ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງແຮຣິສ ແລະ ທ່ານວິໂດໂດ, ແນເປົ້້າໝາຍໃສ່ການຫາລື ກ່ຽວກັບເຄຣດິດດ້ານພາສີຂອງ ສະຫະລັດ ສໍາລັບ ທາດນິກໂກລຂອງ ອິນໂດເນເຊຍ


ປະທານາທິບໍດີອິນໂດເນເຊຍ ທ່ານໂຈໂກ ວິໂດໂດ ໃນລະຫວ່າງກອງປະຊຸມສຸດຍອດຄັ້ງທີ 43 ໃນນະຄອນຫຼວງຈາກາຕາ, ອິນໂດເນເຊຍ, ວັນທີ 6 ກັນຍາ 2023.
ປະທານາທິບໍດີອິນໂດເນເຊຍ ທ່ານໂຈໂກ ວິໂດໂດ ໃນລະຫວ່າງກອງປະຊຸມສຸດຍອດຄັ້ງທີ 43 ໃນນະຄອນຫຼວງຈາກາຕາ, ອິນໂດເນເຊຍ, ວັນທີ 6 ກັນຍາ 2023.

ຂໍ້ຕົກລົງການຄ້າເສລີແບບຈໍາກັດ ຫຼື FTA ທີ່ສະເໜີໂດຍອິນໂດເນເຊຍ ວ່າຈະອະນຸຍາດໃຫ້ທາດນິກໂກລ ແລະສິນຄ້າປະເພດອື່ນທີ່ນໍາໃຊ້ເຂົ້າໃນການຜະລິດ ລົດໄຟຟ້າ ຫຼື EV ເພື່ອຜົນປະໂຫຍດຈາກເຄຣດິດດ້ານພາສີຂອງສະຫະລັດຈະເປັນເປົ້າໝາຍຂອງການສົນທະນາຫາລືລະຫວ່າງຮອງປະທານາທິບໍດີ ທ່ານນາງຄາມາລາ ແຮຣີສ ແລະ ປະທານາທິບໍດີອິນໂດເນເຊຍ ທ່ານໂຈໂກ ວິໂດໂດ ໃນວັນພຸດມື້ນີ້ ຢູ່ນະຄອນຫຼວງຈາກາຕາ, ອິນໂດເນເຊຍ.

“ພວກເຮົາຄາດວ່າ ພວກທ່ານຈະຫາລື​ກັນ ກ່ຽວກັບຄວາມພະຍາຍາມຂອງ​ພວກ​ເຮົາ ໃນການສ້າງຕ່ອງໂສ້ອຸບ​ປະ​ທານ​ທີ່​ປັບ​ໂຕ​ໄດ້, ເຊິ່ງລວມມີຈໍາພວກແຮ່ທາດສໍາຄັນທີ່ຈໍາເປັນຕໍ່ການຂະຫຍາຍເສດຖະກິດພະລັງງານສະອາດຂອງພວກເຮົາ,” ເຈົ້າໜ້າທີ່ທໍານຽບຂາວ ກ່າວຕໍ່ VOA.

ທ່ານນາງແຮຣິສ ພົບປະກັບ ທ່ານວິໂດໂດ ຢູ່ດ້ານນອກຂອງກອງປະຊຸມສຸດຍອດ ASEAN ແລະກອງປະຊຸມທີ່ກ່ຽວຂ້ອງອື່ນໆ ທີ່ເປັນເຈົ້າພາບໂດຍ ອິນໂດເນເຊຍ.

ພາຍໃຕ້ການລົງນາມກ່ຽວກັບການປ່ຽນແປງທາງສະພາບອາກາດ, ການອອກກົດໝາຍພະລັງງານສະອາດ, ລັດຖະທໍາມະນູນເພື່ອຫຼຸດເງິນເຟີ້ຂອງພວກເຂົາ ເຈົ້າ, ລັດຖະບານທ່ານໄບເດັນ ໄດ້ຈັດສັນງົບປະມານຫຼາຍສິບຕື້ໂດລາສໍາລັບ ເຄຣດິດພາສີ ສໍາລັບອັດສີດການຜະລິດ ແລະການຂາຍຍານພາຫະນະໄຟຟ້າ. ເພື່ອໃຫ້ໄດ້ຕາມກົດເກນທີ່ວາງໄວ້, 40 ເປີເຊັນ ຂອງແຮ່ທາດທີ່ໃຊ້ເຂົ້າໃນການຜະລິດໝໍ້​ໄຟສໍາລັບ EVs ​ທີ່ຂາຍໃນສະຫະລັດ ຈະຕ້ອງໄດ້ຮັບການສະກັດ ແລະຜ່ານຂັ້ນຕອນການແປຮູບຢູ່ໃນສະຫະລັດ ຫຼື ຢູ່ໃນນຶ່ງຂອງບັນດາຄູ່ຮ່ວມການຄ້າເສລີຂອງພວກເຂົາເຈົ້າ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG