ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອິສຣາແອລກັບຮາມັສ ເລີ້ມ ສູ້ລົບກັນຄືນອີກ ຫຼັງຈາກ ການຢຸດຍິງ ໝົດອາຍຸລົງ (ວີດີໂອ)


ຄວັນໄຟ ກຸ້ມຂຶ້ນ ຫຼັງຈາກທີ່ ພວກເຫັນເຫດການກ່າວວ່າ ຍ້ອນການໂຈມຕີທາງອາກາດ ຂອງອິສຣາແອລ ທີ່ເມືອງ Rafah ໃນພາກໃຕ້ຂອງເຂດກາຊາ, ວັນທີ 8 ສິງຫາ 2014.
ຄວັນໄຟ ກຸ້ມຂຶ້ນ ຫຼັງຈາກທີ່ ພວກເຫັນເຫດການກ່າວວ່າ ຍ້ອນການໂຈມຕີທາງອາກາດ ຂອງອິສຣາແອລ ທີ່ເມືອງ Rafah ໃນພາກໃຕ້ຂອງເຂດກາຊາ, ວັນທີ 8 ສິງຫາ 2014.

ພວກ​ຫົວ​ຮຸນ​ແຮງ​ປາ​ແລ​ສ​ໄຕ​ນ໌ ໄດ້ເລີ້ມ​ຍິງ​ຈະ​ຫຼວດ​ ຈາກ​ເຂດ
ກາຊາ ເຂົ້າ​ໃສ່​ອິສຣາ​ແອ​ລຄືນ​ອີກ​ ​ແລະ​ພວກ​ເຮືອບິນ​ລົບ​ໄອ​ພົ່ນ
​ຂອງ​ອິສຣາ​ແອ​ລ ກໍຕອບ​ໂຕ້​ດ້ວຍ​ການ​ໂຈມ​ຕີ​ທາງ​ອາກາດ​ໃນ​
ເຊົ້າ​ວັນ​ສຸກ​ມື້​ນີ້ ​ໃນ​ຂະນະ​ທີ່​ການ​ຢຸດ​ຍິງ​ຢ່າງ​ເປັນ​ທາງ​ການ ​ເປັນ​
ເວລາ 3 ມື້​ ໝົດ​ອາຍຸ​ລົງ.

ກອງທັບອິສຣາ​ແອ​ລ ກ່າວ​ຜ່ານ​ທາງ Twitter ວ່າ ​ໄດ້​ມີ​ການ​ຍິງ​
ຈະ​ຫຼວດມາ​ຈາກ​ເຂດ​ກາຊາ ຢ່າງ​ໜ້ອຍ 19 ລູກ ຫຼັງ​ຈາກ​ການ
​ຢຸດ​ຍິງ​ໝົດ​ອາຍຸ​ລົງ ​ໃນ​ເວລາ 8:00 ​ໂມງ​ເຊົ້າ​ ຕາມ​ເວລາ​ໃນ​ທ້ອງ
​ຖິ່ນ ​ແລະ​ກ່າວ​ຕື່ມ​ວ່າ ​ຈະ​ຫຼວດ 4 ລູກ​ຖືກ​ສະກັດ​ກັ້ນ​ໄວ້ ​ຢູ່​ເໜືອ
4 ຫົວ​ເມືອງ​ໃນ​ພາກ​ໃຕ້​ຂອງ​ອິສຣາ​ແອ​ລ ​ໃນ​ຂະນະ​ທີ່​ຈະ​ຫຼວດລູກ​ອື່ນໆ​ໄດ້​ຕົກລົງ​ໃສ່​ຂົງ​ເຂດ
​ທີ່​ເປົ່າ​ຫວ່າງ​ບໍ່​ມີ​ຜູ້​ຄົນ​ອາ​ໄສ​ຢູ່. ບໍ່​ມີ​ລາຍ​ງານ​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ຜູ້​ບາດ​ເຈັບ ຫຼື​ຄວາມເສຍ
​ຫາຍ​ໃດໆ.

ອິສຣາ​ແອ​ລ​ໄດ້​ທຳ​ການ​ໂຈມ​ຕີ ​ເປັນ​ເວລາ​ປະມານ 3 ຊົ່ວ​ໂມງ ​ແຕ່​ໂຄສົກ​ກອງທັບ ທ່ານ
Peter Lerner ໄດ້​ຢືນຢັນ​ໃນ​ເວລາ​ຕໍ່​ມາວ່າ ໄດ້​ມີ​ການ​ໂຈມ​ຕີ​ທາງ​ອາກາດ​ໃສ່ “ໂຄ່ງ​
ລ່າງ​ພື້ນຖານຂອງ​ພວກ​ກໍ່​ການ​ຮ້າຍ
” ​ໃນ​ເຂດ​ກາຊາ. ນາຍົກລັດຖະມົນຕີອິສຣາ​ແອ​ລ
ທ່ານ Benjamin Netanyahu ປະຕິຍານ​ວ່າ ​ຈະ​ມີ​ການ​ຕອບ​ໂຕ້“ຢ່າງ​ແຂງ​ແຮງ” ຕໍ່​
ການ​ຍິງ​ຈະ​ຫຼວດ​ເຫຼົ່າ​ນັ້ນ.

ກຸ່ມ​ຮາ​ມັສ ຊຶ່ງ​ຄວບ​ຄຸມ​ເຂດ​ກາຊາ ກ່າວ​ວ່າ ຕົນ​ບໍ່​ສາມາດບັນລຸ​ຂໍ້​ຕົກລົງ​ ເພື່ອ​ຕໍ່ການ​
ຢຸດ​ຍິງ​ອອກ​ໄປ​ອີກນັ້ນ​ໄດ້ ​ໃນ​ລະຫວ່າງ​ການເຈລະຈາ​ກັນ​ໂດຍ​ທາງ​ອ້ອມ​ກັບ​ຝ່າຍ​ອິສ
ຣາ​ແອ​ລ ທີ່​ນະຄອນຫຼວງ​ໄຄ​ໂຣນັ້ນ. ກຸ່ມ​ອິສລາມດັ່ງກ່າວ​ເວົ້າວ່າ ຕົນ​ຈະ​ສືບ​ຕໍ່​ທຳ​ການ​ເຈລະຈາຕໍ່​ໄປ ​ເຖິງແມ່ນທັງ​ສອງຝ່າຍ​ບໍ່ປາກົດ​ວ່າ ​ໃກ້ຈະ​ຕົກລົງ​ກັນ​ໄດ້​ກໍ​ຕາມ.

ກຸ່ມ​ຮາ​ມັສກ່າວ​ວ່າ ອິສຣາ​ແອ​ລບໍ່​ໄດ້​ຕົກລົງ​ ຕໍ່ຂໍ້​ຮຽກຮ້ອງ​ໃດໆ​ຂອງ​ຕົນ ຊຶ່ງ​ຮວມທັງ​ການ
ຍົກ​ເລີກ​ການ​ປິດ​ລ້ອມ​ ທີ່​ໄດ້ບີບ​ຮັດ​ເສດຖະກິດ​ຂອງເຂດກາຊາ ​ແລະຂັດຂວາງ ບໍ່​ໃຫ້
​ພວກ​ປາ​ແລ​ສ​ໄຕ​ນ໌ໄດ້ອອກ​ຈາກ​ເຂດ​ແຄມ​ທະ​ເລ ທີ່​ປິດ​ລ້ອມ​ໄວ້​ນັ້ນ.

israelpalestinians8august14
please wait

No media source currently available

0:00 0:00:43 0:00

XS
SM
MD
LG