ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມຮາມາສ ກ່າວວ່າ ການໂຈມຕີຂອງອິສຣາແອລ ໃສ່ສູນອົບພະຍົບ ໄດ້ສັງຫານຫຼາຍກວ່າ 195 ຄົນ


ຜູ້ຊາຍຄົນນຶ່ງສະແດງອາການ ໃນຂະນະທີ່ຊາວປາແລັສໄຕນ໌ ຊອກຫາຜູ້ເສຍຊີວິດ ນຶ່ງມື້ ຫຼັງຈາກອິສຣາແອລ ບຸກໂຈມຕີບ້ານເຮືອນ ໃນສູນອົບພະຍົບ ຈາບາເລຍ ໃນພາກເໜືອຂອງເຂດກາຊາ ໃນວັນທີ 1 ພະຈິກ 2023
ຜູ້ຊາຍຄົນນຶ່ງສະແດງອາການ ໃນຂະນະທີ່ຊາວປາແລັສໄຕນ໌ ຊອກຫາຜູ້ເສຍຊີວິດ ນຶ່ງມື້ ຫຼັງຈາກອິສຣາແອລ ບຸກໂຈມຕີບ້ານເຮືອນ ໃນສູນອົບພະຍົບ ຈາບາເລຍ ໃນພາກເໜືອຂອງເຂດກາຊາ ໃນວັນທີ 1 ພະຈິກ 2023

ຄົນຕ່າງປະເທດອີກຈຳນວນຫຼາຍກວ່າ​ເກົ່າ ກຽມພ້ອມທີ່ຈະອອກຈາກເຂດກາຊາ ທີ່ຖືກປິດລ້ອມໃນວັນພະຫັດນີ້ ຂະນະທີ່ລັດຖະບານທີ່ບໍລິຫານໂດຍກຸ່ມຮາມາສ ກ່າວວ່າ ມີຊາວປາແລັສໄຕນ໌ ຢ່າງໜ້ອຍ 195 ຄົນເສຍຊີວິດ ໃນການໂຈມຕີ ຂອງອິສຣາແອລ ໃສ່ສູນອົບພະຍົບ ຈາບາເລຍ (Jabalia), ເຊິ່ງເປັນການ ໂຈມຕີທີ່ເຈົ້າໜ້າທີ່ສິດທິມະນຸດຂອງອົງການສະຫະປະຊາຊາດກ່າວວ່າ ອາດ ເປັນອາດຊະຍາກຳສົງຄາມ, ອີງຕາມອົງການຂ່າຍຣອຍເຕີສ໌.

ພົນລະເມືອງຕ່າງປະເທດຢ່າງນ້ອຍ 320 ຄົນຈາກລາຍຊື່ເບື້ອງຕົ້ນ 500 ຄົນ, ລວມທັງຊາວກາຊາ ທີ່ໄດ້ຮັບບາດເຈັບສາຫັດຫຼາຍສິບຄົນ, ໄດ້ຂ້າມເຂົ້າໄປໃນ ອີຈີບ ໃນວັນພຸດວານນີ້ ພາຍໃຕ້ຂໍ້ຕົກລົງລະຫວ່າງອິສຣາແອລ, ອີຈິບ ແລະ ກຸ່ມຮາມາສ.

ຜູ້ຖືຫນັງສືຜ່ານແດນຈາກອອສເຕຣເລຍ, ອອສເຕຣຍ, ບຸລກາເຣຍ, ສາທາລະ ນະລັດເຊັກ, ຟິນແລນ, ອິນໂດເນເຊຍ, ອີຕາລີ, ຍີ່ປຸ່ນ, ຈໍແດັນ, ສະຫະຣາຊະ ອານາຈັກ ອັງ​ກິດ ແລະ ສະຫະລັດ ແມ່ນຢູ່ໃນການອົບພະຍົບນັ້ນ.

ເຈົ້າ​ໜ້າ​ທີ່​ຊາຍ​ແດນເຂດ​ກາຊາ ກ່າວ​ວ່າ ດ່ານ​ຊາຍ​ແດນ​ຈະ​ເປີດ​ຄືນ​ໃໝ່​ໃນ​ວັນ​ພະ​ຫັດ​ມື້​ນີ້ ເພື່ອ​ໃຫ້​ຄົນ​ຕ່າງ​ປະ​ເທດ​ສາ​ມາດເດີນທາງ​ອອກ​ໄປໄດ້​ຕື່ມ​ອີກ. ​ແຫຼ່ງ ຂ່າວ​ທາງ​ການ​ທູດ​ກ່າວ​ວ່າ ຜູ້​ຖື​ໜັງສືເດີນທາງ​ຕ່າງປະ​ເທດ​ປະມານ 7,500 ຄົນ ​ຈະເດີນທາງ​ອອກ​ຈາກ​ເຂດ​ກາຊາ​ ພາຍໃນ​ເວລາ​ປະມານ 2 ອາທິດ.

ອິສຣາແອລ ເພີ້ມການກົດດັນຕໍ່ກຸ່ມຫົວຮຸນແຮງຮາມາສ ໂດຍ​ໄດ້ຖິ້ມລະເບີດໃສ່ ເຂດກາຊາ ທັງ​ທາງ​ບົກ, ທາງ​ທະ​ເລ ​ແລະ​ທາງ​ອາກາດ​ ໃນ​ການ​ເຄື່ອນ​ໄຫວ​ເພື່ອກຳຈັດກຸ່ມຮາມາສ ຫຼັງຈາກ​ການ​ບຸກ​ໂຈມ​ຕີ​ຂ້າມ​ຊາຍ​ແດນ​ຂອງ​ກຸ່ມ​ອິສ​ລາມ​ດັ່ງກ່າວ ເຂົ້າໄປໃນ​ເຂດ​ພາກ​ໃຕ້​ຂອງອິ​ສ​ຣາ​ແອລ ​ເມື່ອ​ວັນ​ທີ 7 ຕຸລາ. ​ອິສຣາແອລ ກ່າວວ່າ ກຸ່ມຮາມາສ ໄດ້ສັງຫານ 1,400 ຄົນ, ເຊິ່ງສ່ວນໃຫຍ່ ເປັນພົນລະເຮືອນ, ແລະ ໄດ້ຈັບຕົວປະກັນໄປຫຼາຍກວ່າ 200 ຄົນ.

ກະຊວງສາທາລະນະສຸກເຂດກາຊາກ່າວວ່າ ມີຊາວປາແລັສໄຕນ໌ ຢ່າງນ້ອຍ 8,796 ຄົນ ໃນເຂດພື້ນທີ່ແຄມຊາຍແດນແຄບໆ, ລວມທັງເດັກນ້ອຍ 3,648 ຄົນ, ໄດ້ເສຍຊີວິດຈາກການໂຈມຕີຂອງອິສຣາແອລຕັ້ງແຕ່ວັນທີ 7 ຕຸລາເປັນ ຕົ້ນມາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG