ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ອີຕາລີ ຖືກກະທົບຢ່າງໜັກ ຂອງກໍລະນີຕິດເຊື້ອໄວຣັສໂຄໂຣນາ ແຕ່ກໍລະນີໃໝ່ ແລະການເສຍຊີວິດ ກໍຫລຸດລົງແລ້ວ


ໃນພາບຊ່ວງນີ້ ເປັນການສົ່ງສະການທີ່ປາສະຈາກ ຍາດຕິພີ່ນ້ອງມາຮ່ວມ ຢູ່ໃນສຸສານ ຂອງໂຊກໂນ ໃກ້ກັລເມືອງ ເບີກາໂມ ຢູ່ທາງພາກເໜືອຂອງອີຕາລີ, ວັນເສົາ ທີ 21 ມີນາ 2020.
ໃນພາບຊ່ວງນີ້ ເປັນການສົ່ງສະການທີ່ປາສະຈາກ ຍາດຕິພີ່ນ້ອງມາຮ່ວມ ຢູ່ໃນສຸສານ ຂອງໂຊກໂນ ໃກ້ກັລເມືອງ ເບີກາໂມ ຢູ່ທາງພາກເໜືອຂອງອີຕາລີ, ວັນເສົາ ທີ 21 ມີນາ 2020.

ປະເທດອີຕາລີ ຊຶ່ງໄດ້ຮັບຜົນກະທົບຮ້າຍແຮງທີ່ສຸດ ໂດຍການລະບາດຂອງໄວຣັສ
ໂຄໂຣນາ ສາຍພັນໃໝ່ ຕາມລາຍງານໃນວັນອັງຄານມື້ນີ້ ກໍແມ່ນວ່າ ການເສຍຊີວິດ
ແລະການຕິດເຊື້ອໃໝ່ໃນແຕ່ລະວັນນັ້ນ ໄດ້ຫລຸດລົງເປັນມື້ທີສາມລຽນຕິດ.

ໃນວັນຈັນວານນີ້ ໄດ້ມີຜູ້ເສຍຊີວິດ 601 ຄົນທີ່ໄດ້ຖືກບັນທຶກໄວ້ ຈຳນວນນີ້ກໍຍັງເປັນ
ຈຳນວນ ທີ່ຫຼາຍສົມຄວນ ແຕ່ເປັນດ້ານນຶ່ງທີ່ໄດ້ຮັບການປັບປຸງຈາກທີ່ມີເກືອບ 800
ຄົນເສຍຊີວິດໃນວັນເສົາຜ່ານມາ.

ອີຕາລີ ໄດ້ລາຍງານວ່າ ມີຫຼາຍກວ່າ 6,000 ຄົນເສຍຊີວິດ ແລະ ມີຈຳນວນກໍລະນີ
ຕິດເຊື້ຶອໄວຣັສຫຼາຍທີ່ສຸດເປັນອັນດັບສອງ. ບັນດາເຈົ້າໜ້າທີ່ ໄດ້ສັ່ງໃຫ້ປິດປະເທດ
ເມື່ອສອງອາທິດກ່ອນ ໃນຄວາມຫວັງທີ່ຢຸດຢັ້ງການແຜ່ລະບາດຂອງໄວຣັສດັ່ງກ່າວ ທີ່ໄດ້ແຜ່ກະຈາຍໄປເກືອບທຸກຊອກທຸກມຸມຂອງທຸກໆປະເທດໃນໂລກ.

ສ່ວນເກົາຫຼີໃຕ້ ຊຶ່ງໃນຄັ້ງນຶ່ງ ເຄີຍຢູ່ຕຳແໜ່ງເປັນປະເທດນຶ່ງທີ່ຖືກກະທົບໜັກທີ່ສຸດ
ກໍໄດ້ສະແດງໃຫ້ເຫັນວ່າ ຍັງສືບຕໍ່ທຳຄວາມກ້າວໜ້າ ອີງຕາມລາຍງານປະຈຳວັນ
ອັງຄານມື້ນີ້ ແມ່ນມີຜູ້ຕິດເຊື້ອລາຍໃໝ່ເພີ້ມຂຶ້ນອີກ 76 ຄົນ. ອັນນັ້ນ ເປັນຈຳນວນ
ການຕິດເຊື້ອສຳລັບມື້ນີ້ ຊຶ່ງເປັນຈຳນວນທີ່ຕ່ຳກວ່າ 100 ລາຍ ມາໄດ້ 13 ວັນລຽນ
ຕິດຂອງປະເທດ.

ໃນຄະນະດຽວກັນ ຈີນສືບຕໍ່ລາຍງານວ່າ ຈຳນວນຫຼ້າສຸດຂອງການຕິດແປດໄວຣັສ
ຂອງຕົນນັ້ນ ກໍໄດ້ດີຂຶ້ນຫຼາຍ ໂດຍມີພຽງແຕ່ສີ່ກໍລະນີ ຕິດແປດຢູ່ໃນທ້ອງຖິ່ນແຫ່ງດຽວ.

ແຕ່ຄວາມເປັນຫ່ວງກໍຍັງຄົງມີຢູ່ສຳລັບໄວຣັສດັ່ງກ່າວຢູ່ໃນຈີນ ຊຶ່ງເປັນສະຖານທີ່
ແຫ່ງທຳອິດທີ່ໄດ້ກວດພົບໄວຣັສນີ້ ໃນຕອນທ້າຍເດືອນທັນວາປິກາຍນີ້ ຍ້ອນກໍລະນີ ພາຍໃນກຸ້ມຄົນຈຳນວນນຶ່ງ ຜູ້ທີ່ເດີນທາງເຂົ້າມາຈາກແຫ່ງອື່ນໆຂອງໂລກ. ຈີນໄດ້
ລາຍງານວ່າ ມີ 74 ກໍລະນີການນຳເຂົ້າມາເຊັ່ນນີ້ ໃນວັນອັງຄານມື້ນີ້.

ຄວາມຢ້ານກົວເຫຼົ່ານັ້ນ ໄດ້ກະຕຸ້ນໃຫ້ລັດຖະບານຂອງປະເທດທັງຫຼາຍໃນທົ່ວໂລກ
ຈຶ່ງໄດ້ອອກມາດຕະການຈຳກັດການເດີນທາງ.

ເລີ້ມຕົ້ນແຕ່ວັນອັງຄານມື້ນີ້ ຄິວບາ ຫ້າມພວກນັກທ່ອງທ່ຽວທັງໝົດ ບໍ່ໃຫ້ເຂົ້າມາໃນ
ປະເທດ. ສ່ວນຈຳພວກທີ່ຢູ່ໃນປະເທດຢູ່ແລ້ວນັ້ນ ກໍຈະຕ້ອງໄດ້ກັກຕົວເອງ ໃນຂະ
ນະດຽວກັນ ພົນລະເມືອງຄິວບາ ຈະບໍ່ສາມາດເດີນທາງອອກໄປຈາກເກາະນີ້ໄດ້.

ຢູ່ໃນສະຫະລັດ ນຶ່ງໃນສາມຄົນໃດຂອງປະຊາກອນ ແມ່ນຢູ່ພາຍໃຕ້ຄຳສັ່ງທີ່ແຈ້ງ
ອອກໂດຍບັນດາຜູ້ປົກຄອງລັດ ໃຫ້ຢູ່ພາຍໃນເຮືອນ. ຄຳສັ່ງຫຼ້າສຸດແມ່ນຈາກຜູ້ປົກ
ຄອງລັດຮາວາຍ ທີ່ກ່າວບອກພົນລະເມືອງຂອງຕົນ ບໍ່ໃຫ້ອອກໄປນອກ ເວັ້ນເສຍແຕ່
ມີຄວາມຈຳເປັນທີ່ຈະຕ້ອງເດີນທາງ ໃນຂະນະດຽວກັນ ຜູ້ປົກຄອງລັດວໍຊິງຕັນ ຢູ່ທາງ
ພາກຕາເວັນຕົກຂອງປະເທດ ກໍໄດ້ສັ່ງໃຫ້ເຂັ້ມງວດຫຼາຍຂຶ້ນ ຕໍ່ຄຳສັ່ງທີ່ມີຢູ່ແລ້ວນັ້ນ
ທີ່ປະກອບດ້ວຍ ການປິດທຸລະກິດຕ່າງໆທີ່ບໍ່ຈຳເປັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG