ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນາຍົກລັດຖະມົນຕີ ເລບານອນ ຮັບປະກັນວ່າ ທ່ານຈະເດີນທາງ ກັບປະເທດ ໃນໄວໆນີ້


ກຳມະກອນຫ້ອຍຮູບຂອງນາຍົກລັດຖະມົນຕີທ່ານ ຊາອາດ ຮາຣີຣີ ດ້ວຍຄຳເວົ້າພາສາອາຣັບທີ່ຂຽນວ່າ "ພວກເຮົາທຸກ
ຄົນແມ່ນ ຊາອາດ" ຢູ່ຖະໜົນແຄມທະເລໃນນະຄອນຫຼວງ ເບຣຸດ, ປະເທດ ເລບານອນ. 9 ພະຈິກ, 2017.
ກຳມະກອນຫ້ອຍຮູບຂອງນາຍົກລັດຖະມົນຕີທ່ານ ຊາອາດ ຮາຣີຣີ ດ້ວຍຄຳເວົ້າພາສາອາຣັບທີ່ຂຽນວ່າ "ພວກເຮົາທຸກ ຄົນແມ່ນ ຊາອາດ" ຢູ່ຖະໜົນແຄມທະເລໃນນະຄອນຫຼວງ ເບຣຸດ, ປະເທດ ເລບານອນ. 9 ພະຈິກ, 2017.

ນາຍົກລັດຖະມົນຕີ ຂອງເລບານອນ ທ່ານຊາອາດ ຮາຣີຣີ ໄດ້ຮັບປາກຕໍ່ປະເທດຊາດ
ໃນວັນອາທິດວານນີ້ ວ່າ ທ່ານຈະກັບຄືນປະເທດ “ໃນໄວໆນີ້” ຈາກປະເທດຊາອຸດີ
ອາເຣເບຍ ບ່ອນທີ່ທ່ານໄດ້ປະກາດການລາອອກຈາກຕຳ ແໜ່ງຂອງທ່ານຢ່າງບໍ່ໜ້າ
ເຊື່ອ ເມື່ອວັນທີ 4 ພະຈິກຜ່ານມາ.

ທ່ານຮາຣີຣີ ໄດ້ໃຫ້ສຳພາດຕໍ່ TV Future ທີ່ເປັນສື່ໂທລະພາບຂອງພັກການເມືອງ
ຂອງທ່ານເອງ ຈາກນະຄອນຫຼວງຣິຢາດ ຂອງຊາອຸດີ ອາເຣເບຍ. ທ່ານໄດ້ປະຕິເສດ
ວ່າທ່ານບໍ່ໄດ້ຕົກຢູ່ພາຍໃຕ້ການຈັບກຸມ ຫຼື ວ່າ ຊາອຸດີ ໄດ້ກົດດັນໃຫ້ທ່ານລາອອກ
ເພື່ອຈະແຍກຄະນະລັດຖະບານຂອງທ່ານ ອອກຈາກກຸ່ມ ເຮັສໂບລາ.

ທ່ານໄດ້ກ່າວວ່າ ການຕັດສິນໃຈລາອອກນັ້ນ ແມ່ນເປັນການຕັດສິນໃຈຂອງທ່ານເອງ
ທັງໝົດ ໂດຍກ່າວວ່າ ທ່ານຕ້ອງການຢາກນຳມາ ເຊິ່ງ “ການກະຕຸ້ນ ໃນແງ່ບວກ ເພື່ອ
ໃຫ້ເລບານອນຕື່ນຕົວ.” ທ່ານກ່າວວ່າ ປະເທດຊາດກຳລັງຢູ່ໃນຂັ້ນອັນຕະລາຍ ແຕ່ບໍ່
ໄດ້ລະບຸຢ່າງເຈາະຈົງວ່າ ຍ້ອນຜູ້ໃດ ຫຼື ເຫດຜົນອັນໃດ.

ພວກນັກແລ່ນ ແລະພວກຜູ້ຊົມ ຫຼາຍພັນຄົນ ເຂົ້າຮ່ວມ ໃນການແຂ່ງຂັນແລ່ນມາຣາ
ທອນປະຈຳປີຂອງ ເລບານອນ ໃນວັນອາທິດວານນີ້ ໂດຍພາກັນຮຽກຮ້ອງໃຫ້ນາຍົກລັດຖະມົນຕີ ກັບຄືນປະເທດ. ພວກຄົນບາງສ່ວນໄດ້ຊູປ້າຍຕ່າງໆ ທີ່ກ່າວວ່າ “ລໍຄອຍ
ທ່ານຢູ່.”

ສ່ວນປະທານາທິບໍດີ ມິແຊລ ອາອູນ ຍັງບໍ່ໄດ້ຮັບຮອງເອົາການລາອອກຂອງທ່ານ
ຮາຣີຣີ ເທື່ອ. ກ່ອນໜ້າ ການຖ່າຍທອດອອກອາກາດຜ່ານທາງໂທດລະພາບ ການສຳ
ພາດກັບທ່ານຮາຣີຣີ ໃນວັນອາທິດ ນັ້ນ ທ່ານອາອູນ ໄດ້ແຈ້ງອອກຖະແຫລງການສະ
ບັບນຶ່ງ ທີ່ກ່າວວ່າ ນາຍົກລັດຖະມົນຕີ ແມ່ນຢູ່ໃນປະເທດຊາອຸດີ ອາເຣເບຍ ພາຍໃຕ້
“ສະພາບການທີ່ມືດມົນ.”

ຖະແຫລງການ ຍັງໄດ້ກ່າວອີກວ່າ “ເສລີພາບຂອງທ່ານຮາຣີຣີ ນັ້ນ ແລະ ສະພາວະ
ຕ່າງໆທີ່ກ່ຽວຂ້ອງກັບທີ່ຢູ່ອາໄສຂອງທ່ານກໍໄດ້ຖືກຈຳກັດ ລວມທັງ ການຕິດຕໍ່ກັບຜູ້ໃດ
ກໍຕາມ ແມ່ນກະທັງສະມາຊິກຂອງຄອບຄົວຂອງທ່ານ ກໍເຊັ່ນກັນ.”

ທ່ານຮາຣີຣີ ໄດ້ຖືສອງສັນຊາດ ສັນຊາດ ເລບານອນ ກັບສັນຊາດ ຊາອຸດີອາເຣເບຍ.
ທ່ານໄດ້ກ່າວໃນຄຳປາໄສລາອອກຢ່າງກະທັນຫັນທີ່ບໍ່ໜ້າເຊື່ອ ໃນໂທລະພາບຂອງ
ຊາອຸດີ ອາເຣເບຍ ວ່າ ກຸ່ມ ເຮັສໂບລາ ແລະ ພວກອີຣ່ານທີ່ໃຫ້ການສະໜັບໜູນນັ້ນ
ແມ່ນກຳລັງວາງແຜນທີ່ຈະເຂົ້າຄອບຄອງປະເທດ ອັນເປັນການເຄື່ອນໄຫວ ທີ່ທ່ານ
ກ່າວວ່າ ຈະສ້າງຄວາມບໍ່ທຸ່ນທ່ຽງໃນຕາເວັນອອກກາງທັງມວນ.

ທ່ານຮາຣີຣີ ຍັງກ່າວອີກວ່າ ທ່ານຈະຖືກປອງຮ້າຍ. ກຸ່ມ ເຮັສໂບລາ ໄດ້ຖືກກ່າວຫາ
ວ່າ ທຳການໂຈມຕີດ້ວຍລົດລະເບີດ ເມື່ອປີ 2005 ທີ່ໄດ້ສັງຫານພໍ່ຂອງທ່ານ ຄືມື້ລາງ
ອະດີດນາຍົກລັດຖະມົນຕີ ທ່ານ ຣາຟິກ ຮາຣີຣີ.

ຫົວໜ້າກຸ່ມ ເຮັສໂບລາ ໃນເລບານອນ ທ່ານ ຮາຊານ ນາສຣາລາ ໄດ້ກ່າວເມື່ອສັບ
ປະດາແລ້ວນີ້ ວ່າ ຊາອຸດີ ອາເຣເບຍ ໄດ້ກົດດັນ ທ່ານຮາຣີຣີ ໃຫ້ລາອອກຈາກຕຳແໜ່ງ
ໂດຍກ່າວວ່າ ທ່ານນາຍົກລັດຖະມົນຕີ ບໍ່ເຄີຍມີຈຸດປະສົງທີ່ຈະລາອອກຈັກເທື່ອ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG