ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກຊາດນິຍົມຂວາຈັດ ປະຕິຍານຕົນ ເປັນ ລັດຖະມົນຕີ ປ້ອງກັນປະເທດ ຄົນໃໝ່ ຂອງ ອິສຣາແອລ


ຫົວໜ້າພັກ Yisrael Beitenu ຂອງ ອິສຣາແອລ ທ່ານ Avigdor Lieberman, 23 ກຸມພາ, 2015.
ຫົວໜ້າພັກ Yisrael Beitenu ຂອງ ອິສຣາແອລ ທ່ານ Avigdor Lieberman, 23 ກຸມພາ, 2015.

ນັກການເມືອງຊາດນິຍົມຂວາຈັດ ທ່ານ Avigdor Lieberman ໄດ້ໃຫ້ການປະຕິຍານຕົນ ເປັນລັດຖະມົນປ້ອງກັນປະເທດຄົນໃໝ່ຂອງ ອິສຣາແອລ ໃນວັນຈັນວານນີ້, ໃນຂະນະທີ່ ນັກການເມືອງ ອິສຣາແອລ ຄົນອື່ນໆຫຼາຍຄົນໄດ້ກ່າວວ່າ ລັດຖະບານແມ່ນກຳລັງຈະກາຍ ເປັນພວກຫົວຮຸນແຮງໂພດ.

ທ່ານ Lieberman ແມ່ນສະມາຊິກຄົນໜຶ່ງຂອງພັກຂວາ​ຈັດ Yisrael Beitneu, ເຊິ່ງ ຕອນນີ້ ແມ່ນສ່ວນໜຶ່ງຂອງລັດຖະບານປະສົມ. ທ່ານເຄີຍຮັບໜ້າທີ່ໃນຕຳແໜ່ງຜູ້ອາວຸໂສ ຫຼາຍຕຳແໜ່ງ, ລວມທັງເປັນລັດຖະມົນຕີການຕ່າງປະເທດ.

ທ່ານໄດ້ຮຽກຮ້ອງໃຫ້ຖິ້ມລະເບີດໃສ່ເປົ້າໝາຍຕ່າງໆຂອງປາເລສໄຕນ໌ ແລະ ໄດ້ພະຍາ ຍາມປ້ອງກັນພັກຕ່າງໆຂອງ ອາຣັບ ຈາກການລົງຫາສຽງ ​ໃນການເລືອກຕັ້ງແຫ່ງຊາດ ຢ່າງຖືກກົດໝາຍ. ແຕ່ທ່ານ Lieberman, ຊຶ່ງ​ເປັນທີ່ຮູ້ກັນ​ດີ​ໃນການໃຊ້ສຳນວນຄຳເວົ້າ ຕໍ່ຕ້ານ ອາຣັບ ທີ່ຮຸນແຮງ, ໄດ້ກ່າວວ່າ ທ່ານເຫັນດີກັບຄວາມຈຳ​ເປັນສຳລັບການແກ້ໄຂ ບັນຫາ​ແບບ​ມີ 2 ລັດໃນພາກຕາເວັນອອກກາງ.

ທ່ານໄດ້ກ່າວໃນວັນຈັນວານນີ້ວ່າ ທ່ານເຫັນດີກັບນາຍົກລັດຖະມົນຕີ Benjamin Netanyahu ຜູ້ທີ່ໄດ້ກ່າວວ່າ ທ່ານໄດ້ມີຄວາມປາຖະໜາຢາກຄວາມສັນຕິພາບກັບທຸກໆ ປະເທດໃກ້ຄຽງຂອງ ອິສຣາແອລ, ລວມທັງ ປາເລສໄຕນ໌.

ທ່ານ Netanyahu ໄດ້ກ່າວວ່າ ອິສຣາແອລ ແມ່ນຍິນດີທີ່ຈະເຈລະ ຈາກ່ຽວ​ກັບ​ຂໍ້ລິເລີ້ມ ສັນຕິພາບຂອງບັນດາປະເທດ ອາຣັບ ຄືນໃໝ່ ດັ່ງນັ້ນມັນຈຶ່ງສະທ້ອນເຖິງສິ່ງທີ່ທ່ານ Netanyahu ໄດ້ກ່າວວ່າ ແມ່ນການປ່ຽນໃນພາກພື້ນນັບຕັ້ງແຕ່ປີ 2002 ນັ້ນ.

ເຖິງແມ່ນ​ເປັນ​ທີ່ປະກົດວ່າ ຈະເປັນຄຳເວົ້າ​ແບບເປັນກາງຈາກລັດຖະ ບານຂວາຈັດກໍ​ຕາມ ແຕ່ໂຄສົກຂອງປາເລສໄຕນ໌ ໄດ້ກ່າວວ່າ ການ ເອົາທ່ານ Lieberman ນັກຊາດນິຍົມຈັດ ສຸດຍອດ ​ເຂົ້າມາ​ຮ່ວມ​ນັ້ນ ແມ່ນ “ການປະສົມລັດທິຫົວຮຸນແຮງ ກັບຄວາມບ້າບິ່ນເຂົ້າ ກັນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG