ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຊາວເຮຕີ ຕຳໜິວິຈານ ການເນລະເທດອອກຈາກເຂດຊາຍແດນ ລັດເທັກຊັສ ກັບ ເມັກຊິໂກ


ຊາວເຮຕີ ເຈົ້າໂຮມກັນຢູ່ກ້ອງຕູບຜ້າ ເພື່ອລົງທະບຽນກັບເຈົ້າໜ້າທີ່ຄົນເຂົ້າເມືອງ, ຫຼັງຈາກເຈົ້າໜ້າທີ່ ສະຫະລັດ ໄດ້ສົ່ງເຂົາເຈົ້າອອກຈາກເຂດຊາຍແດນ ລັດເທັກຊັສ ໃນວັນອາທິດວານນີ້.
ຊາວເຮຕີ ເຈົ້າໂຮມກັນຢູ່ກ້ອງຕູບຜ້າ ເພື່ອລົງທະບຽນກັບເຈົ້າໜ້າທີ່ຄົນເຂົ້າເມືອງ, ຫຼັງຈາກເຈົ້າໜ້າທີ່ ສະຫະລັດ ໄດ້ສົ່ງເຂົາເຈົ້າອອກຈາກເຂດຊາຍແດນ ລັດເທັກຊັສ ໃນວັນອາທິດວານນີ້.

ຜູ້ຍົກຍ້າຍຖິ່ນຖານຊາວ ເຮຕີ ຜູ້ທີ່ຖືກເນລະເທດກັບຄືນໄປນະຄອນຫຼວງ ປອກ-ໂອ ແປຣັງສ໌, ດ້ວຍ ເຮືອບິນສາມຖ້ຽວຂອງອົງການພາສີ ແລະ ຄົນເຂົ້າເມືອງ ສະຫະລັດ ນັ້ນໄດ້ຖືກຕຳໜິວິຈານ ກ່ຽວ ກັບ ວິທີທີ່ເຂົາເຈົ້າຖືກເນລະເທດ ແລະ ການປະຕິບັດຕໍ່ເຂົາເຈົ້າໃນລະຫວ່າງການກັກຂັງ.

ທ້າວ ດີວດອນ ຄາສສານເຍ (Dieudonne Cassagne) ໄດ້ກ່າວຕໍ່ວີໂອເອວ່າ “ເຂົາເຈົ້າບໍ່ໃຫ້ ພວກເຮົາເອົາສິ່ງຂອງຂອງພວກເຮົາໄປນຳ. ມັນຄືກັບຖືກຂັງໃນຄຸກ, ບໍ່ມີອາຫານ, ບໍ່ມີຫຍັງ.” ລາວໄດ້ກ່າວຕໍ່ວີໂອເອວ່າ ລາວໄດ້ມາຈາກເມືອງ ໂກນາອີຟ (Gonaives) ໃນພາກເໜືອຂອງ ເຮຕີ ແລະ ໄດ້ອາໄສຢູ່ປະເທດ ຊີເລ ກ່ອນທີ່ຈະມຸ່ງໜ້າໄປເຂດຊາຍແດນຂອງລັດ ເທັກຊັສ. “ມື້ເຊົ້ານີ້ ເຂົາເຈົ້າໄດ້ປຸກເຮົາຕື່ນແຕ່ເດິກ ແລະ ບອກພວກເຮົາວ່າ “ໄປ”, ແລະ ຕໍ່ມາພວກເຮົາກໍຮູ້ວ່າເຂົາ ເຈົ້າພາພວກເຮົາໄປສະໜາມບິນ.”

ແມ່ຍິງຄົນນຶ່ງຜູ້ທີ່ໄດ້ປະຕິເສດ ທີ່ຈະບອກຊື່ໄດ້ກ່າວວ່າ ລາວໄດ້ອາໄສຢູ່ດີໃນປະເທດ ຊີເລ ແຕ່ບໍ່ໄດ້ຖືກອະນຸຍາດໃຫ້ອາໄສຢູ່ຢ່າງຖືກຕ້ອງຕາມກົດໝາຍ, ຈົນກໍ່ໃຫ້ລາວຕ້ອງໜີ. ລາວໄດ້ກ່າວວ່າ ຊາວ ເຮຕີ ໄດ້ຖືກປະຕິບັດນຳຢ່າງແຕກຕ່າງກັບຜູ້ຍົກຍ້າຍຖິ່ນຖານຄົນອື່ນ ໃນລະຫວ່າງການກັກ ຂັງ. ລາວໄດ້ບອກວີໂອເອວ່າຜູ້ຖືກຄວບຄຸມຕົວຈາກປະເທດ ເວເນຊູເອລາ, ໂຄລອມເບຍ ແລະ ນິກາຣາກົວ ໄດ້ຖືກອະນຸຍາດ ໃຫ້ປ່ຽນເຄື່ອງນຸ່ງ ເວລາທີ່ເຂົາເຈົ້າຂໍ. ລາວໄດ້ກ່າວວ່າ ການຮ້ອງຂໍຂອງລາວໄດ້ຖືກປະຕິເສດ, ໂດຍກ່າວຕື່ມວ່າ ລາວໄດ້ນຸ່ງເຄື່ອງທີ່ລາວໄດ້ໃສ່ເວລາທີ່ລາວໄດ້ຖືກຮັບເອົາມາໂດຍເຈົ້າໜ້າທີ່ລາດຕະເວນຊາຍແດນ ເມື່ອສີ່ວັນທີ່ຜ່ານມາ.

ນາງໄດ້ບອກວີໂອເອວ່າ “ບັນຫາຂອງຂ້ອຍກໍແມ່ນວິທີທີ່ພວກເຮົາຖືກເນລະເທດ. ພວກເຮົາຖືກເນ ລະເທດຄືກັບຄົນຜູ້ທີ່ບໍ່ມີຄອບຄົວບໍ່ມີຄ່າຫຍັງ, ຄືຄົນທີ່ບໍ່ມີຄວາມຮູ້. ມັນບໍ່ມີໃຜມາປົກປ້ອງເຮົາ.” ລາວໄດ້ກ່າວຕື່ມວ່າ “ອີງຕາມກົດໝາຍ ພວກເຮົາຄວນທີ່ຈະໄດ້ຮັບເອກະສານທີ່ລະບຸວ່າ ພວກເຮົາຈະຖືກເນລະເທດ ທີ່ພວກເຮົາຄວນໄດ້ເຊັນ. ແຕ່ພວກເຮົາບໍ່ໄດ້ຮັບມັນ. ເຂົາເຈົ້າເຊັນເອກະສານເອົາເອງ. ເຂົາເຈົ້າເອົາໜັງສືເດີນທາງໄປຈາກພວກເຮົາ, ແລະ ເຂົາເຈົ້າກໍບໍ່ໄດ້ສົ່ງຄືນ ຢູ່ເດີ່ນບິນ ເທັກຊັສ. ພວກເຮົາໄດ້ຄືນໃນຖ້ຽວບິນນໄປສູ່ ປອກ-ໂອ ແປຣັງສ໌.

ລັດຖະບານທ່ານ ໄບເດັນ ໄດ້ປະກາດການຕັດສິນໃຈ ໃນວັນເສົາທີ່ຜ່ານມາວ່າ ຈະເນລະເທດຜູ້ຍົກຍ້າຍຖິ່ນຖານຊາວ ເຮຕີ ຫຼາຍພັນຄົນທີ່ລວມຕົວກັນ ຢູ່ກ້ອງຂົວແຫ່ງນຶ່ງໃນເມືອງ ແດລ ຣີໂອ (Del Rio) ໃນລັດ ເທັກຊັສ, ຢູ່ເຂດຊາຍແດນຕິດກັບ ສະຫະລັດ ແລະ ເມັກຊິໂກ. ຕົວເລກຂອງຜູ້ຍົກຍ້າຍຖິ່ນຖານ ທີ່ເດີນທາງຮອດແມ່ນຫຼາຍກວ່າກຳລັງລາດຕະເວນຊາຍແດນ ທີ່ຈະຮັບມືກັບເຂົາ
ເຈົ້າ, ອີງຕາມການລະບຸຂອງເຈົ້າໜ້າທີ່ໃນວັນເສົາທີ່ຜ່ານມາ.

ຫົວໜ້າໜ່ວຍລາດຕະເວນຊາຍແດນ ສະຫະລັດ ທ່ານ ຣາອູລ ອໍທີສ ໄດ້ກ່າວວ່າ ຜູ້ຍົກຍ້າຍຖິ່ນ ຖານ ເຮຕີ ໄດ້ຖືກຄວບຄຸມຕົວ ໃນທ້າຍອາທິດທີ່ຜ່ານມາ ແລະ ວ່າບັນດາເຈົ້າໜ້າທີ່ຄາດວ່າຈະມີ ການກັກຂັງເພີ່ມເຕີມ. ທ່ານ ອໍທີສ ໄດ້ເຕືອນຜູ້ຍົກຍ້າຍຖິ່ນຖານໃນວັນອາທິດວານນີ້ວ່າ ເຂົາເຈົ້າຖືກເນລະເທດພາຍ ໃຕ້ກົດໝາຍສຸຂະພາບປີ 1994 ຫົວຂໍ້ທີ 42 ທີ່ຖືກນຳໃຊ້ພາຍໃຕ້ລັດຖະ ບານ ທ່ານ ທຣຳ ໂດຍສູນກາງຄວບຄຸມ ແລະ ປ້ອງກັນພະຍາດ ສະຫະລັດ ໃນລະຫວ່າງການລະ ບາດຂອງໄວຣັສໂຄໂຣນາ ແລະໄດ້ສືບຕໍ່ໂດຍທ່ານ ໄບເດັນ. ກົດໝາຍດັ່ງກ່າວຈະປ້ອງກັນຜູ້ຍົກຍ້າຍຖິ່ນຖານບໍ່ໃຫ້ເຂົ້າມາໃນ ສະຫະລັດ ສຳລັບເຫດຜົນດ້ານສາທາລະນະສຸກ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG