ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກຄົນງານເຄິ່ງນຶ່ງ ຂອງສະຫະລັດ ມີລາຍໄດ້ ຫຼາຍກວ່າເກົ່າ ໃນຂະນະທີ່ ຫວ່າງງານ


ພວກຄົນຜູ້ທີ່ບໍ່ມີວຽກເຮັດ ລຽນແຖວຄອຍຖ້າເພື່ອຍື່ນເອກະສານຫວ່າງງານ ຫຼັງຈາກການລະບາດຂອງໄວຣັສໂຄໂຣນາ ຫຼືພະຍາດ COVID-19, ຢູ່ທີ່ສູນກາງແຮງງານລັດອາແຄນຊໍ (Arkansas Workforce Center) ໃນເມືອງຟອດສະມິຕ ລັດອາແຄນຊໍ, ວັນທີ 6 ເມສາ 2020.
ພວກຄົນຜູ້ທີ່ບໍ່ມີວຽກເຮັດ ລຽນແຖວຄອຍຖ້າເພື່ອຍື່ນເອກະສານຫວ່າງງານ ຫຼັງຈາກການລະບາດຂອງໄວຣັສໂຄໂຣນາ ຫຼືພະຍາດ COVID-19, ຢູ່ທີ່ສູນກາງແຮງງານລັດອາແຄນຊໍ (Arkansas Workforce Center) ໃນເມືອງຟອດສະມິຕ ລັດອາແຄນຊໍ, ວັນທີ 6 ເມສາ 2020.

ພວກຄົນງານປະມານເຄິ່ງລ້ານຂອງສະຫະລັດ ໄດ້ຖືກປົດອອກຈາກວຽກ ຍ້ອນການລະບາດາລະດັບໂລກຂອງໄວຣັສໂຄໂຣນາ ຊຶ່ງໃນທີ່ສຸດອາດຈະມີລາຍໄດ້ຫຼາຍກວ່າໃນໄລຍະບໍ່ໄດ້ເຮັດວຽກ ເມື່ອທຽບໃສ່ໃນເວລາທີ່ພວກເຂົາເຈົ້າມີວຽກເຮັດ ອີງຕາມການວິເຄາະໃໝ່ດ້ານສະຫວັດດີການຂອງການຫວ່າງງານທີ່ໄດ້ສະແດງໃຫ້ເຫັນນັ້ນ.

ສ່ວນນຶ່ງຂອງຄວາມພະຍາຍາມໃນການຟື້ນຟູເສດຖະກິດ ທີ່ລັດຖະບານກຳລັງສົ່ງເງິນອອກໄປຕື່ມອີກ 600 ໂດລາຕໍ່ອາທິດ ໃຫ້ແກ່ພວກພະນັກງານທັງຫຼາຍທີ່ໄດ້ຕົກງານ ຈົນຮອດທ້າຍເດືອນກໍລະກົດ ເພື່ອຊ່ອຍເພີ້ມພູນທຶນໃຊ້ຈ່າຍໃຫ້ແກ່ພວກທີ່ຫວ່າງງານໃນຫຼາຍກໍລະນີແຕກຕ່າງກັນໄປ ຊຶ່ງໂດຍປົກກະຕິແລ້ວ ຈະໃຊ້ຈ່າຍໃຫ້ແກ່ພວກທີ່ບໍ່ມີວຽກເຮັດ ໂດຍແຕ່ລະລັດພາຍໃນທັງໝົດ 50 ລັດນັ້ນ.

ໂດຍສະເລຍແລ້ວ ລັດທັງຫຼາຍ ຈ່າຍພວກພະນັກງານທີ່ບໍ່ມີວຽກ 45 ເປີເຊັນຂອງລາຍໄດ້ ທີ່ພວກເຂົາເຈົ້າໄດ້ຮັບ. ແຕ່ພ້ອມກັບເງິນຄ່າຈ່າຍຍ້ອນໄວຣັສໂຄໂຣນາຕື່ມອີກ ຊຶ່ງກະຊວງແຮງງານກ່າວວ່າ ຄ່າຈ່າຍທັງຫຼາຍ ຄວນເພີ້ມຂຶ້ນໃນຕະຫຼອດໄລຍະສອງສາມອາທິດຈະມາເຖິງນີ້ ໂດຍຄິດສະເລຍແລ້ວ ຈາກ 377 ໂດລາ 97 ເຊັນ ຕໍ່ອາທິດ ທີ່ໄດ້ຈ່າຍໄປແລ້ວ ໃນຕອນທ້າຍປີກາຍນີ້ ຕົກມາເປັນ 978 ໂດລາຕໍ່ອາທິດໃນປັດຈຸບັນ.

ໃນຂະນະທີ່ຄ່າຈ່າຍເພີ້ມນັ້ນ ຈະຊ່ອຍພວກຄົນງານທີ່ບໍ່ມີວຽກ ໃນໄລຍະສັ້ນ ລາຍຈ່າຍທີ່ສູງຂຶ້ນກວ່າເກົ່ານັ້ນ ອາດເຮັດໃຫ້ການຟື້ນຟູເສດຖະກິດຂອງສະຫະລັດ ໃນທີ່ສຸດຈະບໍ່ໄປບໍ່ມາ.

ພວກຄົນງານທີ່ຕົກງານທັງຫຼາຍ ຜູ້ທີ່ໄດ້ຮັບເງິນຫວ່າງງານຫຼາຍກວ່າເກົ່າ ຈະບໍ່ມີແຮງຈູງໃຈທາງດ້ານການເງິນ ທີ່ຈະກັບຄືນໄປເຮັດວຽກ ຖ້າພວກນາຍຈ້າງຂອງພວກເຂົາເຈົ້າ ບໍ່ສາມາດເປີດຮ້ານຄ້າ ຮ້ານອາຫານ ໂຮງຈັກໂຮງງານ ແລະທຸລະກິດຕ່າງໆທັງຫຼາຍ ຂອງພວກເຂົາເຈົ້າຄືນໃໝ່ ກ່ອນທ້າຍເດືອນກໍລະກົດນີ້.

ລັດຖະບານກ່າວວ່າ ພວກຄົນງານຂອງສະຫະລັດເຄິ່ງນຶ່ງ ທີ່ມີລາຍໄດ້ຕ່ຳກວ່າ 957 ໂດລາຕໍ່ອາທິດ ໃນໄຕມາດທໍາອິດຂອງປີ 2020 ຊຶ່ງໝາຍຄວາມວ່າ
ໜ້ອຍກວ່າເຄິ່ງນຶ່ງ ມີລາຍໄດ້ 50,000 ໂດລາຕໍ່ປີ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG