ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກກຸ່ມຮາມັສ ຕາຍ 7 ຄົນ ຍ້ອນການໂຈມຕີ ທາງອາກາດ ຂອງອິສຣາແອລ (ສະໄລດ໌/ວີດີໂອ)


ກຸ່ມ​ຫົວ​ຮຸນ​ແຮງ ຮາ​ມັສ ກ່າວ​ວ່າ ​ນັກຕໍ່ສູ້​ຂອງ​ຕົນ 7 ຄົນ​ເສຍ​ຊີວິດ
ຍ້ອນ​ການ​ໂຈມ​ຕີ​ທາງ​ອາກາດ​ຫລາຍ​ບັ້ນ​ຂອງ​ອິສຣາ​ແອ​ລ ​ໃນ
ເຂດກາຊາ.

ຖະ​ແຫຼ​ງການ​ສະບັບ​ນຶ່ງ​ຂອງ​ກຸ່ມ​ຮາ​ມັສ ​ໃນ​ວັນ​ຈັນ​ມື້​ນີ້ ກ່າວ​ວ່າ
ປະຊາຊົນ​ຕື່ມ​ອີກ 4 ຄົນ​ ໄດ້​ຮັບ​ບາດ​ເຈັບ​ ​ແລະ​ປະຕິຍານ​ວ່າ
ອິສຣາ​ແອ​ລ “ຈະ​ໄດ້​ຮັບຄວາມ​ເສຍ​ຫາຍ​ຢ່າງ​ໜັກ” ຍ້ອນ
ການ​ໂຈມ​ຕີດັ່ງກ່າວ.

ກອງທັບອິສຣາ​ແອ​ລ ກ່າວ​ວ່າ ຕົນ​ໄດ້​ດຳ​ເນີນ​ການ​ໂຈມ​ຕີ​ທາງ
​ອາກາດ​ໃນ​ຄືນ​ຜ່ານ​ມາ ເພື່ອ​ຕອບ​ໂຕ້​ຕໍ່​ອັນ​ທີ່​ຕົນ​ກ່າວ​ວ່າ ລູກ
​ຈະ​ຫຼວດ 25 ລູກທີ່​ພວກ​ຫົວ​ຮຸນ​ແຮງ​ ຍິງມາ​ຈາກ​ເຂດ​ກາຊາ ​ໃສ່​ອິສຣາ​ແອ​ລນັ້ນ.

ກອງທັບອິສຣາ​ແອ​ລ ຍັງ​ໄດ້​ລາຍ​ງານ​ອີກ​ວ່າ ມີການ​ປະ​ທະ​ກັນ​ຫຼາຍ​ບັ້ນ​ໃນເຊົ້າ​ວັນ​ຈັນ
​ມື້​ນີ້ ຫຼັງ​ຈາກ​ກຳລັງ​ຮັກ​ສາ​ຄວາມ​ປອດ​ໄພ ຖືກ​ໂຈມ​ຕີ​ຢູ່​ໃກ້​ກັບ​ຮົ້ວ​ປ້ອງ​ກັນ​ຄວາມ​ປອດ​ໄພ​
ແຫ່ງ​ນຶ່ງໃນ​ເຂດ​ກາຊາ.

​ໃນ​ວັນ​ອາທິດ​ວານ​ນີ້ ນາຍົກລັດຖະມົນຕີ Benjamin Netanyahu ​ແຫ່ງ​ອິສຣາ​ແອ​ລ ​
ໄດ້ກ່າວ​ເນັ້ນ​ຄືນ​ອີກ​ຄຳ​ຮຽກຮ້ອງຂອງ​ທ່ານ ທີ່​ຂໍ​ໃຫ້ຢູ່​ໃນ​ຄວາມສະຫ​ງົບ ​ແລະ​ທ່ານ​ໄດ້
ປະຕິຍານ​ວ່າ ຈະ​ບໍ່​ປ່ອຍໃຫ້​ພວກ​ຫົວ​ຮຸນ​ແຮງ​ຈາກ​ທັງ​ສອງ​ຝ່າຍ “​ວາງ​ເພີງຂົງ​ເຂດນີ້
​ໃຫ້​ລຸກ​ເປັນ​ໄຟ ​ແລະ​ນຳ​ມາ​ແຫ່ງ​ຄື້ນຟອງ​ໃໝ່​ຂອງ​ການ​ນອງ​ເລືອດ​.”

israelpalestinians7july14
please wait

No media source currently available

0:00 0:01:41 0:00

ຄວາມ​ເຄັ່ງ​ຕຶງ​ລະຫວ່າງ​ອິສຣາ​ແອ​ລ ​ແລະ​ປາ​ແລ​ສ​ໄຕ​ນ໌ ​ໄດ້​ເພີ່ມ​ທະວີ​ຂຶ້ນ​ໃນ​ຫວ່າງ​ບໍ່
​ເທົ່າ​ໃດ​ສັບປະດາ​ຜ່ານ​ມາ​ນີ້ ລຸນ​ຫຼັງ​ການ​ເສຍ​ຊີວິດ​ຂອງ​ພວກ​ໄວ​ລຸ່ນອິສຣາ​ແອ​ລ 3 ຄົນ
ທີ່​ຖືກ​ລັກພາ​ໂຕ​ໄປ ​ແລະ​ເດັກ​ໄວ​ລຸ່ນ ປາ​ແລ​ສ​ໄຕ​ນ໌ຄົນ​ນຶ່ງ​ທີ່​ຖືກ​ລັກພາໂຕ​ໄປ ​ແລະ​ຖືກ​
ໄຟ​ເຜົາ​ໄໝ້​ຕາຍ​ ​ໃນ​ອັນ​ທີ່ປາກົດ​ວ່າ ເປັນ​ການ​ໂຈມ​ຕີ​ແບບ​ແກ້ແຄ້ານນັ້ນ.

ຕຳຫຼວດ​ອິສຣາ​ແອ​ລ ​ໄດ້ຈັບ​ກຸມ​ພວກ​ຜູ້​ຕ້ອງ​ຫາ​ຊາວ​ຢີວ 6 ຄົນ ທີ່​ພົວພັນ​ໃນ​ການ​ຕາຍ​
ຂອງ​ເດັກ​ໄວ​ລຸ່ນປາ​ແລ​ສ​ໄຕ​ນ໌ຄົນ​ນີ້ ​ແລະ​ກ່າວ​ວ່າ ພວກ​ບຸກຄົນ​ເຫຼົ່າ​ນີ້ ມີ​ເຫດຜົນ​ທາງ​
ຊາດ​ນິຍົມ ​ແລະ​ເປັນ​ສະມາຊິກ​ຂອງ​ກຸ່ມ​ຢີວຫົວ​ຮຸນ​ແຮງ​ຈັດ.

ບັນດາ​ເຈົ້າ​ໜ້າ​ທີ່​ກຸ່ມຮາ​ມັສ ​ໄດ້​ປະຕິ​ເສດ​ຕໍ່​ການ​ກ່າວ​ຫາ​ຂອງ​ອິສຣາ​ແອ​ລ ທີ່​ວ່າ​ກຸ່ມ​ຮາ​ມັສ ​ໄດ້​ເປັນ​ຜູ້​ຮັບຜິດຊອບ​ໃນ​ການ​ຕາຍ​ຂອງ​ພວກໄວ​ລຸ່ນອິສຣາ​ແອ​ລນັ້ນ.


The militant group Hamas says seven of its fighters have been killed and four others injured by a series of Israeli airstrikes in the Gaza Strip.

The Israeli military said it carried out airstrikes overnight in response to what it said were 25 rockets fired by militants in Gaza into Israel. It also reported clashes early Monday after security forces were attacked near a security fence in Gaza.

Israeli-Palestinian tensions have increased in recent weeks following the deaths of three kidnapped Israeli teenagers and that of a Palestinian teen who was kidnapped and burned to death in an apparent act of revenge.

Israeli police have arrested six Jewish suspects in connection with the killing of 16-year-old Mohammed Abu Khdeir. Authorities said the individuals had nationalist motives and belonged to an extremist Jewish group

The killing has set off four days of violent protests in Jerusalem and Israeli Arab towns.

Hamas officials have denied Israel's accusation that Hamas was responsible for the Israeli teens' deaths.

XS
SM
MD
LG