ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງ ຄາມາລາ ແຮຣິສ ຮຽກຮ້ອງປະເທດຕ່າງໆ ໃຫ້ຮ່ວມມືກັນ ໃນການຕໍ່ສູ້ກັບ ຄວາມບໍ່ເທົ່າທຽມ ດ້ານການເງິນ


ຮອງປະທານາທິບໍດີ ສະຫະລັດ ທ່ານນາງ ຄາມາລາ ແຮຣິສ ກ່າວຄຳປາໄສໃນກອງປະຊຸມສັນຕິພາບ ປາຣີ. 11 ພະຈິກ, 2021.
ຮອງປະທານາທິບໍດີ ສະຫະລັດ ທ່ານນາງ ຄາມາລາ ແຮຣິສ ກ່າວຄຳປາໄສໃນກອງປະຊຸມສັນຕິພາບ ປາຣີ. 11 ພະຈິກ, 2021.

ຄວາມທຸກຍາກຂັ້ນຮຸນແຮງ ແລະ ຄວາມຮັ່ງມີຢ່າງສຸດຂີດ ແມ່ນກຳລັງຂະຫຍາຍຕົວໃນທົ່ວໂລກ, ຮອງປະທານາທິບໍດີ ສະຫະລັດ ທ່ານນາງ ຄາມາລາ ແຮຣິສ ໄດ້ກ່າວຕໍ່ບັນດາຜູ້ນຳໃນວັນພະຫັດວານນີ້ຢູ່ກອງປະຊຸມສັນຕິພາບ ປາຣີ.

ທ່ານນາງໄດ້ກ່າວວ່າ, “ຕາມຄວາມເປັນຈິງໃນການວັດແທກທຸກຢ່າງນັ້ນ, ຊ່ອງຫວ່າງແມ່ນໄດ້ຂະ ຫຍາຍອອກ. ພວກເຮົາໄດ້ປະເຊີນກັບຄວາມບໍ່ເທົ່າທຽມຢ່າງຫຼວງຫຼາຍ, ແລະ ພວກເຮົາຕ້ອງປະ ຊຸມກັນໃນເວລານີ້,” ໂດຍກ່າວຕື່ມວ່າບໍ່ມີປະເທດໃດສາມາດແກ້ໄຂສິ່ງທ້າທາຍນີ້ໄດ້ຜູ້ດຽວ.

ທ່ານນາງໄດ້ເວົ້າອີກວ່າ “ພວກເຮົາຕ້ອງຕົກລົງກັນວ່າ ຊ່ອງຫວ່າງທີ່ກຳລັງຂະຫຍາຍອອກທີ່ວ່ານັ້ນແມ່ນຮັບບໍ່ໄດ້, ແລະ ພວກເຮົາຕ້ອງເຫັນດີທີ່ຈະເຮັດວຽກນຳກັນເພື່ອແກ້ໄຂມັນ,” ອີງຕາມອົງການຂ່າວ AFP.

ກອງປະຊຸມດັ່ງກ່າວ, ເຊິ່ງໄດ້ໄຂຂຶ້ນໃນວັນພະຫັດວານນີ້ໂດຍການເຂົ້າຮ່ວມດ້ວຍຕົນເອງ ຫຼື ທາງອອນໄລນ໌ ນັ້ນ, ໄດ້ນຳເອົາປະມຸກລັດປະມານ 30 ທ່ານ, ພ້ອມກັບບັນດາຜູ້ບໍລິຫານໃຫຍ່, ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ແລະ ອື່ນໆມາປຶກສາຫາລືກັນ ກ່ຽວກັບ ບັນຫາໃນໂລກຕ່າງໆຄືສະພາບອາກາດປ່ຽນແປງ, ໂຣກລະບາດ COVID-19 ແລະ ການຫັນໄປສູ່ລະບົບດິຈິຕອລ.

ບັນດາຜູ້ນຳຂອງ 8 ປະເທດລວມມີ ຝຣັ່ງ, ອິຕາລີ, ອາເຈັນຕີນາ, ຈໍແດັນ ແລະ ໂມຣັອກໂກ, ໄດ້ເຂົ້າຮ່ວມກັບບໍລິສັດ Amazon, Google ແລະ Youtube, Meta, Microsoft, Snapchat ແລະ Twitter ເພື່ອຮຽກຮ້ອງໃຫ້ທຳການປົກປ້ອງເດັກນ້ອຍທາງອອນໄລນ໌ ໃຫ້ດີກວ່າເກົ່າ. ສະຫະ ລັດ ໄດ້ເຂົ້າຮ່ວມກັບການຮຽກຮ້ອງທີ່ໄດ້ມີຂຶ້ນໃນປີ 2018, ເພື່ອປັບປຸງດ້ານຄວາມປອດໄພ ແລະ ການອອກກົດລະບຽບທາງອິນເຕີແນັດໃຫ້ດີກວ່າເກົ່າ, ອີງຕາມການປະກາດຂອງທ່ານນາງ ແຮຣິສ.

ທ່ານນາງ ແຮຣິສ ຍັງໄດ້ເປັນຕົວແທນຂອງ ສະຫະລັດ ໃນກອງປະຊຸມສຸດຍອດຂອງວັນສຸກມື້ນີ້ ກ່ຽວກັບ ປະເທດ ລີເບຍ ກ່ອນການເລືອກຕັ້ງຂອງປະເທດດັ່ງກ່າວໃນເດືອນໜ້າ.

ໃນຕອນເຊົ້າວັນພະຫັດວານນີ້, ປະທານາທິບໍດີ ຝຣັ່ງ ທ່ານ ເອັມມານູແອລ ມາກຣົງ ໄດ້ວາງພວງມາລາຢູ່ສຸສານຂອງນັກລົບນິລະນາມໃນນະຄອນຫຼວງ ປາຣີ ເພື່ອລະນຶກເຖິງວັນສິ້ນສຸດສົງຄາມ, ໃນຂະນະທີ່ທ່ານນາງ ແຮຣິສ ໄດ້ເຂົ້າຮ່ວມພິທີດັ່ງກ່າວຢູ່ອານຸສາວະລີ ອາກ ເດິ ທຣີໂອມຟ໌.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG