ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ່ານນາງ ຄາມາລາ ແຮຣິສ ຢ້ຽມຢາມ ກົວເຕມາລາ ແລະ ເມັກຊິໂກ ຄັ້ງທຳອິດ ໃນຖານະ ຮອງປະທານາທິບໍດີ ສະຫະລັດ


ສະມາຊິກຂອງນັກຮຽນນາຍຮ້ອຍ ຢືນຍາມຢູ່ໃກ້ກັບເຮືອບິນ Air Force Two ຫຼັງຈາກທ່ານນາງ ຄາມາລາ ແຮຣິສ ໄດ້ເດີນທາງຮອດນະຄອນຫຼວງ ກົວເຕມາລາ, 6 ມິຖຸນາ, 2021. (AP Photo/Jacquelyn Martin)
ສະມາຊິກຂອງນັກຮຽນນາຍຮ້ອຍ ຢືນຍາມຢູ່ໃກ້ກັບເຮືອບິນ Air Force Two ຫຼັງຈາກທ່ານນາງ ຄາມາລາ ແຮຣິສ ໄດ້ເດີນທາງຮອດນະຄອນຫຼວງ ກົວເຕມາລາ, 6 ມິຖຸນາ, 2021. (AP Photo/Jacquelyn Martin)

ທ່ານນາງ ຄາມາລາ ແຮຣິສ ໄດ້ເດີນທາງອອກຈາກປະເທດ ໃນຖານະເປັນຮອງປະທານາທິບໍດີ ສະຫະລັດ ເມື່ອວັນອາທິດວານນີ້ ເພື່ອຢ້ຽມຢາມປະເທດ ກົວເຕມາລາ ແລະ ເມັກຊິໂກ ໃນພາລະ ກິດເພື່ອພະຍາຍາມທີ່ຈະຊອກຫາວິທີທາງເພື່ອເຮັດໃຫ້ຄົນຢູ່ທີ່ນັ້ນ ແລະ ໃນປະເທດ ຮອນດູຣາສ ແລະ ແອລ ຊາລວາດໍ ບໍ່ໃຫ້ຍົກຍ້າຍຖິ່ນຖານມາ ສະຫະລັດ.

ຜູ້ຍົກຍ້າຍຖິ່ນຖານຫຼາຍພັນຄົນໄດ້ພະຍາຍາມທີ່ຈະເດີນທາງຂ້າມເຂດຊາຍແດນພາກຕາເວັນຕົກສຽງໃຕ້ຂອງ ສະຫະລັດ ກັບ ເມັກຊິໂກ, ທ່ານນາງ ແຮຣິສ ກຳລັງພະຍາຍາມ ທີ່ຈະບັນລຸຂໍ້ຕົກລົງ ສຳລັບການຮ່ວມມືເພີ່ມເຕີມ ກ່ຽວກັບ ການຮັກສາຄວາມປອດໄພເຂດຊາຍແດນ ແລະ ການພັດ ທະນາເສດຖະກິດ ເພື່ອເຮັດໃຫ້ປະຊາຊົນຢູ່ໃນປະເທດບ້ານເກີດຂອງເຂົາເຈົ້າແມ່ນກະທັ້ງທີ່ການ ສໍ້ລາດບັງຫຼວງໃນພາກພື້ນດັ່ງກ່າວ ໄດ້ເຮັດໃຫ້ບັນຫາຕ່າງໆຫຍຸ້ງຍາກຢູ່ແລ້ວ ກໍຕາມ.

ທ່ານນາງ ແຮຣິສ, ຜູ້ທີ່ມີປະສົບການນະໂຍບາຍຕ່າງປະເທດພຽງໜ້ອຍດຽວ ນັ້ນ, ໄດ້ຖືກມອບໜ້າ ທີ່ໃຫ້ໂດຍປະທານາທິບໍດີ ໂຈ ໄບເດັນ ເພື່ອແກ້ໄຂສະພາວະການຍົກຍ້າຍຖິ່ນຖານທີ່ລຳບາກສຳລັບ ສະຫະລັດ, ຊອກຫາວິທີທາງທີ່ຈະຫຼຸດຜ່ອນການຫຼັ່ງໄຫຼຂອງຜູ້ຍົກຍ້າຍຖິ່ນຖານໃນວິທີທາງທີ່ມີເມດຕາ ແລະ ບໍ່ອະນຸຍາດໃຫ້ເຂົ້າມາໃນ ສະຫະລັດ ຢ່າງອິດສະຫຼະ.

ທ່ານນາງຈະພົບປະກັບປະທານາທິບໍດີ ກົວເຕມາລາ ທ່ານ ອາເລຮານໂດຣ ກຽມແມັດເຕ ໃນວັນຈັນມື້ນີ້ ແລະ ປະທານາທິບໍດີ ເມັກຊິໂກ ທ່ານ ແອນເດຣສ ມານູແອລ ໂລເປສ ໂອບຣາດໍ ໃນວັນອັງຄານ. ນອກຈາກນັ້ນ, ທ່ານນາງ ແຮຣິສ ກໍຈະພົບປະກັບບັນດາຜູ້ນຳໃນຊຸມຊົນ, ນັກປະດິດສ້າງ ແລະ ນັກປະກອບກິດຈະການໃນ ກົວເຕມາລາ, ແລະ ໃນຂະນະທີ່ຢູ່ ເມັກຊິໂກ ນັ້ນ, ທ່ານນາງຈະເຂົ້າຮ່ວມໃນການສົນທະນາ ກັບບັນດານັກປະກອບກິດຈະການແມ່ຍິງ ແລະ ຈັດກອງປະຊຸມໂຕະມົນ ກັບບັນດາກຳມະກອນແຮງງານ.

ກ່ອນການຢ້ຽມຢາມສອງປະເທດດັ່ງກ່າວຂອງທ່ານນາງນັ້ນ, ທ່ານນາງໄດ້ກ່າວຢໍ້າເຖິງຄວາມຈຳ ເປັນສຳລັບການຂະຫຍາຍໂອກາດການເຮັດວຽກ ແລະ ສະ ພາບຊີວິດການເປັນຢູ່ທີ່ດີຂຶ້ນ. ທ່ານນາງໄດ້ປະກາດການຊ່ວຍເຫຼືອ ສະຫະລັດ 310 ລ້ານໂດລາ ເພື່ອສະໜັບສະໜູນອົບພະຍົບ ແລະ ຮັບມືກັບ ການຂາດແຄນອາຫານ. ເມື່ອບໍ່ດົນມານີ້ທ່ານນາງຍັງໄດ້ຮັບຄຳໝັ້ນສັນຍາຈາກບັນດາ ບໍລິສັດ ສະຫະລັດ ແລະ ອົງການຈັດຕັ້ງຕ່າງໆເພື່ອລົງທຶນໃນບັນດາປະເທດ ອາເມຣິກາກາງ ເພື່ອສົ່ງເສີມໂອກາດທາງເສດຖະກິດ ແລະ ການຝຶກງານ.

ສະຫະລັດ ຍັງໄດ້ກ່າວໃນອາທິດແລ້ວນີ້ວ່າ ເຂົາເຈົ້າຈະສົ່ງຢາວັກຊີນກັນໄວຣັສ ໂຄໂຣນາຊະນິດຕ່າງໆປະສົມກັນ 1 ລ້ານ 5 ແສນໂດສໄປໃຫ້ປະເທດ ກົວເຕມາລາ ແລະ ເມັກຊິໂກ.

ການຊ່ວຍເຫຼືອທາງການທູດຂອງທ່ານນາງ ແຮຣິສ ໄດ້ກໍ່ໃຫ້ເກີດການເຍາະເຢີ້ຍທາງການເມືອງຢູ່ໃນປະເທດ ເພາະວ່າທ່ານນາງຍັງບໍ່ໄດ້ໄປຢ້ຽມຢາມເຂດຊາຍແດນລະຫວ່າງ ສະຫະລັດ ກັບ ເມັກຊິໂກ ເທື່ອເຖິງແມ່ນທ່ານນາງໄດ້ກ່າວວ່າ ຈະໄປໃນເວລາໃດເວລານຶ່ງກໍຕາມ.

ໃນກອງປະຊຸມຖະແຫຼງຂ່າວນັ້ນ, ສະມາຊິກພັກຣີພັບບລີກັນບາງຄົນໄດ້ນຳສະແດງຕຸກນໍ້ານົມທີ່ມີຮູບທ່ານນາງ ແຮຣິສ ພ້ອມດ້ວຍຫົວຂໍ້ທີ່ຂຽນວ່າ: ຫາຍສາບສູນຢູ່ເຂດຊາຍແດນ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG