ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໗ ພຶດສະພາ ໒໐໒໔

ໃນການຢ້ຽມຢາມ ພັນທະມິດການາ ທ່ານນາງແຮຣິສ ໃຫ້ຄໍາໝັ້ນສັນ​ຍາ ການຊ່ວຍເຫຼືອດ້ານຄວາມໝັ້ນຄົງ


ຮອງປະທານາທິບໍດີສະຫະລັດ ທ່ານນາງຄາມາລາ ແຮຣິສ ກ່າວປາໄສ ຢູ່ທີ່ງານລ້ຽງອາຫານແລງ ໃນລະຫວ່າງການຢ້ຽມຢາມປະເທດການາ, ແທນຊາເນຍ ແລະແຊມເບຍ, ໃນນະຄອນຫຼວງອັກກຣາ, ປະເທດການາ, ວັນທີ 27 ມີນາ 2023.
ຮອງປະທານາທິບໍດີສະຫະລັດ ທ່ານນາງຄາມາລາ ແຮຣິສ ກ່າວປາໄສ ຢູ່ທີ່ງານລ້ຽງອາຫານແລງ ໃນລະຫວ່າງການຢ້ຽມຢາມປະເທດການາ, ແທນຊາເນຍ ແລະແຊມເບຍ, ໃນນະຄອນຫຼວງອັກກຣາ, ປະເທດການາ, ວັນທີ 27 ມີນາ 2023.

ຮອງປະທານາທິບໍດີ​ສະ​ຫະ​ລັດ ທ່ານນາງຄາມາລາ ແຮຣິສ, ໃນວັນຈັນວານນີ້ ໄດ້ໃຫ້ຄໍາໝັ້ນ​ສັນ​ຍາ ທີ່ຈະມອບເງິນຊ່ວຍເຫຼືອຫຼາຍກວ່າ 100 ລ້ານໂດລາໃຫ້ແກ່ປະເທດການາ ແລະກໍເນັ້ນຢໍ້າວ່າ ຄວາມສົນໃຈຂອງສະຫະລັດທີ່ມີຕໍ່ບັນດາປະເທດຕ່າງໆໃນທະວີບອາຟຣິກາ ແມ່ນຫຼາຍກວ່າການແຂ່ງຂັນກັບຈີນ, ໃນລະຫວ່າງມື້ທໍາອິດສໍາລັບການຢ້ຽມຢາມທະວີບແຫ່ງນີ້ເປັນເວລານຶ່ງອາທິດ.

ທ່ານນາງແຮຣິສ ກ່າວໃນວັນຈັນວານນີ້ວ່າ ສະຫະລັດໃຫ້ສັນຍາທີ່ຈະຊ່ວຍເຫຼືອຫຼາຍກວ່າ 139 ລ້ານໂດລາ ໂດຍສ່ວນຫຼາຍ ແມ່ນຈະໃຊ້​ສະ​ໜັບ​ສະ​ໜຸນດ້ານການປ້ອງກັນຄວາມຂັດແຍ້ງ ຢູ່ໃນເຂດຊາເຮລ, ເຊິ່ງເປັນບ່ອນທີ່ພວກອິສລາມຫົວຮຸນແຮງ ໄດ້ຂະຫຍາຍກອງກໍາລັງຂອງພວກເຂົາຢູ່ທີ່ນັ້ນ.

ທ່ານນາງກ່າວປາໄສຢູ່ທີ່ທໍານຽບຈູບີລີ ເຊິ່ງເປັນທໍານຽບຂອງປະທານາທິບໍດີການາ ໂດຍມີປະທານາທິບໍດີຂອງການາ ທ່ານນານາ ອາກູໂຟ-ແອດໂດ (Nana Akufo-Addo) ນັ່ງຄຽງຂ້າງ.

ທ່ານນາງກ່າວວ່າ “ສໍາລັບການຊ່ວຍເຫຼືອ ທີ່ຈະໃຊ້ເຂົ້າໃນຕໍ່ສູ້ກັບຄວາມຮຸນແຮງຂອງການກໍ່ການຮ້າຍ ແລະຮັກສາຄວາມມີສະຖຽນລະພາບ, ໃນມື້ນີ້ ຂ້າພະເຈົ້າປະກາດໃຫ້ການຊ່ວຍເຫຼືອ 100 ລ້ານໂດລາເພື່ອສະໜັບສະໜຸນໃຫ້ແກ່ຂົງເຂດ ເບນິນ, ການາ, ກີນີ, ກົດດີວົວ (Côte d'Ivoire) ແລະໂຕໂກ. ໃນອາທິດທີ່ຜ່ານມາ, ປະທານາທິບໍດີ ໂຈ ໄບເດັນ ໄດ້ປະກາດແຜນຍຸດທະສາດສໍາລັບຂົງເຂດຊາຍຝັ່ງທາງທິດຕາເວັນຕົກຂອງອາຟຣິກາ ເຊິ່ງເປັນສ່ວນນຶ່ງໃນຍຸດທະສາດຂອງສະຫະລັດ ເພື່ອປ້ອງກັນຄວາມຂັດແຍ້ງ ແລະເພື່ອສ້າງຄວາມໝັ້ນຄົງຢູ່ໃນດິນແດນແຫ່ງນີ້. ມື້ນີ້, ເງິນທຶນ ແລະການປະກາດ ທີ່ຂ້າພະເຈົ້າຫາກໍໄດ້ຖະແຫຼງການອອກໄປນີ້ ຈະເປັນເຄື່ອງມືເພື່ອຊ່ວຍດໍາເນີນງານຕາມແຜນການດັ່ງກ່າວ ແລະຈະເປັນເຄື່ອງມືຕໍ່ດ້ານຄວາມໝັ້ນຄົງ, ວຽກງານຂອງລັດຖະບານ ແລະຕໍ່ການພັດທະນາ ໃນບັນຫາດ້ານຕ່າງໆຢູ່ໃນພູມິພາກແຫ່ງນີ້.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG