ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາກອນ ເກາະ ເປີໂຕ ຣີໂກ ຈຳນວນເຄິ່ງນຶ່ງ ຍັງຂາດນໍ້າໃຊ້ທີ່ສະອາດຢູ່


ປະຊາຊົນເມືອງ Ponce ຂອງເກາະ ເປີໂຕ ຣີໂກ ລຽນແຖວ
ຢູ່ ຕູ້ກົດເງິນ ໂດຍຫວັງວ່າຈະສາມາດ ຖອນເງິນສົດອອກ
ມາໄດ້, ນຶ່ງອາທິດຫຼັງຈາກພາຍຸ ເຮີຣິເຄນ ມາເຣຍ ໄດ້ພັດທະລົ່ມເຂົ້າເກາະດັ່ງກ່າວ.
ປະຊາຊົນເມືອງ Ponce ຂອງເກາະ ເປີໂຕ ຣີໂກ ລຽນແຖວ ຢູ່ ຕູ້ກົດເງິນ ໂດຍຫວັງວ່າຈະສາມາດ ຖອນເງິນສົດອອກ ມາໄດ້, ນຶ່ງອາທິດຫຼັງຈາກພາຍຸ ເຮີຣິເຄນ ມາເຣຍ ໄດ້ພັດທະລົ່ມເຂົ້າເກາະດັ່ງກ່າວ.

ເກືອບນຶ່ງສັບປະດາເຄິ່ງຜ່ານມາແລ້ວ ຫຼັງຈາກພາຍຸເຮີຣິເຄນ Maria ໄດ້ທຳລາຍເກາະ
ເປີໂຕ ຣີໂກ ນັ້ນຈຳນວນປະຊາຊົນປະມານເຄິ່ງນຶ່ງຂອງຜູ້ອາໄສຢູ່ 3 ລ້ານ 4 ແສນຄົນ
ໃນເກາະດັ່ງກ່າວນັ້ນ ກໍຍັງຂາດການໄດ້ຮັບນໍ້າດື່ມທີ່ສະອາດຢູ່, ອີງຕາມກະຊວງປ້ອງ
ກັນປະເທດ ສະຫະລັດ, ໃນຂະນະທີ່ປະຊາຊົນ 95 ເປີເຊັນ ຍັງຄົງບໍ່ມີໄຟຟ້າໃຊ້ຄືເກົ່າ.

ແນວໃດກໍຕາມ ຜູ້ປົກຄອງເກາະ ເປີໂຕ ຣີໂກ ທ່ານ Ricardo Rossello ກໍໄດ້ກ່າວເນັ້ນ
ໃນວັນເສົາວານນີ້ວ່າ, ການຟື້ນຟູບາງແຫ່ງແມ່ນໄດ້ຖືກດຳເນີນໄປແລ້ວ. ທ່ານໄດ້ກ່າວ
ວ່າ ໂຮງໝໍ 51 ແຫ່ງ ຈາກ 60 ແຫ່ງຂອງເກາະດັ່ງກ່າວ ຕອນນີ້ ໄດ້ເປີດໃຫ້ບໍລິການ
ແລະ ສະໜາມບິນ ແລະ ອ່າວທະເລຕ່າງໆແມ່ນກຳລັງໄດ້ຮັບສິ່ງຂອງຂົນສົ່ງແລ້ວ.
ທ່ານ Rossello ໄດ້ກ່າວວ່າ “ຕອນນີ້ ພວກເຮົາມີໂທລະສັບຕັ້ງໂຕະປະຕິບັດການໄດ້
100 ເປີເຊັນແລ້ວ, ເຖິງແມ່ນວ່າພວກເຮົາຍັງຈະບໍ່ມີລະບົບໂທລະຄົມທີ່ເຂັ້ມແຂງກໍຕາມ,
ແຕ່ພວກເຮົາກໍຍັງປະຕິບັດການໄດ້ພຽງແຕ່ 33 ເປີເຊັນເທົ່ານັ້ນ.”

ທ່ານ Rossello ໄດ້ກ່າວວ່າ ຫົນທາງຂອງເກາະນັ້ນແມ່ນໄດ້ຖືກເກັບກວາດແລ້ວ, ແຕ່
ຍັງມີຊຸມຊົນບາງແຫ່ງ ບ່ອນທີ່ຖືກທຳລາຍໂດຍພາຍຸເຮີຣິເຄນ ຍັງເດີນທາງໄປມາຫຍຸ້ງ
ຍາກຢູ່.

ກະຊວງປ້ອງກັນປະເທດ ສະຫະລັດ ກ່າວວ່າ ລົດບັນທຸກທີ່ຂົນນໍ້າມັນ ກາຊວນ ແລະ
ແອັດຊັງ 100 ຄັນ ຈະເດີນທາງໄປຮອດດ້ວຍເຮືອບັນທຸກໃນນະຄອນ San Juan ເຊິ່ງ
ເປັນເມືອງຫຼວງ ແລະ ເມືອງທີ່ໃຫຍ່ທີ່ສຸດຂອງເກາະດັ່ງກ່າວໃນວັນຈັນມື້ອື່ນນີ້. ມັນຍັງ
ມີຄຳຮ້ອງທຸກວ່າ ອາຫານ ແລະ ສິ່ງຂອງທີ່ຈຳເປັນອື່ນໆ ແມ່ນບໍ່ໄດ້ຖືກສົ່ງໄປທົ່ວເກາະ
ຍ້ອນວ່າມັນບໍ່ມີລົດບັນທຸກ ແລະ ຄົນຂັບລົດພຽງພໍ ເພື່ອທຳການຂົນສົ່ງນັ້ນ.

ແນວໃດກໍຕາມ ການດຳລົງຊີວິດໃນເກາະດັ່ງກ່າວ ແມ່ນຍັງຄົງລຳບາກຢູ່, ດ້ວຍປະຊາ
ຊົນ ໄດ້ພາກັນລຽນແຖວໃນອາກາດຮ້ອນອົບເອົ້າ ເພື່ອຊື້ນໍ້າມັນລົດ, ອາຫານ ແລະ
ຖອນເງິນສົດ.

ນັກຂ່າວຂອງ ວີໂອເອ Celia Mendoza ຜູ້ທີີ່ຢູ່ໃນເກາະ ເປີໂຕ ຣີໂກ ໃນເວລານີ້ ກ່າວ
ວ່າ ການຈ່າຍເງິນໃນຮ້ານຂາຍເຄື່ອງທຸກແຫ່ງແມ່ນໃຊ້ພຽງແຕ່ເງິນສົດເທົ່ານັ້ນ ຍ້ອນ
ວ່າ ຮ້ານຂາຍເຄື່ອງຕ່າງໆແມ່ນບໍ່ມີໄຟຟ້າໃຊ້ສຳລັບການໂອນເງິນຈາກບັດທະນາຄານ.
ນາງ Mendoza ລາຍງານວ່າ ມັນມີການລຽນແຖວຍາວຢຽດ ຢູ່ຕູ້ຖອນເງິນສົດ, ດ້ວຍ
ລູກຄ້າຫວັງວ່າ ຈະສາມາດເອົາເງິນຂອງເຂົາເຈົ້າອອກມາໄດ້ ກ່ອນຕູ້ເງິນຈະມອດ
ເມື່ອທະນາຄານປິດການບໍລິການ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG