ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກຸ່ມ​ຮາມາສ ສະໜັບສະໜູນ ປາແລສໄຕນ໌ ໃຫ້ ເປັນປະເທດ ​ອີງຕາມຊາຍແດນ ປີ 1967


ທ່ານ Yehiya Sinwar (ຊ້າຍ) ເຈົ້າໜ໊າທີ່ຂັ້ນສູງຂອງກຸ່ມ Hamas
ໃນແຫລມ Gaza ອູ້ມລູກຊາຍຂອງລາວ ທ້າວ Ibrahim.
ທ່ານ Yehiya Sinwar (ຊ້າຍ) ເຈົ້າໜ໊າທີ່ຂັ້ນສູງຂອງກຸ່ມ Hamas ໃນແຫລມ Gaza ອູ້ມລູກຊາຍຂອງລາວ ທ້າວ Ibrahim.

ກຸ່ມ​ຫົວ​ຮຸນ​ແຮງ Hamas ​ຂອງປາ​ແລ​ສ​ໄຕ​ນ໌ ​ໄດ້​ອອກ​ນະ​ໂຍບາຍ​ໃໝ່ຈຳນວນນຶ່ງ ​ທີ່​
ລຶບ​ພາສາຕໍ່ຕ້ານຊາວ​ຢິວ ອອກ​ຈາກ​ກົດ​ບັດສະບັບປັດຈຸບັນ ຕັດ​ຄວາມ​ສຳພັນ​ກັບພັກ
ພະລາດອນພາບມຸສລິມທີ່​ຜິດ​ກົດໝາຍ ​ແລະ​ຮັບ​ເອົາ​ແນວ​ຄິດ​ໃນກ​ານ​ຕັ້ງ​ປະ​ເທດ​ປາ
​ແລ​ສ​ໄຕ​ນ໌ ຢູ່ໃນ​ດິນ​ແດນ ທີ່ອິສຣາ​ແອ​ລ ​ຍຶດ​ເອົາ​ໄປ​ ​ໃນ​ສົງຄາມ​ຫົກ​ວັນ ຂອງ​ປີ 1967.

​ເຖິງ​ຢ່າງ​ໃດ​ກໍ​ດີ ​ເອກ​ກະສາ​ນ​ໃໝ່ ທີ່​ໄດ້​ຮຽກຮ້ອງ​ໃຫ້ມີ​ຄວາມສຳພັນຢ່າງ​ໃກ້ຊິດ​ກັບ​ອີ
​ຍິບ ຍັງ​ສືບ​ຕໍ່​ປະຕິ​ເສດ ບໍ່​ຍອມຮັບ​ຮູ້ປະ​ເທດ​ອິສຣາ​ແອ​ລ​ແລະ​ໄດ້ຮຽກຮ້ອງ ​ຊໍ້າ​ແລ້ວ​
ຊໍ້າ​ອີກ ​ໃຫ້​ພວກ​ອົບ​ພະ​ຍົບປາ​ແລ​ສ​ໄຕ​ນ໌ ທີ່​ບໍ່​ມີ​ບ່ອນຢູ່​ອາ​ໄສ​ເມື່ອ​ຫລາຍ​ທົດ​ສະ​ວັດທີ່
​ຜ່ານ​ມານັ້ນ ​ໂດ​ຍການ​ກໍ່​ຕັ້ງ​ປະ​ເທດອິສຣາ​ແອ​ລນັ້ນ ກັບ​ຄືນ​ບ້ານ.

​ເອກ​ກະສາ​ນ​ເວົ້າວ່າ “ກຸ່ມ Hamas ພິຈາລະນາ​ເຫັນວ່າ ​ການ​ສ້າງ​ຕັ້ງປະ​ເທດ​ປາ​ແລ​ສ​
ໄຕ​ນ໌ ທີ່ມີ​ອະທິປະ​ໄຕ​ຢ່າງ​ຄົບ​ຖ້ວນ ​ແລະ​ເປັນເອກ​ກະລາດ ພ້ອມກັບ​ນະຄອນ Jeru-
salem ​ເປັນ​ເມືອງ​ຫຼວງ ຢູ່​ຕາມ​ແນວທາງຂອງ​ວັນ​ທີ 4 ​ເດືອນ​ມິຖຸນ​າ ປີ 1967 ພ້ອມ
ດ້ວຍ​ການກັບ​ຄືນຂອງ​ພວກ​ອົບ​ພະຍົບ ​ແລະພວກທີ່​ບໍ່​ມີ​ບ່ອນ​ພັກ​ພາ​ອາ​ໄສ ໄປ​ຍັງ​ບ້ານ
​ເດີມ​ທີ່​ພວກ​ເຂົາ​ເຈົ້າພັດ​ພາກ​ມານັ້ນ​.”

ຍັງບໍ່​ມີ​ການ​ໃຫ້​ຄວາມ​ເຫັນ ​ເພື່ອ​ເປັນ​ການ​ຕອບ​ໃນ​ທັນ​ທີ ​ຕໍ່​ເອກ​ກະສາ​ນຢູ່​ທີ່ນະ​ຄອນ
​ຫລວງ​ຂອງປ​ະ​ເທດ​ຕາ​ເວັນ​ຕົກ​ເທື່ອ ​ໃນ​ວັນ​ຈັນ​ວານ​ນີ້ ​ແລະ​ຍັງ​ບໍ່ທັນ​ເປັນທີ່​ແຈ່ມ​ແຈ້ງ
ວ່າ ຖ້າ​ຫາກ​ມີ​ທີ່ຈະເປັນຜົນ​ກະທົບຕໍ່ຄວາມສຳພັນຂອງກຸ່ມ​ Hamas ກັບ Israel ຫລື
​ບັນດາ​ປະ​ເທດ​ອາຣັບທີ່​ນິຍົມ​ແນວທາງປານ​ກາງ ທີ່ມອງເຫັນ​ວ່າ ​ກຸ່ມດັ່ງກ່າວເປັນພວກ​
ກໍ່​ການ​ຮ້າຍ.

ຫລືຍັງ​ບໍ່​ເປັນ​ທີ່​ແຈ້ງ​ຂາວ​ວ່າ ​ເອກ​ກະສາ​ນ​ໃໝ່​ນີ້ຈະ​ປັບປຸງ​ຄວາມ​ສຳພັນ​ກັບ​ອີ​ຍິບ ທີ່​ໄດ້
ຄວບ​ຄຸມ​ການ​ປິດ​ລ້ອມຕໍ່​ແຫລມ Gaza ທີ່​ປົກຄອງໂດຍ​ກຸ່ມ Hamas ນັບ​ແຕ່​ປີ 2009 ​ເປັນຕົ້ນມາ ​ໃນ​ຄວາມ​ພະຍາຍ​າມທີ່​ຈະ​ຂັດຂວາງການ​ລັກ​ລອບ​ອາ ວຸດ ທີ່​ໃຊ້​ໂດຍ​ພວກ​
ຫົວ​ຮຸນ​ແຮງ Hamas ຕໍ່ເປົ້າ​ໝາຍອິສຣາ​ແອ​ລ.

ກຸ່ມ Hamas ​ໄດ້​ຄວບ​ຄຸມ​ແຫລມ Gaza ຊຶ່ງ​ຍັງ​ມີ​ນະ​ໂຍບາຍ​ທີ່​ແບ່ງ​ແຍກ​ຢ່າງ ​ເລິກ​ເຊິ່ງ ຈາກກຸ່ມ​ Fatah ຄູ່​ແຂ່ງທາງ​ການເມືອງ ທີ່​ປານ​ກາງ​ຫລາຍ​ຂຶ້ນ ​ແລະ ຜູ້ນຳຂອງ​ກຸ່ມ ທ່ານ Mahmoud Abbas ທີ່​ນຳພາ​ລັດຖະບານ​ປາ​ແລ​ສ​ໄຕ​ນ໌. ​

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Hamas Israel
please wait
Embed

No media source currently available

0:00 0:02:00 0:00

XS
SM
MD
LG