ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ກຸ່ມ ຮາມາສ ດຳເນີນບາດກ້າວ ໄປສູ່ການສ້າງຕັ້ງ ລັດຖະບານ ປອງດອງຊາດ


ປະທານາທິບໍດີິ ປາແລັສໄຕນ ທ່ານ Mahmoud Abbas ເຂົ້າຮ່ວມກອງປະຊຸມສຸດຍອດຂອງ ສັນນິບາດອາຣັບ ທີ່ທະເລເດດຊີ, ປະເທດ ຈໍແດນ. 29 ມີນາ, 2017.
ປະທານາທິບໍດີິ ປາແລັສໄຕນ ທ່ານ Mahmoud Abbas ເຂົ້າຮ່ວມກອງປະຊຸມສຸດຍອດຂອງ ສັນນິບາດອາຣັບ ທີ່ທະເລເດດຊີ, ປະເທດ ຈໍແດນ. 29 ມີນາ, 2017.

ກຸ່ມ ຮາມາສ ຫົວຮຸນແຮງອິສລາມ ທີ່ປົກຄອງເຂດ ກາຊາ ໄດ້ກ່າວໃນ ຖະແຫຼງການສະ
ບັບໜຶ່ງເມື່ອວັນອາທິດມື້ນີ້ວ່າ ພວກເຂົາຈະລົບລ້າງອົງ ການບໍລິຫານຂອງພວກເຂົາ
ແລະ ຈັດການເລືອກຕັ້ງທົ່ວໄປຂຶ້ນ.

ການຕັດສິນໃຈດັ່ງກ່າວໄດ້ຖືກພິຈາລະນາວ່າເປັນວິທີທີ່ຈະສິ້ນສຸດຄວາມແຕກແຍກ
ທາງການເມືອງ ແລະ ເຂດແດນ ລະຫວ່າງ ກຸ່ມ ຮາມາສ ກັບ ກຸ່ມ ຟາຕາ ຂອງປະທານາ
ທິບໍດີ Mahmoud Abbas.

ການເຄື່ອນໄຫວດັ່ງກ່າວ ໄດ້ເປີດຊ່ອງທາງ ໃຫ້ການສ້າງຕັ້ງລັດຖະບານປອງດອງຊາດ
ຂຶ້ນມາ.

ລັດຖະບານ ປາແລັສໄຕນ ທີ່ເປັນຄູ່ແຂ່ງກັນ ໄດ້ຂັດແຍ້ງນັບຕັ້ງແຕ່ສົງ ຄາມກາງເມືອງ
ໃນປີີ 2007 ເປັນຕົ້ນມາ, ເມື່ອກຸ່ມ ຮາມາສ ໄດ້ຂັບໄລ່ ອຳນາດການປົກຄອງ ປາແລັສ
ໄຕນ ອອກຈາກເຂດ ກາຊາໄປ.

ຂ່າວ ກ່ຽວກັບ ການຕັດສິນໃຈດັ່ງກ່າວ ໄດ້ມີຂຶ້ນ ຫຼັງຈາກກຸ່ມ ຮາມາສ ແລະ ຟາທາ ໄດ້
ເຂົ້າຮ່ວມ ໃນການເຈລະຈາແຍກກັນ ກັບບັນດາ ເຈົ້າໜ້າທີ່ສືບລັບຂອງ ອີຈິບ ໃນນະ
ຄອນຫຼວງ ໄຄໂຣ.

ເຂດ ກາຊາ ກຳລັງປະເຊີນໜ້າກັບວິກິດການດ້ານມະນຸດສະທຳ ທີ່ກຳລັງເພີ່ມຂຶ້ນ,​
ລວມທັງການຂາດກະແສໄຟຟ້າໃຊ້ ຢ່າງໜັກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG