ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຖິງແມ່ນວ່າ ຈະມີຄວາມກ້າວໜ້າແດ່ແລ້ວ ແຕ່ຊາວ Puerto Rico ເຄິ່ງນຶ່ງ ກໍຍັງຂາດນ້ຳດື່ມນໍ້າໃຊ້ຢູ່

ພວກພົນລະເມືອງທ້ອງຖິ່ນ ຕື່ມນ້ຳໃຫ້ເຕັມຖັງ ໃນເມືອງ Bayamon ຫລັງຈາກພາຍຸເຮີຣິເຄນ ໄດ້ພັດຖະຫລົ່ມ ເຂດເມືອງ Carolina ຂອງ Puerto Rico, ວັນທີ 30 ກັນຍາ 2017.
ພວກພົນລະເມືອງທ້ອງຖິ່ນ ຕື່ມນ້ຳໃຫ້ເຕັມຖັງ ໃນເມືອງ Bayamon ຫລັງຈາກພາຍຸເຮີຣິເຄນ ໄດ້ພັດຖະຫລົ່ມ ເຂດເມືອງ Carolina ຂອງ Puerto Rico, ວັນທີ 30 ກັນຍາ 2017.

ຜູ້ປົກຄອງເກາະ Puerto Rico ທ່ານ Ricardo Rossello ໄດ້ກ່າວໃນວັນອາທິດ
ວານນີ້ວ່າ ຈຳນວນຊາວ Puerto Rico ທີ່ໄປອາໄສຢູ່ສະຖານທີ່ພັກຊົ່ວຄາວຫຼາຍແຫ່ງ
ພາຍຫຼັງພາຍຸເຮີຣີເຄນ ມາເຣຍ ນັ້ນ ໄດ້ຫລຸດລົງໄປຢ່າງຫຼວງຫຼາຍແລ້ວ.

ທ່ານກ່າວວ່າ “ຈຳນວນຄົນທັງໝົດ ຢູ່ໃນສະຖານທີ່ພັກຊົ່ວຄາວ ໄດ້ຫລຸດລົງແລ້ວ.
ໃນຊ່ວງ ເວລານີ້ ພວກເຮົາຍັງມີອົບພະຍົບເຫຼືອຢູ່ ປະມານ 8,800 ຄົນ ແລະ
ມີສະຖານທີ່ພັກຊົ່ວຄາວ 139 ແຫ່ງ”
ໂດຍຊີ້ໃຫ້ເຫັນວ່າ ນຶ່ງສັບປະດາກ່ອນ ໄດ້ມີ
ສະຖານທີ່ພັກຊົ່ວຄາວ 500 ແຫ່ງຢູ່ໃນທົ່ວເກາະ. ທ່ານກ່າວຕໍ່ໄປວ່າ “ພວກເຮົາ
ກຳລັງລວບລວມເບິ່ງ ເພື່ອຮັບປະກັນວ່າ ປະຊາຊົນ ຈະກັບຄືນໄປເຮືອນຊານ
ຂອງພວກເຂົາເຈົ້າໄດ້ເວລາໃດ ແລະ ໃນເວລາທີ່ພວກເຂົາເຈົ້າ ຍັງບໍ່ສາມາດ
ກັບໄປເຮືອນຂອງພວກເຂົາເຈົ້າໄດ້ ແລະ ສະໜອງທາງເລືອກຂອງທີ່ຢູ່ອາໄສ
ແຫ່ງໃໝ່ ໃນເວລານີ້.”

ພົນລະເມືອງທ້ອງຖິ່ນ ລຽນແຖວຄອຍຖ້າ ໃນລະຫວ່າງການແຈງຢາຍນ້ຳ ໃນເມືອງ Bayamon ຫຼັງຈາກ ພາຍຸເຮີຣິເຄນ ມາເຣຍ ສ້າງຄວາມເສຍຫາຍແກ່ ເຂດເມືອງ Carolina ຂອງ Puerto Rico, ວັນທີ 30 ກັນຍາ 2017.
ພົນລະເມືອງທ້ອງຖິ່ນ ລຽນແຖວຄອຍຖ້າ ໃນລະຫວ່າງການແຈງຢາຍນ້ຳ ໃນເມືອງ Bayamon ຫຼັງຈາກ ພາຍຸເຮີຣິເຄນ ມາເຣຍ ສ້າງຄວາມເສຍຫາຍແກ່ ເຂດເມືອງ Carolina ຂອງ Puerto Rico, ວັນທີ 30 ກັນຍາ 2017.

ທ່ານ Rossello ຍັງໄດ້ກ່າວອີກວ່າ ຈຳນວນຂອງພວກພະນັກງານ ກະຊວງປ້ອງກັນ
ປະເທດ ສະຫະລັດ ທີ່ຢູ່ໃນສະໜາມ ໄດ້ເພີ່ມຂຶ້ນ ຈາກ 4,600 ຄົນ ເປັນ 6,400 ຄົນ
ພຽງ 36 ຊົ່ວໂມງກ່ອນໜ້ານີ້ ໃນວັນອາທິດວານນີ້.

ແຕ່ເກືອບນຶ່ງສັບປະດາເຄິ່ງ ຫຼັງຈາກທີ່ພາຍຸເຮີຣິເຄນ ມາເຣຍ ໄດ້ພັດຖະຫລົ່ມເກາະ
Puerto Rico ປະມານ ເຄິ່ງນຶ່ງ ຂອງພົນລະເມືອງ 4 ລ້ານ 3 ແສນຄົນ ຂອງເກາະນີ້
ຍັງຂາດແຄນນ້ຳດື່ມທີ່ສະອາດຢູ່ ອີງຕາມກະຊວງປ້ອງກັນປະເທດ ໃນຂະນະດຽວກັນ
ປະຊາຊົນ 95 ເປີເຊັນ ແມ່ນບໍ່ມີໄຟຟ້າໃຊ້.

ບັນດາທະຫານເຮືອ ຢູ່ເທິງ ເຮືອໂຈມຕີ ສະເທືອນບົກ USS Kearsarge (LHD 3) ສັງເກດການເບິ່ງ ໃນຂະນະທີ່ ເຮລິຄອບເຕີ MH-60 Sea Hawk ເຄື່ອນຍ້າຍ ເຄື່ອງຂອງໃຊ້ ຈາກ USNS Supply (T-AOE 6) ທີ່ໃຫ້ການສະໜັບສະໜູນຢ່າງວ່ອງໄວ ໃນລະຫວ່າງ ການປະຕິບັດການຕື່ມໃຫ້ເຕັມ.

ທ່ານ Rossello ໄດ້ເນັ້ນຢ້ຳວ່າ ການຟື້ນຟູ ໃນບາງສ່ວນ ກໍເປັນໄປໄດ້ແລ້ວ. ທ່ານ
ໄດ້ກ່າວວ່າ ໂຮງໝໍ 51 ແຫ່ງ ໃນຈຳນວນ 60 ແຫ່ງຂອງເກາະນີ້ ກໍໄດ້ເປີດຄືນ ແລະ
ສະໜາມບິນ ແລະ ທ່າເຮືອ ຫຼາຍແຫ່ງ ກໍເປີດຮັບການຂົນສົ່ງໄດ້.

ທ່ານ Rossello ກ່າວວ່າ “ພວກເຮົາມີສາຍໂທລະສັບ ທຳງານແລ້ວ ຮ້ອຍເປີເຊັນ
ໃນປັດຈຸບັນນີ້ ເຖິງຢ່າງໃດກໍຕາມ ພວກເຮົາກໍຍັງບໍ່ທັນມີເຄືອຂ່າຍໂທລະຄົມມະ
ນາຄົມ ທີ່ຄົບຖ້ວນເທື່ອ...ພວກເຮົາມີພຽງແຕ່ 33 ເປີເຊັນ.”

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ກ່າວຕໍ່ບັນດານັກຂ່າວ ຫຼັງຈາກ ກອງປະຊຸມດ້ານຄວາມປອດໄພ ໃນເມືອງ Bedminster New Jersey, ວັນທີ 10 ສິງຫາ 2017.
ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ກ່າວຕໍ່ບັນດານັກຂ່າວ ຫຼັງຈາກ ກອງປະຊຸມດ້ານຄວາມປອດໄພ ໃນເມືອງ Bedminster New Jersey, ວັນທີ 10 ສິງຫາ 2017.

ທ່ານໄດ້ກ່າວອີກວ່າ ຖະໜົນຫົນທາງຂອງເກາະ ໄດ້ເປີດນຳໃຊ້ແລ້ວ ແຕ່ວ່າ ຍັງມີບາງ
ຊຸມຊົນ ບ່ອນທີ່ໄດ້ຮັບຄວາມເສຍຫາຍໜັກ ຈາກພາຍຸເຮີຣິເຄນ ມາເຣຍ ຍັງໄດ້ເຮັດໃຫ້
ການເດີນທາງຫຍຸ້ງຍາກຢູ່.

ກະຊວງປ້ອງກັນປະເທດ ໄດ້ກ່າວວ່າ ລົດບັນທຸກ 100 ຄັນ ໄດ້ບັນຈຸນ້ຳມັນກາຊ້ວນ
ແລະ ນ້ຳມັນແອັດຊັ້ງ ນຳສົ່ງໂດຍກຳປັ່ນບັນທຸກ ຈະໄປຮອດ ນະຄອນຫຼວງ San Juan
ຂອງເກາະ ຊຶ່ງເປັນເມືອງໃຫຽ່ທີ່ສຸດ ພາຍໃນວັນຈັນມື້ນີ້. ໄດ້ມີການຈົ່ມທຸກຫຼາຍຢ່າງ ວ່າ
ອາຫານ ແລະ ສິ່ງຂອງຈຳເປັນຕ່າງໆ ບໍ່ໄດ້ຖືກສົ່ງເຖິງ ປະຊາຊົນໃນທົ່ວເກາະ ຍ້ອນວ່າ
ບໍ່ມີລົດບັນທຸກ ແລະ ຄົນຂັບພຽງພໍ ທີ່ຈະທຳການຂົນສົ່ງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG