ກຸ່ມຫົວຮຸນແຮງຮາມາສ ຄາດວ່າ ຈະເປີດເຜີຍລາຍຊື່ຂອງໂຕປະກັນສາມຄົນທີ່ພວກເຂົາຈະແລກປ່ຽນກັບນັກໂທດຊາວປາແລສໄຕນ໌ ໃນຊ່ວງທ້າຍອາທິດນີ້ ຫຼັງຈາກທີ່ພວກເຂົາສະແດງໃຫ້ເຫັນຄຳໝັ້ນສັນຍາຕໍ່ການຢຸດຍິງກັບອິສຣາແອລ. ອີງຕາມການລາຍງານຂອງອົງການຂ່າວວີໂອເອ.
ການປ່ອຍໂຕປະກັນໃນຄັ້ງຕໍ່ໄປແມ່ນມີຄວາມບໍ່ແນ່ນອນ ຫຼັງທີ່ກຸ່ມຮາມາສກ່າວຫາວ່າ ອິສຣາແອລລະເມີດຂໍ້ຕົກລົງ ແລະຂູ່ວ່າ ຈະກັບໄປເຮັດສົງຄາມອີກ.
“ພວກເຮົາບໍ່ຕ້ອງການໃຫ້ຂໍ້ຕົກລົງການຢຸດຍິງໃນເຂດກາຊາຕ້ອງລົ້ມສະຫຼາຍ ແລະ ພວກເຮົາມີຄວາມຕັ້ງໃຈທີ່ຈະດຳເນີນການຕາມຂໍ້ຕົກລົງ ແລະຮັບປະກັນວ່າ ຜູ້ຢຶດຄອງ (ອິສຣາແອລ) ຈະປະຕິບັດຕາມຢ່າງເຕັມສ່ວນ” ໂຄສົກຂອງກຸ່ມຮາມາສ ທ່ານ ອັລເດລ ລາຕິຟ ອັລ ການູອາ ກ່າວ.
ທ່ານ ການູອາ ໄດ້ວິຈານສິ່ງທີ່ລາວຮ້ອງວ່າ “ ພາສາຂອງການຂົ່ມຂູ່ ແລະການຄຸກຄາມ” ຈາກນາຍົກລັດຖະມົນຕີອິສຣາແອລ ທ່ານ ເບນຈາມິນ ເນຕັນຢາຮູ ແລະປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣໍາ ໂດຍກ່າວວ່າ ຄຳເວົ້າເຫຼົ່ານີ້ ບໍ່ໄດ້ຊ່ອຍໃຫ້ເກີດການປະຕິບັດຕາມຂໍ້ຕົກລົງຢຸດຍິງ.
ລັດຖະບານອິສຣາແອລ ໄດ້ກ່າວຢໍ້າອີກວ່າ ກຸ່ມຮາມາສຕ້ອງປ່ອຍໂຕປະກັນສາມຄົນພາຍໃນທ້າຍອາທິດນີ້.
“ຖ້າທັງສາມຄົນບໍ່ໄດ້ຮັບການປ່ອຍໂຕ, ຖ້າຮາມາສບໍ່ສົ່ງຄືນໂຕປະກັນຂອງເຮົາພາຍໃນຕອນສວາຍວັນເສົາ ຂໍ້ຕົກລົງຢຸດຍິງຈະສິ້ນສຸດລົງ” ໂຄສົກລັດຖະບານອິສຣາແອລ ທ່ານ ເດວິດ ແມນເຊີຣ໌ ກ່າວ.
ເມື່ອຕົ້ນອາທິດຜ່ານມາກຸ່ມຮາມາສ ກ່າວຫາອິສຣາແອລວ່າ ລະເມີດຂໍ້ຕົກລົງໂດຍການໂຈມຕີທາງອາກາດຢ່າງຕໍ່ເນື່ອງ ຕໍ່ປະຊາຊົນໃນເຂດກາຊາ ແລະຂັດຂວາງຄວາມຊ່ວຍເຫຼືອ. ກຸ່ມດັ່ງກ່າວ ໄດ້ກ່າວວ່າ ການປ່ອຍໂຕປະກັນໃນອະນາຄົດຈະຖືກເລື່ອນອອກໄປ.
ທ່ານ ເນຕັນຢາຮູ ກ່າວວ່າ ການສູ້ຮົບຈະກັບມາອີກຄັ້ງນຶ່ງ ຖ້າໂຕປະກັນທີ່ຍັງເຫຼືອ ບໍ່ໄດ້ຮັບການປອ່ຍໂຕໃນວັນເສົາ ແລະທ່ານ ທຣໍາ ກ່າວ ເມື່ອວັນຈັນຜ່ານມາວ່າ “ ນະລົກທັງໝົດຈະແຕກ” ຖ້າໂຕປະກັນບໍ່ໄດ້ກັບຄືນມາ.
ໃນວັນພຸດຜ່ານມາ ຫຼັງຈາກທີ່ອິສຣາແອລ ໄດ້ລະດົມກຳລັງທະຫານສຳຮອງ ລັດຖະມົນຕີກະຊວງປ້ອງກັນປະເທດອິສຣາແອລ ທ່ານ ອິສຣາແອລ ຄັທຊ໌ ໄດ້ກ່າວຢໍ້າຄືນຄຳເຕືອນຂອງທ່ານ ດໍໂນລ ທຣໍາ.
ອ່ານຂ່າວເປັນພາສາອັງກິດ
The militant group Hamas is expected to release the names of three hostages it will exchange for Palestinian prisoners this weekend, after it expressed its commitment to a ceasefire with Israel.
The next release of hostages was cast in doubt after Hamas accused Israel of violations of the agreement and threats of a return to war.
"We are not interested in the collapse of the ceasefire agreement in the Gaza Strip, and we are keen on its implementation and ensuring that the occupation [Israel] adheres to it fully," Hamas spokesperson Abdel-Latif al-Qanoua said.
Qanoua also criticized what he called “language of threats and intimidation” from Israeli Prime Minister Benjamin Netanyahu and U.S. President Donald Trump, saying they do not help the implementation of the ceasefire.
The Israeli government later reiterated that Hamas must release three hostages this weekend.
“If those three are not released, if Hamas does not return our hostages by Saturday noon, the ceasefire will end,” Israeli government spokesperson David Mencer said.
Hamas earlier this week accused Israel of violating the deal by continuing airstrikes on people in Gaza and blocking aid. The group said future hostage releases would be postponed.
Netanyahu said fighting would resume if more captives were not freed on Saturday, and Trump said Monday that “all hell would break out” if hostages were not returned.
On Wednesday, after Israel called up military reservists, Israeli Defense Minister Israel Katz reiterated Trump’s warning.
ຟໍຣັມສະແດງຄວາມຄິດເຫັນ