ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໑ ເມສາ ໒໐໒໕

ກຸ່ມ​ຮາ​ມາ​ສ ປ່ອຍ​ສົບ​ຕົວ​ປະ​ກັນ​ 4 ສົບ​ ລວມ​ທັງ​ຜູ້​ທີ່​ມີ​ອາ​ຍຸ​ນ້ອຍ​ທີ່​ສຸດ


​ຕຳຫຼວດ​ຢືນ​ຄຳ​ນັບ​ຂະ​ບວນ​ລົດ​ທີ່​ຂົນ​ສົ່ງ​ໂລງ​ສົບ​ຂອງ​ຕົວ​ປະ​ກັນ​ຊາວ ອິ​ສ​ຣາ​ແອ​ລ 4 ຄົນ, ນະ​ຄອນຫຼວງ ແທ​ລ ອາ​ວີ​ຟ, ອິ​ສ​ຣາ​ແອ​ລ, 20 ກຸມ​ພາ 2025.
​ຕຳຫຼວດ​ຢືນ​ຄຳ​ນັບ​ຂະ​ບວນ​ລົດ​ທີ່​ຂົນ​ສົ່ງ​ໂລງ​ສົບ​ຂອງ​ຕົວ​ປະ​ກັນ​ຊາວ ອິ​ສ​ຣາ​ແອ​ລ 4 ຄົນ, ນະ​ຄອນຫຼວງ ແທ​ລ ອາ​ວີ​ຟ, ອິ​ສ​ຣາ​ແອ​ລ, 20 ກຸມ​ພາ 2025.

ກຸ່ມຮາມາສໄດ້ປ່ອຍສົບຂອງຕົວປະກັນຊາວອິສຣາແອລ 4 ຄົນ ໃນວັນພະຫັດມື້ນີ້, ດ້ວຍຂະບວນລົດຂອງອົງການກາແດງທີ່ນຳເອົາໂລງສົບຂອງເຂົາເຈົ້າອອກໄປຈາກເມືອງ ຄານ ຢູນິສ ທາງພາກໃຕ້ຂອງເຂດກາຊາ.

ຫຼາຍຮ້ອຍຄົນໄດ້ເຕົ້າໂຮມກັນຢູ່ສະຖານທີ່ມອບສົບ ບ່ອນທີ່ພວກຫົວຮຸນແຮງໄດ້ວາງໂລງສົບສີດຳຢູ່ເທິງເວທີ ທີ່ປະກອບມີທຸງ ແລະ ປ້າຍຕ່າງໆ.

ປ້າຍອັນນຶ່ງໄດ້ກ່າວຫານາຍົກລັດຖະມົນຕີ ອິສຣາແອລ ທ່ານ ເບັນຈາມິນ ເນຕັນຢາຮູ ກ່ຽວກັບ ການເປັນອາຊະຍາກອນສົງຄາມ ແລະ ກ່າວວ່າ ການໂຈມຕີທາງອາກາດຂອງ ອິສຣາແອລ ໄດ້ສັງຫານຕົວປະກັນທັງຫຼາຍ.

ສົບທີ່ຖືກປ່ອຍໃນວັນພະຫັດມື້ນີ້ ແມ່ນຜູ້ຖືກຈັບທີ່ມີອາຍຸນ້ອຍທີ່ສຸດຄື ເດັກທາຣົກ ຄະເຟຍ ບີບາສ, ທີ່ມີອາຍຸ 9 ເດືອນເວລາລາວ ຖືກລັກພາຕົວໄປ, ແລະ ອ້າຍອາຍຸ 4 ປີຂອງລາວ ທ້າວ ອາຣຽລ ບີບາສ ແລະ ແມ່ຂອງເຂົາເຈົ້າ ນາງ ຊີຣີ ບີບາສ.

ເຂົາເຈົ້າຖືກລັກພາຕົວໄປຈາກເມືອງ ຄິບບັດສ ເນີ ອອສ ໂດຍກຸ່ມຮາມາສເມື່ອວັນທີ 7 ຕຸລາ 2023. ວິດີໂອການລັກພາຕົວສະແດງໃຫ້ເຫັນ ນາງ ຊີຣີ ບີບາສ ຕູ້ມຜ້າຫົ່ມໃຫ້ລູກຊາຍຂອງລາວ ແລະ ຖືກປັດອອກໄປໂດຍພວກຜູ້ຊາຍຕິດອາວຸດ.

ພວກເດັກຊາຍ ແລະ ແມ່ຂອງເຂົາເຈົ້າໄດ້ເສຍຊີວິດໃນການໂຈມຕີທາງອາກາດຂອງ ອິສຣາແອລ ໃນເດືອນພະຈິກ 2023, ອີງຕາມກຸ່ມຮາມາສ. ພໍ່ຂອງເຂົາເຈົ້າ ທ້າວ ຢາເດັນ ບີບາສ ຖືກລັກພາຕົວໄປຕ່າງຫາກ ແລະ ໄດ້ກັບຄືນອອກມາໂດຍຍັງມີຊີວິດໃນຕົ້ນເດືອນນີ້.

ສົບຂອງເພື່ອນທີ່ອາໄສຢູ່ເມືອງ ເນີ ອອສ ທ້າວ ໂອເດັດ ຊິຟຊິດສ໌, ຜູ້ທີ່ມີອາຍຸ 83 ປີ ເວລາທີ່ລາວຖືກລັກພາຕົວໄປຈາກບ້ານຂອງລາວ, ກໍຖືກປ່ອຍອອກມາເຊັ່ນກັນ.

ທ່ານ ເນຕັນຢາຮູ ໄດ້ກ່າວວ່າ ວັນພະຫັດມື້ນີ້ຈະເປັນ “ວັນແຫ່ງຄວາມໂສກເສົ້າ” ສຳລັບປະເທດຂອງທ່ານ.

ທ່ານ ເນຕັນຢາຮູ ກ່າວໃນວັນພຸດວານນີ້ວ່າ “ພວກເຮົາຈະນຳເອົາຕົວປະກັນສຸດທີ່ຮັກຂອງພວກເຮົາ 4 ຄົນກັບມາ, ເຊິ່ງໄດ້ເສຍຊີວິດແລ້ວ. ພວກເຮົາຂໍກອດກັບບັນດາຄອບຄົວ, ແລະ ໝາກຫົວໃຈຂອງທົ່ວປະເທດແມ່ນແຕກສະຫຼາຍ. ຫົວໃຈຂອງຂ້າພະເຈົ້າກໍແຕກສະຫຼາຍ. ຂອງພວກທ່ານກໍເຊັ່ນກັນ. ແລະຫົວໃຈທຸກໜ່ວຍຂອງໂລກກໍຄວນແຕກສະຫຼາຍເຊັ່ນກັນ, ເພາະວ່າ ນີ້ໄດ້ສະແດງໃຫ້ເຫັນຜູ້ທີ່ພວກເຮົາກຳລັງຮັບມືນຳ, ສິ່ງທີ່ພວກເຮົາກຳລັງຮັບມືນຳ ກັບຜີສາດມານຮ້າຍນັ້ນ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

Hamas released the bodies of four Israeli hostages Thursday, with a convoy of Red Cross vehicles taking their coffins away from the southern Gaza city of Khan Younis.

Hundreds of people gathered at the handover site where militants had the black coffins displayed on a stage featuring flags and banners.

One banner accused Israeli Prime Minister Benjamin Netanyahu of being a war criminal and said Israeli airstrikes killed the hostages.

Those released Thursday included the youngest captives – infant Kfir Bibas, who was 9 months old when he was kidnapped, and his 4-year-old brother, Ariel Bibas – and their mother, Shiri Bibas.

They were abducted from Kibbutz Nir Oz by Hamas on October 7, 2023. Video of the abduction showed Shiri Bibas swaddling the boys in a blanket and being whisked away by armed men.

The boys and their mother were killed in an Israeli airstrike in November 2023, according to Hamas. Their father, Yarden Bibas, was kidnapped separately and returned alive earlier this month.

The body of fellow Nir Oz resident Oded Lifshitz, who was 83 when he was abducted from his home, was also released.

Netanyahu said Thursday would be “a day of grief” for his nation.

"We are bringing home four of our beloved hostages, deceased,” Netanyahu said Wednesday. “We embrace the families, and the heart of the entire nation is torn. My own heart is torn. So is yours. And all of the world's heart should be torn, because this demonstrates who we are dealing with, what we are dealing with — with such monsters.”

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG