ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ຮາໂ​ນ່ຍ ​ຫາ​ທາງຮັກສາ​ຄວາມສົມດຸນ​ໄວ້ກັບຈີນ ຂະນະທີ່ ການພົວພັນສະຫະລັດ ແໜ້ນ​ແຟ້ນຂຶ້ນ


ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ເຂົ້າຮ່ວມການປະຊຸມກັບ​​ເລຂາທິການ​ໃຫຍ່ພັກຄອມມີວນິສຫວຽດນາມ ທ່ານຫງວຽນ​ ຟູ ຈອງ ຢູ່ ຮາໂນ່ຍ ໃນວັນທີ 10 ກັນຍາ 2023
ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ເຂົ້າຮ່ວມການປະຊຸມກັບ​​ເລຂາທິການ​ໃຫຍ່ພັກຄອມມີວນິສຫວຽດນາມ ທ່ານຫງວຽນ​ ຟູ ຈອງ ຢູ່ ຮາໂນ່ຍ ໃນວັນທີ 10 ກັນຍາ 2023

ການ​ຍົກ​ລະດັບ​ການພົວພັນ​ລະຫວ່າງ​ສະຫະລັດ ແລະຫວຽດນາມ ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ​ໄດ້​ສະ​ແດງ​ໃຫ້​ເຫັນ​ລະດັບ​ຜົນປະໂຫຍດຮ່ວມກັນ ທີ່ເພີ້ມຂຶ້ນ​ລະຫວ່າງ 2 ປະ​ເທດ. ​ແຕ່​ການພົວພັນ​ທີ່​ແໜ້ນແຟ້ນຫຼາຍຂື້ນ ບໍ່​ໄດ້​ໝາຍ​ຄວາມ​ວ່າ ຮ່າ​ໂນຍ ກຳລັງຈະ​ຫ່າງ​ໄກ​ຈາກ​ປັກ​ກິ່ງ, ​ເຊິ່ງເປັນ​ຄູ່​ຮ່ວມ​ມືດັ້ງ​ເດີມ​ຂອງ​ຕົນ, ບັນດານັກວິ​ເຄາະ​ກ່າວ​ວ່າ.

ສອງ​ປະ​ເທດ​ໄດ້​ຍົກ​ລະດັບ​ການ​ພົວພັນສອງຝ່າຍ ໃນເວລາທີ່ ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ​ໄດ້​ພົບ​ປະ​ກັບເລຂາທິການ​ໃຫຍ່ພັກຄອມມີວນິສຫວຽດນາມ ທ່ານ ຫງວຽນ​ ຟູ ຈອງ ຢູ່ ຮາ​ໂນ່ຍ ​ໃນ​ຕົ້ນ​ເດືອນ​ກັນຍາ. ໃນລະຫວ່າງວັນທີ 25 ກໍລະກົດ 2013, ຈົນເຖິງວັນທີ 10 ກັນຍາ 2023, ທັງສອງປະເທດໄດ້ສະແດງລັກສະນະການພົວພັນຂອງພວກເຂົາໃນຖານະຄູ່ຮ່ວມມືຮອບດ້ານ, ເຊິ່ງເປັນລະດັບການພົວພັນດ້ານການທູດໃນລະດັບທີ່ຕ່ຳກວ່າ.

"ຜູ້ນຳ​ສອງ​ປະ​ເທດ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນໃນການຮັດແໜ້ນສາຍ​ພົວພັນ​ທາງ​ດ້ານ​ການ​ເມືອງ ​ແລະ​ການ​ທູດ ໃຫ້ເລິກເຊິ່ງຕໍ່ໄປ, ​ແລະ​ຈະ​ຊຸກຍູ້​ການ​ແລກ ປ່ຽນ​ຄະນະ​ຜູ້​ແທນ​ແລະ​ການ​ຮ່ວມ​ມືໃນ​ທຸກ​ລະດັບຢ່າງ​ເປັນ​ປະຈຳ ​ເພື່ອ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈຮ່ວມ​ກັນ ​ແລະ​ເສີມ​ຂະຫຍາຍ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ດ້ານ​ການ​ເມືອງ." ​.ທຳນຽບຂາວ​ກ່າວ​ໃນ​ຖະ​ແຫຼ​ງການ ກ່ຽວກັບການພົບປະລະຫວ່າງທ່ານໄບເດັນ ແລະ ທ່ານ ຈອງ ​ໃນ​ວັນ​ທີ 10 ກັນຍາ​ ຢູ່ທີ່ນະຄອນຫຼວງ​ຮາ​ໂນ່ຍ.

ການຍົກລະດັບທາງດ້ານການທູດສະທ້ອນໃຫ້ເຫັນເຖິງຄວາມຮັບຮູ້ຮ່ວມກັນລະຫວ່າງວໍຊິງຕັນ ແລະ ຮາໂນ່ຍ ວ່າທັງສອງຈະໄດ້ຮັບຜົນປະໂຫຍດ ຈາກການເພີ່ມທະວີການຮ່ວມມື ໃນຂະນະທີ່ປັກກິ່ງກາຍເລີ້ມການຮຸກຮານຫຼາຍຂຶ້ນໃນພາກພື້ນ, ອີງຕາມການກ່າວຂອງບັນດານັກວິເຄາະ ແລະ ສໍານັກຂ່າວສານອິດສະຫຼະ.

ໜັງສືພິມ New York Times ​ໄດ້ອະທິບາຍ​ວ່າ ຈີນ​ເປັນ “ບົດ​ຄວາມຍ່ອຍ​ທີ່​ສຳຄັນ” ​ໃນ​ການ​ຍົກ​ລະດັບ, ​ເພາະວ່າ ທ່ານໄບເດັນ “ທຳ​ການ​ສ້າງ​ເຄືອ​ຂ່າຍ​ຄູ່​ຮ່ວມ​ມື​ໃນ​ພາກ​ພື້ນ ​ເພື່ອຕອບໂຕ້​ການ​ກະທຳໃນຮູບແບບການ​ຮຸກ​ຮານ” ຂອງ​ຈີນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG