ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ​ນາງ Haley ຮຽກຮ້ອງ ​ໃຫ້​​ເກົາຫຼີ​ເໜືອ ​ເອົາ​ບາດກ້າວ ​ໃນ​ທາງ​ບວກ ກ່ອນ​​ຈະ​ມີ ​ການ​ເຈ​ລະ​ຈາ​ໃດໆ


ເອກ​ອັກຄະ​ລັດຖະທູດ​ ຍີ່ປຸ່ນ ທ່ານ Koro Bessho, ຊ້າຍ, ທ່ານ​ນາງ Nikki Haley ເອກ​ອັກຄະ​ລັດຖະທູດ​ ສຫລ, ກາງ, ​ແລະ​ທ່ານ Cho Tae-yul ເອກ​ອັກຄະ​ລັດຖະທູດ​ເກົາຫຼີ​ໃຕ້ ຈັດ​ກອງ​ປະຊຸມຮ່ວມ ຫຼັງ​ຈາກປຶກສາ​ຫາລື​ກັບ​ສະພາ​ຄວາມໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ, 8 ມີນາ, 2017.
ເອກ​ອັກຄະ​ລັດຖະທູດ​ ຍີ່ປຸ່ນ ທ່ານ Koro Bessho, ຊ້າຍ, ທ່ານ​ນາງ Nikki Haley ເອກ​ອັກຄະ​ລັດຖະທູດ​ ສຫລ, ກາງ, ​ແລະ​ທ່ານ Cho Tae-yul ເອກ​ອັກຄະ​ລັດຖະທູດ​ເກົາຫຼີ​ໃຕ້ ຈັດ​ກອງ​ປະຊຸມຮ່ວມ ຫຼັງ​ຈາກປຶກສາ​ຫາລື​ກັບ​ສະພາ​ຄວາມໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ, 8 ມີນາ, 2017.

ເອກ​ອັກຄະ​ລັດຖະທູດ​ສະຫະລັດ ປະ​ຈຳ​ອົງການ​ສະຫະ​ປະຊາ​ຊາດ ທ່ານ​ນາງ Nikki
Haley ກ່າວ​ວ່າ ສະຫະລັດຕ້ອງ​ໄດ້​ເຫັນ “ການ​ເອົາ​ບາດກ້າວ​ໃດ​ນຶ່ງ​ໃນ​ທາງ​ບວກ”
ຈາກ​ເກົາຫຼີ​ເໜືອກ່ອນ​ທີ່​ຈະ​ມີ​ການ​ເຈ​ລະ​ຈາ​ໃດໆ​ເພື່ອ​ຫຼຸດຜ່ອນ​ຄວາມ​ເຄັ່ງ​ຕຶງ​ໃນ​ແຫຼມ​
ເກົາຫຼີ ສາມາດ​ເລີ່​ມຂຶ້ນ​ໄດ້.

ຫຼັງ​ຈາກ​ທີ່ໄດ້​ມີ​ການ​ປະຊຸມລາຍ​ງານສຸກ​ເສີນ​ແບບ​ປິດ​ລັບ ຕໍ່​ບັນດາ​ສະມາ​ຊິກ​ຂອງ​ສະພາ​ຄວາມໝັ້ນຄົງອົງການ​ສະຫະ​ປະຊາ​ຊາດ​ແລ້ວ ທ່ານ​ນນາງ Haley ​ໄດ້​ກ່າວ​ວ່າ ຜູ້ນຳ
​ເກົາຫຼີ​ເໜືອ ທ່ານ Kim Jong Un ບໍ່​ແມ່ນ ​“ບຸກຄົນ​ທີ່​ມີ​ເຫດຜົນ” ​ແລະ​ວ່າ ​ສະພາ​ຄວາມ
ໝັ້ນຄົງ ບໍ່​ໄດ້ ​“ປະຕິ​ເສດ​ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້​ໃດໆ” ​ໃນ​ການ​ທົບ​ທວນ​ຂອງ​ຕົນ
​ກ່ຽວ​ກັບ​ເກົາຫຼີ​ເໜືອ.

​ເຊີນ​ຊົມ: ທ່ານ​ນາງ Haley ກ່າວ​ເຖິງ Kim Jong Un

Haley: North Korea is 'Not A Rational Person'
please wait

No media source currently available

0:00 0:01:03 0:00

​ສະພາ​ຄວາມໝັ້ນຄົງ ​ໄດ້​ຈັດ​ປະຊຸມ​ຮັບ​ຟັງ​ລາຍ​ງານ​ພິ​ເສດແບບ​ປິດ​ລັບ ກ່ຽວ​ກັບການ​ທົດ
​ລອງ​ລູກ​ສອນ​ໄຟ​ຂີ​ປະນາ​ວຸດຄັ້ງຫລ້າ​ສຸດຂອງ​ເກົາຫຼີ​ເໜືອ ທີ່​ໄດ້ເຮັດ​ໃຫ້​ມີ​ການ​ຮຽກຮ້ອງ
ຂອງ​ຈີນ ​ໃຫ້​ເກົາຫຼີ​ເໜືອ ​ເກົາຫຼີ​ໃຕ້ ​ແລະ​ສະຫະລັດ ​ເອົາ​ບາດກ້າວເພື່ອ​ຫຼີກ​ລ່ຽງ “ການ​ປະ​
ທະ​ກັນ​.”

ກ່ອນ​ກອງ​ປະຊຸມ​ໃນວັນ​ພຸດ​ວານ​ນີ້ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດຈີນ ທ່ານ
Wang Yi ​ໄດ້​ສະ​ເໜີ​ໃຫ້​ເກົາຫຼີ​ເໜືອໂຈະໂຄງການ​ນິວ​ເຄລຍຂອງ​ຕົນ ​ແລະ​ກິດຈະກຳ
​ຕ່າງໆກ່ຽວ​ກັບ​ລູກສອນ​ໄຟ ເພື່ອເປັນການ​ແລກປ່ຽນ ​ໃຫ້​ສະຫະລັດ ​ແລະ​ເກົາຫຼີ​ໃຕ້ຢຸດ
​ເຊົາ​ການຊ້ອມ​ລົບ​ຮ່ວມ​ທາງ​ທະຫານ.

ການເຄື່ອນ​ໄຫວ​ທີ່​ກ່າວ​ມານີ້ແມ່ນໄດ້​ຖືກ​ປະນາມ​ໂດຍ​ອີກ​ຝ່າຍນຶ່ງ ​ທີ່​ທ່ານ Wang ອະ​ທິ
ບາຍວ່າ ​ເປັນ​ “​ການເລັ່ງລົດ​ໄຟ​ເຂົ້າຫາ​ກັນ ​ໂດຍບໍ່​ມີ​ຝ່າ​ຍ​ໃດ​ຢາກ​ປ່ອຍທາງໃຫ້.”

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG