ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ ຮາຣີຣີ ຈະເດີນທາງກັບປະເທດ ເລບານອນ ໃນວັນພຸດນີ້


ປະທານາທິບໍດີ ຝຣັ່ງ ທ່ານ ເອັມມານູແອລ ມາຄຣົງ, ຊ້າຍ, ປຶກສາຫາລືກັບນາຍົກລັດຖະມົນຕີ ເລບານອນ ທ່ານ ຊາອາດ ຮາຣີຣີ ທີ່ທຳນຽບ ເອລີເຊ ໃນນະຄອນຫຼວງ ປາຣີ. 18 ພະຈິກ, 2017.
ປະທານາທິບໍດີ ຝຣັ່ງ ທ່ານ ເອັມມານູແອລ ມາຄຣົງ, ຊ້າຍ, ປຶກສາຫາລືກັບນາຍົກລັດຖະມົນຕີ ເລບານອນ ທ່ານ ຊາອາດ ຮາຣີຣີ ທີ່ທຳນຽບ ເອລີເຊ ໃນນະຄອນຫຼວງ ປາຣີ. 18 ພະຈິກ, 2017.

ທ່ານ ຊາອາດ ອາລຮາຣີຣີ ຜູ້ຊຶ່ງໄດ້ລາອອກຈາກຕໍາແໜ່ງ ນາຍົກ ເລບານອນ ໃນຕົ້ນ
ເດືອນນີ້ກ່າວວ່າ ທ່ານຈະກັບຄືນໄປນະນອນຫຼວງ ເບຣູດ ໃນວັນພຸດນີ້ ແລະ ຈະອະທິ
ບາຍໃຫ້ຊາບ ກ່ຽວກັບ ການລາອອກຢ່າງບໍ່ຄາດຄິດຂອງທ່ານ ເວລາຢູ່ໃນປະເທດ
ຊາອູດີ ອາເຣເບຍ ນັ້ນ.

ທ່ານ ຮາຣີຣີ ໄດ້ເວົ້າອອກມາ ໃນວັນເສົາວານນີ້ທີ່ທຳນຽບ ເອລີເຊ ຂອງປະທານາທິບໍ
ດີ ຟຣັ່ງ ທີ່ນະຄອນຫຼວງ ປາຣີ ກັບປະທານາທິບໍດີ ເອມມານູແອລ ມາຄຣົງ ຜູ້ຊຶ່ງສະເໜີ
ຊ່ອຍເຫຼືອ ທ່ານ ຮາຣີຣີ ແກ້ໄຂບັນຫາບົດບາດຂອງທ່ານ ໃນສະພາບການທາງດ້ານ
ການເມືອງແບບແປກປະຫຼາດຂອງ ເລບານອນ ນັ້ນ.

ທ່ານ ຮາຣີຣີ ເວົ້າວ່າ “ດັ່ງທີ່ພວກທ່ານຮູ້ຫັ້ນແລ້ວ ຂ້າພະເຈົ້າໄດ້ລາອອກແລ້ວ ພວກ
ເຮົາຈະເວົ້າເຖິງເລື່ອງນີ້ ເວລາຂ້າພະເຈົ້າກັບໄປ ເລບານອນ. ແລະ ເວົ້າເພີ່ມວ່າ ທ່ານ
ຈະໄປປະກອບສ່ວນຢູ່ໃນການສະເຫຼີມສະຫຼອງວັນເອກະລາດໃນວັນພຸດນີ້.”

ທ່ານເວົ້າວ່າ “ກ່ຽວກັບສະພາບການທາງດ້ານການເມືອງໃນ ເລບານອນ ນັ້ນ ຂ້າພະ
ເຈົ້າຈະແຈ້ງໃຫ້ຊາບ ເຖິງຖານະຂອງຂ້າພະເຈົ້າ ກ່ຽວກັບ ເລື່ອງນີ້ ລຸນຫຼັງການພົບປະ
ກັບປະທານາທິບໍດີ ອາອູນ.”

ໃນວັນທີ 4 ພະຈິກ ທ່ານ ຮາຣີຣີ ໄດ້ປະກາດການລາອອກຂອງທ່ານ ໂດຍປາກົດໂຕ
ທາງໂທລະພາບ ຊາອູດີ ອາເຣເບຍ ສ້າງຄວາມມຶນງົງ ແລະ ສົງໄສຂື້ນມາ. ທ່ານໄດ້
ຕ້ອງຕິ ອີຣ່ານ ແລະ ກຸ່ມເຮັສໂບລາ ວ່າມີສ່ວນໃນລັດຖະບານ ເລບານອນ ໃນການ
ເຄື່ອນໄຫວດັ່ງກ່າວ ແລະ ວ່າທ່ານຢ້ານເປັນອັນຕະລາຍແກ່ຊີວິດຂອງທ່ານ.

ທຳນຽບຂາວ ໄດ້ອອກຖະແຫຼງການສະບັບນຶ່ງ ໃນວັນເສົາວານນີ້ ເວົ້າວ່າ ປະທານາທິ
ບໍດີ ດໍໂນລ ທຣຳ ໄດ້ລົມກັບທ່ານ ມາຄຣົງ ກ່ຽວກັບ ສະຖານະການໃນເລບານອນ
ແລະ ຊີເຣຍ ແລະ ປະທານາທິບໍດີ “ທັງສອງໄດ້ເຫັນພ້ອມນຳກັນວ່າມີຄວາມຈຳເປັນ
ທີ່ຈະຕ້ອງໄດ້ທຳງານຮ່ວມກັບພັນທະມິດຕ່າງໆ ເພື່ອຕ້ານຢັນກັບການສ້າງຄວາມບໍ່
ທຸ່ນທ່ຽງຂອງພວກ ເຮັສໂບລາກັບ ອີຣ່ານ ໃນຂົງເຂັດດັ່ງກ່າວ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG