະພຸດທະຮູບ (ຮູບຈາກເຟສບຸກ ວັດຊຽງທອງ)
ທ່ານແຮຣີສັນ ຟອດ ພ້ອມດ້ວຍລູກຊາຍ ແລະພັນລະຍາ ກຳລັງຖວາຍພະພຸດທະຮູບ (ຮູບຈາກເຟສບຸກ ວັດຊຽງທອງ)

ສາທຸໃຫຍ່ອ່ອນແກ້ວກ່າວວ່າ ການມາຢ້ຽມຢາມດັ່ງກ່າວ ແມ່ນໄດ້ມີການກະກຽມຫ້າງ
ຫາມາເປັນເວລາ ສາມຫາສີ່ເດືອນລ່ວງໜ້າແລະກໍໄດ້ມີການປິດຂ່າວຕາມ ທີ່ທ່ານ
ແຮຣີສັນ ຟອດ ໄດ້ຂໍຮ້ອງໄວ້ເພື່ອບໍ່ໃຫ້ພວກນັກຂ່າວຮູ້ຍ້ອນຈະເປັນການຫຍຸ້ງຍາກ
ໃນການທ່ອງທ່ຽວສ່ວນຕົວຂອງທ່ານ.

ສາທຸໃຫຍ່ອ່ອນແກ້ວ ພ້ອມດຽວກັນ ທ່ານແຮຣິສັນ ຟອດ ຍັງໄດ້ນຳເອົາພະພຸທຮູບໄມ້
ຊຶ່ງເປັນພະຢືນ ມາຖວາຍໃຫ້ແກ່ທາງວັດປ່າຜາໂອ ແລະນອກນັ້ນເພິ່ນກໍໄດ້ທ່ອງທ່ຽວ
ຢູ່ຫຼວງພະບາງເປັນເວລາ 3 ມື້ ແລະຫຼັງຈາກນັ້ນເພິ່ນກໍກັບ. ຕໍ່ຄຳຖາມທີ່ວ່າ ທ່ານຟອດ
ມີຄວາມຮູ້ສຶກແບບໃດ ເມື່ອທ່ານໄດ້ມາເຫັນສະພາບໂຮງຮຽນມັດທະຍົມສົງທີ່ວັດປ່າ
ຜາໂອແລ້ວ. ສາທຸໃຫຍ່ອ່ອນແກ້ວ ກ່າວວ່າ:

ລິງໂດຍກົງ

ຄະນະຂອງທ່ານແຮຣີສັນ ຟອດ ພວມແຫ່ພະພຸທຮູບ ໄປປ່າວັດຜາໂອ (ຮູບຈາກເຟສບຸກ ວັດຜາໂອ)
ຄະນະຂອງທ່ານແຮຣີສັນ ຟອດ ພວມແຫ່ພະພຸທຮູບ ໄປປ່າວັດຜາໂອ (ຮູບຈາກເຟສບຸກ ວັດຜາໂອ)

ທ່ານແຮຣິສັນ ຟອດ ດາລາຮູບເງົາຮອລລີວູດ ມີຊື່ສຽງກ້ອງໂລກຍ້ອນບົດບາດຂອງ
ທ່ານ ທີ່ສະແດງເປັນ ແຮນ ໂຊໂລ ໃນຮູບເງົາສົງຄາມເດືອນດາວ ແລະຮູບເງົາອິນ
ດຽນນາ ໂຈນສ໌ນັ້ນ ໄດ້ເດີນທາງມານະຄອນຫຼວງພະບາງ ຊຶ່ງເປັນສ່ວນນຶ່ງໃນການ
ຢ້ຽມຢາມຂົງເຂດເອເຊຍຂອງທ່ານ.

ທ່ານແຮຣີສັນ ຟອດ ແລະຄະນະ ກຳລັງເບິ່ງແຜນຜັງ ສ້າງໂຮງຮຽນ ທີ່ວັດປາໂອ (ຮູບຈາກເຟສບຸກ ວັດຜາໂອ)
ທ່ານແຮຣີສັນ ຟອດ ແລະຄະນະ ກຳລັງເບິ່ງແຜນຜັງ ສ້າງໂຮງຮຽນ ທີ່ວັດປາໂອ (ຮູບຈາກເຟສບຸກ ວັດຜາໂອ)

ວັດປ່າຜາໂອ ຕັ້ງຢູ່ປະມານສິບສາມຫຼັກຫ່າງຈາກນະຄອນຫຼວງພະບາງໄປທາງທິດ
ເໜືອ ຢູ່ແຄມທາງເລກ 13 ໃກ້ໆມະຫາວິທະຍາໄລສຸພານຸວົງ​ ແລະກໍເປັນວັດປ່າທີ່
ໃຫຍ່ແຫ່ງນຶ່ງ ມີພື້ນທີ່ທັງໝົດ 9.3 ເຮັກຕາ.

XS
SM
MD
LG