ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານນາງ ແຮຣິສ ຮຽກຮ້ອງໃຫ້ຕໍ່ສູ້ເພື່ອ ອາເມຣິກາ ໃນຂະນະທີ່ທ່ານນາງ ຮັບເອົາການສະເໜີຊື່ ລົງແຂ່ງຂັນ ເປັນຮອງປະທານາທະບໍດີ


ທ່ານນາງ ຄາມາລາ ແຮຣິສ ຜູ້ຖືກສະເໜີຊື່ລົງແຂ່ງຂັນເອົາຕຳແໜ່ງຮອງປະທານາທິບໍດີ ກ່າວຄຳປາໄສໃນກອງປະຊຸມໃຫຍ່ແຫ່ງຊາດຂອງພັກເດໂມແຄຣັດ, ທີ່ຖືກຈັດຂຶ້ນຜ່ານທາງອອນລາຍນ໌ ຍ້ອນໂຣກລະບາດໄວຣັສໂຄໂຣນາ, ເມືອງ ວິລມິງຕັນ, ລັດ ເດລາແວ.
ທ່ານນາງ ຄາມາລາ ແຮຣິສ ຜູ້ຖືກສະເໜີຊື່ລົງແຂ່ງຂັນເອົາຕຳແໜ່ງຮອງປະທານາທິບໍດີ ກ່າວຄຳປາໄສໃນກອງປະຊຸມໃຫຍ່ແຫ່ງຊາດຂອງພັກເດໂມແຄຣັດ, ທີ່ຖືກຈັດຂຶ້ນຜ່ານທາງອອນລາຍນ໌ ຍ້ອນໂຣກລະບາດໄວຣັສໂຄໂຣນາ, ເມືອງ ວິລມິງຕັນ, ລັດ ເດລາແວ.

ຜູ້ລົງແຂ່ງຂັນເອົາຕຳແໜ່ງຮອງປະທານາທິບໍດີສັງກັດພັກເດໂມແຄຣັດ ສະມາຊິກສະພາສູງຈາກລັດ ຄາລິຟໍເນຍ ທ່ານນາງ ຄາມາລາ ແຮຣິສ ໄດ້ຮຽກຮ້ອງໃຫ້ປະຊາຊົນຕໍ່ສູ້ເພື່ອ “ອາເມຣິກາ ທີ່ພວກເຮົາຮູ້ວ່າມັນເປັນໄປໄດ້,” ໃນຂະນະທີ່ລາວໄດ້ທຳການຮັບເອົາການສະເໜີຊື່ໂດຍພັກຂອງລາວເປັນຄັ້ງປະຫວັດສາດ ເພື່ອປາກົດຕົວຄຽງຂ້າງຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ທ່ານ ໂຈ ໄບເດັນ ຢູ່ບັດເລືອກຕັ້ງໃນເດືອນພະຈິກນີ້.

ທ່ານນາງ ແຮຣິສ ອາຍຸ 55 ປີ, ອະດີດໄອຍະການ, ແມ່ນແມ່ຍິງຄົນທຳອິດທີ່ຢູ່ໃນລາຍຊື່ຜູ້ສະໝັກຮັບເລືອກຕັ້ງແຫ່ງຊາດຂອງພັກການເມືອງທີ່ສຳຄັນຂອງ ສະຫະລັດ, ແຕ່ເປັນແມ່ຍິງຜິວດຳຄົນທຳ ອິດ ແລະ ເປັນຄົນອາເມຣິກັນ ເຊື້ອສາຍເອເຊຍໃຕ້ຄົນທຳອິດ. ແມ່ຂອງລາວແມ່ນນັກວິທະຍາສາດມະເຮັງເຕົ້ານົມ ຜູ້ທີ່ໄດ້ຍົກຍ້າຍຖິ່ນຖານມາຈາກ ອິນເດຍ. ເພິ່ນໄດ້ເສຍຊີວິດໃນປີ 2009. ພໍ່ຂອງທ່ານນາງ ແຮຣິສ ແມ່ນນັກເສດຖະເສດ, ໄດ້ເດີນທາງມາ ສະຫະລັດ ຈາກປະເທດ ຈາໄມກາ.

ການກ່າວຄຳປາໄສໃນຄືນທີສາມຂອງກອງປະຊຸມແຫ່ງຊາດ ຂອງພັກເດໂມແຄຣັດໃນວັນພຸດວານນີ້, ທ່ານນາງ ແຮຣິສ ໄດ້ຕຳໜິວິຈານການຮັບມືກັບໂຣກລະບາດໄວຣັສໂຄໂຣນາ ແລະ ເສດຖະກິດຂອງປະທານາທິບໍດີ ດໍໂນລ ທຣຳ ຢ່າງແຮງ, ໂດຍກ່າວວ່າ “ຄວາມລົ້ມແຫຼວໃນການນຳພາຂອງທ່ານ ໄດ້ເຮັດໃຫ້ມີການສູນເສຍຊີວິດ ແລະ ຊີວິດການເປັນຢູ່.”

ກ່ອນໜ້ານັ້ນ ໃນຄໍ່າຄືນດັ່ງກ່າວ, ອະດີດປະທານາທິບໍດີ ບາຣາ ໂອບາມາ ໄດ້ກ່າວໂຈມຕີທ່ານ ທຣຳ ຢ່າງຮຸນແຮງ, ເຊິ່ງແມ່ນຜູ້ສືບທອດຂອງທ່ານນັ້ນ, ໂດຍເວົ້າວ່າ ທ່ານ ທຣຳ ໄດ້ເຮັດການດຳ ລົງຕຳແໜ່ງປະທານາທິບໍດີຂອງລາວຄືກັບ “ລາຍການຊີວິດຈິງອີກລາຍການນນຶ່ງ” ແລະ ໄດ້ເຮັດໃຫ້ປະຊາທິປະໄຕຕົກຢູ່ໃນອັນຕະລາຍ ດ້ວຍການນຳພາທີ່ບໍ່ເໝາະສົມຂອງລາວ ແລະ ສໄຕລ໌ຜະເດັດການ.

ໃນການຮັບເອົາຕຳແໜ່ງໝາຍເລກສອງໃນລາຍຊື່ຜູ້ສະໝັກຮັບເລືອກຕັ້ງຂອງ ພັກເດໂມແຄຣັດນັ້ນ, ທ່ານນາງ ແຮຣິສ ໄດ້ເວົ້າເຖິງປະເທດທີ່ມີ “ຄວາມລຳບາກ ແລະ ມີຂໍ້ບົກຜ່ອງ,” ແລະ ຕ້ອງໄດ້ໃຊ້ຄວາມພະຍາຍາມຢ່າງເໝາະສົມ ເພື່ອແກ້ໄຂຂໍ້ບົກຜ່ອງຂອງມັນ, ເຊັ່ນການຕໍ່ສູ້ກັບການຈຳ ແນກເຊື້ອຊາດຜິວພັນ ແລະ ຮັບຮູ້ “ຄຳສັນຍາ ກ່ຽວກັບ ຄວາມເປັນທຳທີ່ເທົ່າທຽມກັນ ພາຍໃຕ້ກົດ ໝາຍ.”

ທ່ານນາງ ແຮຣິສ ກ່າວວ່າ “ບໍ່ມີຄວາມຜິດພາດ, ການເດີນທາງໃນຕໍ່ໜ້າແມ່ນບໍ່ງ່າຍດາຍ. ພວກເຮົາຈະເຕະສະດຸດ. ພວກເຮົາອາດເຮັດບໍ່ໄດ້ຕາມຄາດ. ແຕ່ຂ້າພະເຈົ້າຂໍສັນຍາກັບພວກທ່ານວ່າ ພວກເຮົາຈະດຳເນີນການຢ່າງກ້າຫານ ແລະ ຮັບມືກັບສິ່ງທ້າທາຍຂອງພວກເຮົາຢ່າງຊື່ສັດ. ພວກເຮົາຈະເວົ້າຄວາມຈິງ, ແລະ ພວກເຮົາຈະດຳເນີນການດ້ວຍຄວາມເຊື່ອຖືອັນດຽວກັນກັບພວກທ່ານທີ່ພວກເຮົາໄດ້ຂໍໃຫ້ທ່ານເຊື່ອຖືໃນພວກເຮົາ.”

ຕົວເລືອກຂອງທ່ານ ໄບເດັນ ທີ່ເປັນແມ່ຍິງຜິວດຳເຊື້ອສາຍເອເຊຍ ໃຫ້ເປັນຄູ່ຮ່ວມຂອງທ່ານໃນການລົງແຂ່ງຂັນ ໄດ້ເປັນສິ່ງໃໝ່ໃນປະເພນີການເຮັດລາຍຊື່ຜູ້ສະໝັກຮັບເລືອກຕັ້ງທາງການເມືອງ ແລະ ໄດ້ສ້າງຄວາມຕື່ນເຕັ້ນໃຫ້ຊົນກຸ່ມນ້ອຍ ແລະ ບັນດາແມ່ຍິງ ໃນພັກຜູ້ທີ່ໄດ້ເມີນເສີຍ ຫຼື ຄັດ ຄ້ານທ່ານ ໄບເດັນ ຄົນຜິວຂາວອາຍຸ 77 ປີ ທີ່ຈະນຳໜ້າພັກເຂົ້າສູ່ການເລືອກຕັ້ງໃນລະດູໃບໄມ້ ລົ່ນນີ້.

ທ່ານນາງ ແຮຣິສ ໄດ້ສັນຍາວ່າ ລັດຖະບານ ໄບເດັນ-ແຮຣິສ ຈະເຮັດວຽກເພື່ອ “ສ້າງເສດຖະກິດທີ່ບໍ່ປະຖິ້ມຄົນຜູ້ໃດ,” ຈະເອົາບາດກ້າວ ເພື່ອສິ້ນສຸດໂຣກລະບາດ ໄວຮັສໂຄໂຣນາ, ແລະ ສ້າງຊຸມ ຊົນທີ່ “ເຂັ້ມແຂງ, ໜ້ານັບຖື, ຍຸຕິທຳ ແລະ ມີຄວາມເມດຕາ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG