ທ່ານ Saad al-Hariri ຜູ້ທີ່ໄດ້ປະກາດ ການລາອອກຈາກຕຳແໜ່ງ ນາຍົກລັດຖະມົນຕີ
ຂອງເລບານອນ ເມື່ອຕົ້ນເດືອນນີ້ ວາງແຜນວ່າຈະເດີນທາງໄປຢ້ຽມຢາມ ປະເທດອີຈິບ
ໃນວັນອັງຄານມື້ອື່ນນີ້ ກ່ອນຈະເດີນທາງກັບຄືນປະເທດ.
ສຳນັກງານຂອງທ່ານ ໄດ້ປະກາດເມື່ອວັນອາທິດວານນີ້ ວ່າ ທ່ານຈະພົບປະກັບ
ປະທານາທິບໍດີ Abdel Fattah el-Sissi ຂອງອີຈິບ ຢູ່ໃນນະຄອນຫຼວງ Cairo.
ນຶ່ງມື້ຕໍ່ຈາກນັ້ນ ທ່ານຮາຣີຣີ ວາງແຜນວ່າ ທ່ານຈະກັບຄືນໄປນະນອນຫຼວງ ເບຣູດ
ໃນວັນພຸດມື້ຮືນີ້ ແລະ ຈະອະທິບາຍໃຫ້ຊາບ ກ່ຽວກັບ ການລາອອກຢ່າງບໍ່ຄາດຄິດ
ຂອງທ່ານ ເມື່ອວັນທີ 4 ພະຈິກຜ່ານມານີ້ ເວລາຢູ່ໃນປະເທດຊາອູດີ ອາເຣເບຍ ນັ້ນ.
ການປາກົດໂຕ ຢູ່ທີ່ໂທລະພາບຂອງ ຊາອຸດີ ໃນຄັ້ງນັ້ນ ທ່ານຮາຣີຣີ ໄດ້ຖິ້ມໂທດໃສ່
ອີຣ່ານ ແລະ ກຸ່ມ Hezbollah ເຊິ່ງເປັນສ່ວນນຶ່ງ ຂອງລັດຖະບານຂອງເລບານອນ
ສຳລັບການເຄື່ອນໄຫວນີ້ ໂດຍກ່າວວ່າ ທ່ານຢ້ານວ່າທ່ານຈະບໍ່ປອດໄພ.
ທ່ານຮາຣີຣີ ໄດ້ກ່າວໃນວັນເສົາຜ່ານມານີ້ ຢູ່ທີ່ທຳນຽບ ເອລີເຊ ຂອງປະທານາທິບໍດີ
ຝຣັ່ງ ທີ່ນະຄອນຫຼວງ ປາຣີ ກັບ ປະທານາທິບໍດີ ເອມມານູແອລ ມາຄຣົງ ຜູ້ຊຶ່ງສະເໜີ
ຊ່ອຍເຫຼືອ ທ່ານ ຮາຣີຣີ ແກ້ໄຂບັນຫາບົດບາດຂອງທ່ານ ໃນສະພາບການ ທາງດ້ານ
ການເມືອງແບບແປກປະຫຼາດຂອງ ເລບານອນ ນັ້ນ.
ທ່ານຮາຣີີຣີ ກ່າວວ່າ “ດັ່ງທີ່ພວກທ່ານຮູ້ຫັ້ນແລ້ວ ຂ້າພະເຈົ້າໄດ້ລາອອກແລ້ວ
ພວກເຮົາ ຈະເວົ້າເຖິງເລື່ອງນີ້ ເວລາຂ້າພະເຈົ້າກັບໄປ ເລບານອນ.” ແລະ ທ່ານ
ກ່າວເພີ່ມວ່າ ທ່ານຈະໄປປະກອບສ່ວນຢູ່ໃນການສະເຫຼີມສະຫຼອງວັນເອກະລາດ
ໃນວັນພຸດນີ້.
ທ່ານເວົ້າຕໍ່ໄປວ່າ “ກ່ຽວກັບສະພາບການທາງດ້ານການເມືອງໃນ ເລບານອນ ນັ້ນ
ຂ້າພະເຈົ້າຈະແຈ້ງໃຫ້ຊາບ ເຖິງຖານະຂອງຂ້າພະເຈົ້າ ກ່ຽວກັບ ເລື່ອງນີ້ ລຸນຫຼັງ
ການພົບປະກັບປະທານາທິບໍດີ ມິແຊລ ອາອູນ.”
ໃນວັນອາທິດວານນີ້ ໃນຂະນະທີ່ ບັນດາລັດຖະມົນຕີການຕ່າງປະເທດ ຈາກຊາອຸດີ
ອາຣາເບຍ ແລະ ປະເທດອື່ນໆໃນອາຣັບ ໄດ້ພົບປະກັນທີ່ນະຄອນ ໄຄໂຣ ເພື່ອປຶກ
ສາຫາລື ໃນການປະເຊີນໜ້າກັບອີຣ່ານ ຢູ່ນັ້ນ ທ່ານ Gebran Bassil ລັດຖະມົນຕີ
ການຕ່າງປະເທດຂອງ ເລບານອນ ແມ່ນໄດ້ຢູ່ໃນປະເທດຕົນ.
ສ່ວນ Riyadh ກໍໄດ້ຮຽກຮ້ອງໃຫ້ສະຫະພັນອາຣັບ ຈັດກອງປະຊຸມ ຫຼັງຈາກທີ່ຕົນໄດ້
ກ່າວວ່າ ກຳລັງປ້ອງກັນທາງອາກາດ ຂອງຊາອຸດີ ໄດ້ສະກັດກັ້ນລູກສອນໄຟ ທີ່ໄດ້ຖືກ
ຍິງເຂົ້າໄປ ຈາກ ເຢເມນ ເມື່ອວັນທີ 4 ພະຈິກນີ້.
Riyadh ໄດ້ກ່າວຫາ ພວກກະບົດ ໜູນຫຼັງໂດຍອີຣ່ານ ທີ່ກຳລັງສູ້ລົບຢູ່ໃນເຢເມນວ່າ
ໄດ້ທຳການຍິງລູກສອນໄຟດັ່ງກ່າວ.