ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງແຮຣິສ ແລະ ທ່ານວີໂດໂດ ຫາລືກ່ຽວກັບ ການຫຼຸດຜ່ອນພາສີ ຂອງສະຫະລັດ ຕໍ່ທາດນິກເກີ ຂອງອິນໂດເນເຊຍ

ປະທານາທິບໍດີອິນໂດເນເຊຍ ທ່ານ ໂຈໂກ ວີໂດໂດ, ຂວາ, ຍ່າງມາກັບຮອງປະທານາທິບໍດີສະຫະລັດ ທ່ານນາງຄາມາລາ ແຮຣິສ ເມື່ອທ່ານນາງເດີນທາງມາຮອດ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດຂອງສະມາຄົມບັນດາປະເທດໃນເຂດເອເຊຍຕາເວັນອອກສຽງໃຕ້ ຫຼື ອາຊຽນ (ASEAN) ຢູ່ນະຄອນຫຼວງຈາກາຕາ, ອິນໂດເນເຊຍ ໃນວັນທີ 6 ກັນຍາ 2023

ຂໍ້​ຕົກລົງ​ການ​ຄ້າ​ເສລີ (FTA) ແບບຈຳກັດທີ່​ສະ​ເໜີ​ໂດຍ ອິນ​ໂດ​ເນ​ເຊຍ ເປັນຈຸດສົນໃຈ​ຂອງ​ການ​ເຈລະຈາ​ໃນ​ວັນ​ພຸດ​ວານ​ນີ້ ທີ່​ນະຄອນຫຼວງ​ຈາ​ກາ​ຕາ ລະ ຫວ່າງ​ຮອງ​ປະທານາທິບໍດີຄາມາລາ ແຮຣິສ (Kamala Harris) ກັບ​ປະທາ ນາທິບໍດີ​ອິນ​ໂດ​ເນ​ເຊຍ ທ່ານໂຈໂກ ວີໂດໂດ (Joke Widodo).

FTA ຈະອະນຸຍາດໃຫ້ທາດ ນິກເກີ (nickel) ແລະສິນຄ້າທີ່ສໍາຄັນອື່ນໆທີ່ໃຊ້ໃນການຜະລິດຍານພາຫະນະໄຟຟ້າ (EV) ໄດ້ຮັບຜົນປະໂຫຍດຈາກການຫຼຸດຜ່ອນພາສີຂອງສະຫະລັດ.

"ເພື່ອກ້າວໄປຂ້າງຫນ້າ, ພວກເຮົາຍັງຫວັງວ່າຈະເຮັດວຽກຮ່ວມກັບທ່ານເພື່ອເພີ່ມການໄຫຼວຽນ ຂອງສິນຄ້າແລະການບໍລິການລະຫວ່າງປະເທດຂອງພວກເຮົາ, ລວມທັງຜ່ານ​ຂອບເສດຖະກິດອິນໂດ - ປາຊີຟິກ," ທ່ານນາງແຮຣິສ (Harris) ກ່າວ​ໃນ​ລະຫວ່າງ​ການ​ພົບ​ປະ​ກັບ​ທ່ານວີໂດໂດ (Widodo) ​ນອກຮອບ​ກອງ​ປະຊຸມ​ສຸດ​ຍອດ​ສະຫະລັດ-ອາ​ຊຽນ ກັບ​ຜູ້ນຳ​ບັນດາ​ປະ​ເທດ​ເອເຊຍ​ຕາ​ເວັນ​ອອກສຽງ​ໃຕ້.

“ພວກ​ເຮົາ​ຍັງ​ຈະ​ສືບ​ຕໍ່​ເຮັດ​ວຽກ​ຮ່ວມ​ກັບ​ອິນ​ໂດ​ເນ​ເຊຍເພື່ອ​ສ້າງ​ຕ່ອງ​ໂສ້​ການ​ສະ​ໜອງ​ທີ່​ຢືດ​ຢຸ່ນ, ລວມ​ທັງ​ແຮ່​ທາດ​ທີ່​ສຳຄັນທີ່ຈຳເປັນໃນ​ຂະ​ຫຍາຍ​ເສດ​ຖະ​ກິດ​ພະ​ລັງ​ງານສະ​ອາດ​ຂອງ​ພວກ​ເຮົາ,” ທ່ານນາງແຮຣິສ (Harris) ກ່າວ​.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG