ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໒ ມິຖຸນາ ໒໐໒໓

ລະດູການບຸນຮາໂລວີນ ເປັນວັນມ່ວນຊື່ນສໍາລັບເດັກນ້ອຍ ແລະຄອບຄົວ


ເດັກນ້ອຍຊາຍຄົນນຶ່ງ ກໍາລັງພະຍາຍາມແບກໝາກອຶທີ່ລາວເລືອກຂຶ້ນ ຢູ່ທີ່ບ່ອນຂາຍໝາກອຶ Great Pumkin Patch ໃນເມືອງ ອາເຕີ (Aurthur), ລັດອິລີນອຍ, ສະຫະລັດ, ວັນທີ 23 ຕຸລາ 2021.

ຫຼັງຈາກຕ້ອງຮັກສາໄລຍະຫ່າງມາເປັນເວລາສອງປີ ເນື່ອງຈາກສະພາບການລະບາດໃຫຍ່ຂອງພະຍາດໂຄວິດ-19 ປະຊາຊົນຢູ່ຕາມເມືອງຕ່າງໆໃນລັດອາລາບາມາ ພາລູກຫຼານອອກໄປມ່ວນຊື່ນ ຫາເລາະຫຼິ້ນຕາມສວນໝາກອຶ ເພື່ອຊອກຊື້ໝາກອຶມາແຕ່ງ ມາເອ້ໜ້າເຮືອນສໍາລັບເທດສະການບຸນຮາໂລວີນ ແລະເທດສະການລະດູໃບໄມ້ຫຼົ່ນ.

ປະຊາຊົນທ່ານນຶ່ງທີ່ອາໄສຢູ່ໃນ ລັດອາລາບາມາ ເລົ່າສູ່ VOA ພາກພາສາລາວຟັງ ກ່ຽວກັບການເຮັດກິດຈະກໍາແບບຄອບຄົວ ພາລູກຫຼານອອກໄປຊອກຊື້ໝາກອຶຢູ່ຕາມສວນທີ່ພວກເຂົາປູກຂາຍ ເຊິ່ງທີ່ນັ້ນ ເຂົາຈະມີບ່ອນໃຫ້ເດັກນ້ອຍໄດ້ຫຼິ້ນ ແລະຖ່າຍຮູບ, ແລະຍານາງ ຍັງໄດ້ກ່າວໃຫ້ຟັງຕື່ມກ່ຽວກັບກິດຈະກໍາທີ່ລູກໆຂອງເພີ່ນໄດ້ຮ່ວມກັບທາງໂຮງຮຽນໃນຍາມນີ້ອີກດ້ວຍ ເຊິ່ງຍານາງໄດ້ກ່າວວ່າ:

“ໝວດນາຍຄູຫັ້ນເດພາໄປ ຄືເປັນຮັນຕິງເຮົ້າ, ໝວດໂຮງຮຽນເຂົາເຈົ້າມີໄປເມ ເຂົ້າເອີ້ນເມ ໄປເຂົ້າໃນອັນເຂົາເຮັດເປັນຮາໂລວີນອັນແບບສວນ ເປັນເມສ ແລ້ວເຮົາກໍຍ່າງອ້ອມ, ເຂົ້າໄປແລ້ວເຂົາຈັດເປັນຮ່ອມແບບເຮົາຍ່າງເລາະຫັ້ນໜາ ແລ້ວມາຫາຫວ່າງເກົ່າເຮົາໃຫ້ມັນເຫັນຫັ້ນນະ.”

ອີງຕາມຂໍ້ມູນຈາກເວັບໄຊທ໌ history.com, ສໍາລັບບຸນຮາໂລວີນ ເປັນບຸນປະເພນີທີ່ມີຕົ້ນກໍາເນີດ ມາຈາກເທດສະ ການບຸນ ຊາມຮຽນ (Samhian) ຂອງຊາວເຄລທ໌ (Celt) ໂບຮານ, ເຊິ່ງເປັນການສະເຫຼີມສະຫຼອງມື້ບຸນຕອນກາງຄືນກ່ອນວັນປີໃໝ່ ໃນວັນທີ 1 ພະຈິກ. ຢ່າງໃດກໍຕາມ, ປະຊາຊົນຊາວເຄລທ໌ມີຄວາມເຊື່ອວ່າ ເທບພະເຈົ້າຂອງພວກເຂົາອາດຈະບັງຕາມະນຸດ, ດັ່ງນັ້ນ ໃນຄືນວັນທີ 31 ພວກເຂົາຈຶ່ງແຕ່ງໂຕເອງເປັນສັດຕ່າງໆເພື່ອອອກໄປຂັບໄລ່ດວງວີນຍານທີ່ຊົ່ວຮ້າຍໃຫ້ອອກໄປ.

XS
SM
MD
LG