ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສຸກສັນວັນເກີດ ຄົບຮອບ 25 ປີ ຂອງກ້ອງໂທລະທັດ Hubble ຢູ່ອະວະກາດ


Hubble Telescope Celebrates 25 Years in Space
please wait

No media source currently available

0:00 0:02:56 0:00

ວັນ​ເສົາມື້​ນີ້ິ ແມ່ນວັນຄົບຮອບຊາວ​ຫ້າ​ປີ​ ໃນການປ່ອຍກ້ອງໂທ
ລະທັດ Hubble ​ຈາກຍານ​ອະວະ​ກາດໄປກັບ Discovery ທີ່
​ບັນຈຸ​ອຸບປະກອນ​ຕ່າງໆ ທີ່​ອອກ​ແບບ​ເພື່ອບອກ​ໃຫ້​ພວກ​ເຮົາ​ຮູ້
ກ່ຽວ​ກັບ​ຈັກກະວານ.

ມັນໄດ້ປະສົບ​ຜົນສຳ​ເລັດ ​ໃນ​ການຖ່າຍເອົາພາບ​ມະຫັດສະຈັນ​
ຕ່າງໆ ​ຢູ່​ໃນ​ອະ ວະກາດ.

ທ່ານ John Grunsfeld ນັກ​ບິນ​ອະວະກາດທີ່ກຳກັບນຳກ້ອງ
ໂທລະທັດ Hub-ble ​ແລະຄະນະ​ຜູ້​ບໍລິຫານ​ປົກຄອງ ການ​ປະ
ຕິບັດ​ງານດ້ານວິທະຍາສາດ ຂອງ​ອົງການອະວະກາດສະຫະ
ລັດ ຫຼື NASA ກ່າວວ່າ “ກ້ອງໂທລະທັດ Hubble ​ໄດ້​ປ່ຽນ​ທິດທາງ​ວິທະຍາສາດ ດ້ວຍ
​ການ​ຄົ້ນ​ພົບ ​ແລະ​ໄດ້​ສະ​ແດງ​ໃຫ້​ພວກ​ເຮົາ​ເຫັນ​ສ່ວນ​ເລິກແລບ​ແລະ​ຄວາມ​ງາມ​ຂອງ​
ຈັກກະວານ. ກ້ອງໂທລະທັດ Hubble ຍັງຈະ​ສືບຕໍ່​ເປີ​ດ​ເຜີ​ຍໃຫ້ຮູ້​ເຖິງຄວາມ​ລີ້ລັບ​ອັນ​
ກວ້າ​ງ​ໃຫຍ່ຂອງຈັກກະວານ​ ​ໃນ​ຊຸມປີຕໍ່ໜ້າ.

ກ້ອງໂທລະທັດ Hubble ​ໄດ້​ຈັບ​ເອົາ​ພາບ​ຂອງ​ລະບົບ​ລະບົບ​ສຸລິຍະຈັກກະວານ ​ແລະ
​ໄກອອກ​ໄປ​ກວ່ານັ້ນ ທີ່ໄດ້​ປ່ຽນແປງໃນດ້ານ​ດາຣາສາດ​ຕະຫລອດ​ໄປ.

ການ​ຄົ້ນຄວ້າ​ຂອງ Hubble ​ໄດ້​ຄົ້ນພົບໃນເກືອບ​ທຸກໆ​ດ້ານກ່ຽວກັບວິຊາດາຣາ​ສາດ
ໃນດ້ານຄວາມ​ເລິກ​ແລບ​ ຂອງອະວະກາ​ດ ຮວມທັງ​ການ​ຂະຫຍາຍ ​ແລະ​ອັດຕາ​ການ​
ເລັ່ງລັດຄວາມໄວຂອງ​ຈັກກະວານ ການກໍ່ຕົວຂອງກາແລັກຊີ​ໃນ​ຂັ້ນ ເລີ້ມຕົ້ນ ບໍ່ດົນ
|ຫລັງ​ຈາກ​ການລະ​ເບີດ​ທີ່ເອີ້ນວ່າ Big Bang ຕະຫລອດທັສານ ເຄມີ ​ແລະດາວເຄາະ
ຕ່າງໆ ທີ່ອາດອາໄສຢູ່ໄດ້ ທີ່ໂຄຈອນອ້ອມດວງດາວອື່ນໆ ນັ້ນ.

ເປັນທີ່ຄາດກັນວ່າ ການ​ປະຕິບັດ​ງານຂອງກ້ອງໂທລະທັດດັ່ງກ່າວຈະສີ້​ນສຸດລົງ ໃນ​ປີ
2005 ​ແຕ່ມັນ​ຍັງ​ດຳ​ເນີນ​ງານ​ໄປ​ໄດ້​ຢ່າງ​ແຂງ​ຂັນ ຫລັງ​ຈາກການ​ປະຕິບັດງານ​ໄປສ້ອມ
ແປງຂອງ​ຍານ​ອະວະກາດໄປກັບຫ້າຄັ້ງ ຊຶ່ງຮວມການອອກໄປປະຕິບັດງານຢູ່ນອກຍານ
ທັງ​ໝົດ ຂອງພວກນັກບິນອະວະກາດ 32 ເທື່ອ ​ແລະ​ບັນດາ​ນັກວິທະຍາສາດຫລາຍໆ
​ທ່ານທີ່​ໄດ້​ເຮັດ​ວຽກ ​ກ່ຽວກັບກ້ອງໂທລະທັດດັ່ງກ່າວ.

ຢູ່ທີ່ສະຫະລັດ ເອກກະສານໃນດ້ານການສຶກສາຂອງກ້ອງໂທລະທັດ Hubble ໄດ້ມີ
ການນຳໃຊ້ໂດຍພວກນາຍຄູ 5 ແສນຄົນ ແລະພວກນັກຮຽນນັກສຶກສາ 6 ລ້ານຄົນ
ໃນແຕ່ລະປີ. ​

XS
SM
MD
LG