ສະພາຕໍ່າ ສະຫະລັດ ຄາດວ່າຈະລົງຄະແນນສຽງໃນວັນພຸດມື້ນີ້ ກ່ຽວກັບ ການຟ້ອງຮ້ອງຄັ້ງທີສອງ ແບບບໍ່ເຄີຍມີມາກ່ອນຕໍ່ປະທານາທິບໍດີ ດໍໂນລ ທຣຳ.
ພັກເດໂມແຄຣັດທີ່ມີສຽງສ່ວນຫຼາຍໃນສະພາດັ່ງກ່າວ ແລະ ມີຄະແນນສຽງພຽງພໍທີ່ຈະອະນຸມັດການຟ້ອງຮ້ອງດ້ວຍເຂົາເຈົ້າເອງ, ແຕ່ສະມາຊິກຣີພັບບລີກັນແມ່ນໄດ້ເຂົ້າຮ່ວມກັບເຂົາເຈົ້າຫຼາຍຂຶ້ນກວ່າເກົ່າ.
ສະມາຊິກສະພາຕໍ່າແມ່ຍິງ ທ່ານນາງ ເຈມີ ເຮີເຣຣາ ບັດເລີ ໄດ້ປະກາດໃນຕອນແລງວັນອັງຄານວານນີ້ວ່າ ທ່ານນາງຈະລົງຄະແນນສຽງສະໜັບສະໜູນການຟ້ອງຮ້ອງດັ່ງກ່າວ, ໂດຍກ່າວໃນຖະ ແຫຼງການສະບັບນຶ່ງວ່າ ທ່ານ ທຣຳ “ໄດ້ລະເມີດຄຳສາບານເຂົ້າດຳລົງຕຳແໜ່ງຂອງທ່ານ.”
ທ່ານນາງ ເຮີເຣຣາ ບັດເລີ ໄດ້ກ່າວວ່າ “ປະທານາທິບໍດີ ສະຫະລັດ ໄດ້ຍຸແຍ່ໃຫ້ເກີດການຈະລາ ຈົນເພື່ອຢຸດການໂອນອຳນາດທີ່ສະຫງົຈາກລັດຖະບານນຶ່ງ ຫາອີກລັດຖະບານນຶ່ງ.”
ສະມາຊິກສະພາຕໍ່າແມ່ຍິງ ທ່ານນາງ ລິສ໌ ເຈນີ, ສະມາຊິກກຸ່ມການນຳສະພາຕໍ່າຂອງພັກຣີພັບບລີກັນ ໄດ້ກ່າວໃນການອະທິບາຍເຖິງການສະໜັບສະໜູນຂອງທ່ານນາງ ຕໍ່ການຟ້ອງຮ້ອງວ່າ ມັນ “ບໍ່ເຄີຍມີການທໍລະຍົດທີ່ໃຫຍ່ຫຼວງກວ່ານີ້” ໂດຍປະທານາທິບໍດີ ສະຫະລັດ.
ສ່ວນສະມາຊິກພັກຣີພັບບລີກັນຄົນອື່ນໆຜູ້ທີ່ໄດ້ເວົ້າວ່າ ເຂົາເຈົ້າຈະລົງຄະແນນສຽງເພື່ອຟ້ອງຮ້ອງທ່ານ ທຣຳ ລວມມີສະມາຊິກສະພາຕໍ່າທ່ານ ຈອນ ແຄັດໂກ, ທ່ານ ອາດຳ ຄິນຊິງເກີ ແລະ ທ່ານ
ເຟຣັດ ອັບຕັນ.
ຜູ້ນຳສະພາຕໍ່າພັກຣີພັບບລີກັນທ່ານ ເຄວິນ ແມັກຄາທີ, ເຊິ່ງແມ່ນພັນທະມິດທີ່ໃກ້ຊິດຂອງທ່ານ ທຣຳ ໄດ້ກ່າວວ່າ “ການຟ້ອງຮ້ອງໃນເວລານີ້ ຈະມີຜົນສະທ້ອນທາງກົງກັນຂ້າມໃນການທ້ອນໂຮມຄວາມສາມັກຄີປະເທດຂອງພວກເຮົາ.”
ທ່ານ ທຣຳ ກໍໄດ້ມີຂໍ້ຄວາມທີ່ຄ້າຍຄືກັນໃນລະຫວ່າງການຢ້ຽມຢາມເຂດຊາຍແດນ ສະຫະລັດ ກັບ ເມັກຊິໂກ ໃນວັນອັງຄານວານນີ້.
ທ່ານ ທຣຳ ໄດ້ກ່າວວ່າ “ມັນໄດ້ກໍ່ໃຫ້ເກີດຄວາມໂມໂຫຢ່າງຫຼວງຫຼາຍ ແລະ ຄວາມແຕກແຍກ ແລະ ຄວາມເຈັບປວດຫຼາຍກວ່າທີ່ຄົນສ່ວນຫຼາຍຈະເຂົ້າໃຈ, ເຊິ່ງແມ່ນອັນຕະລາຍຫຼາຍສຳລັບ ສະຫະລັດ ອາເມຣິກາ, ໂດຍສະເພາະໃນເວລາທີ່ເຄັ່ງຂຶມຫຼາຍນີ້.”
ທ່ານໄດ້ຮຽກຮ້ອງໃຫ້ມີ “ຄວາມສັນຕິ ແລະ ຄວາມສະຫງົບ” ແລະ ໄດ້ກ່າວວ່າຕອນນີ້ແມ່ນ “ເວລາສຳລັບກົດໝາຍ ແລະ ເວລາສຳລັບຄວາມເປັນລະບຽບຮຽບຮ້ອຍ.”