ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວເຮຕີ ພາກັນຢຸດງານປະທ້ວງ ຍ້ອນປະເທດ ບໍ່ມີຄວາມປອດໄພພຽງພໍ


ຜູ້ປະທ້ວງຄົນນຶ່ງ ຖ່າຍຮູຍຕົນເອງ ຢູ່ກອງໄຟ ໃນນະຄອນປັອກ ໂອ ແປຣັງ (Port-au-Prince) ປະເທດເຮຕີ ວັນທີ 18 ຕຸລາ 2021.
ຜູ້ປະທ້ວງຄົນນຶ່ງ ຖ່າຍຮູຍຕົນເອງ ຢູ່ກອງໄຟ ໃນນະຄອນປັອກ ໂອ ແປຣັງ (Port-au-Prince) ປະເທດເຮຕີ ວັນທີ 18 ຕຸລາ 2021.

ພວກຄົນງານໃນເຮຕີ ໄດ້ພາກັນຢຸດງານວັນຈັນວານນີ້ ເພື່ອປະທ້ວງສະຖານະການດ້ານ
ຄວາມປອດໄພ ຢູ່ໃນປະເທດດັ່ງກ່າວ ຊຶ່ງຫວ່າງມໍ່ໆມານີ້ ໄດ້ນຳເອົາ ຄວາມເປັນຫ່ວງມາສູ່
ໂລກ ຍ້ອນມີການລັກພາໂຕ ກຸ່ມນັກສອນສາດສະໜາທີ່ມີ ຫ້ອງການຕັ້ງຢູ່ໃນສະຫະລັດ.

ບັນດາຖະໜົນຫົນທາງຢູ່ນະຄອນຫຼວງປອກ ໂອ ແປຣັງ (Port-au-Prince) ສ່ວນໃຫຍ່
ມິດງຽບ ໃນວັນຈັນວານນີ້ ໃນຂະນະທີ່ພວກຄົນງານ ພາກັນຢູ່ບ້ານ ຢູ່ຮືອນ ເພື່ອປະນາມ
ຕໍ່ການຮັກສາຄວາມປອດໄພບໍ່ພຽງພໍ ຂອງປະເທດ.

ທຳນຽບຂາວກ່າວໃນວັນຈັນວານນີ້ວ່າ ອົງການສັນຕິບານກາງ ຫຼື FBI ຂອງສະຫະລັດ
ກຳລັງປະຕິບັດງານເພື່ອຊອກຫາພວກນັກສອນສາດສະໜາ ແລະຊ່ວຍພວກເຂົາເຈົ້າ
ຈາກການຖືກລັກພາໂຕ.

ບັນດາສະມາຊິກໂບດຄຣິສຕຽນເພື່ອໃຫ້ການຊ່ວຍເຫຼືອ ທີ່ມີຫ້ອງການຕັ້ງຢູ່ລັດໂອຮາຍໂອ
ປະກອບດ້ວຍຊາວອາເມຣິກັນ 16 ຄົນແລະການາດາ 1 ຄົນໄດ້ເດີນທາງໄປເຮຕີເພື່ອຢ້ຽມ
ຢາມບ່ອນລ້ຽງເດັກກຳພ້າ. ເຂົາເຈົ້າໄດ້ຖືກລັກພາໂຕ ໃນວັນເສົາທີ່ຜ່ານມາ.

ໂຄສົກທຳນຽບຂາວ ທ່ານນາງເຈນ ຊາກີ ກ່າວວ່າ ປະທານາທິບໍດີໂຈ ໄບເດັນ ໄດ້ຮັບລາຍ
ງານເປັນປະຈຳ ກ່ຽວກັບຄວາມພະຍາຍາມ ຂອງອົງການສັນຕິບານ ກາງ ແລະກະຊວງ
ຕ່າງປະເທດສະຫະລັດ.

ກະຊວງຕ່າງປະເທດກ່າວໃນວັນຈັນວານນີ້ວ່າ ຕົນມີຄະນະປະຕິບັດງານນ້ອຍໆ ກຳລັງ
ເຮັດວຽກຢ່າງໃກ້ຊິດກັບພວກເຈົ້າໜ້າທີ່ເຮຕີ ເພື່ອຊອກຫາພວກນັກສອນສາດສະໜາ ທີ່
ຖືກລັກພາໂຕໄປນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG