ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຊາວເຮຕີ ສືບຕໍ່ປະທ້ວງ ເຖິງແມ່ນວ່າ ມີການ ວິງວອນ ຈາກປະທານາທິບໍດີ ມົວເຊ ກໍຕາມ


ຜູ້ປະທ້ວງຄົນນຶ່ງ ເຕະ ປ໋ອງເກັສນ້ຳຕາ ໃນລະຫວ່າງ ການປະທະກັບ ຕຳຫຼວດເຮຕີ ໃນນະຄອນຫຼວງ ປອກໂອແຟຣັງ, ວັນທີ 15 ກຸມພາ 2019, ໃນວັນທີ 9 ຂອງການປະທ້ວງ ຕໍ່ຕ້ານປະທານາທິບໍດີ ໂຈເວີແນລ ມົວເຊ.
ຜູ້ປະທ້ວງຄົນນຶ່ງ ເຕະ ປ໋ອງເກັສນ້ຳຕາ ໃນລະຫວ່າງ ການປະທະກັບ ຕຳຫຼວດເຮຕີ ໃນນະຄອນຫຼວງ ປອກໂອແຟຣັງ, ວັນທີ 15 ກຸມພາ 2019, ໃນວັນທີ 9 ຂອງການປະທ້ວງ ຕໍ່ຕ້ານປະທານາທິບໍດີ ໂຈເວີແນລ ມົວເຊ.

ພວກປະທ້ວງຊາວເຮຕີ ຫຼາຍຮ້ອຍຄົນ ພາກັນລົງສູ່ຖະໜົນສາຍຕ່າງໆຂອງນະຄອນ
ຫຼວງ ປອກໂອແປຣັງ ເປັນມື້ທີ 9 ລຽນຕິດ ໃນວັນສຸກວານນີ້ ເຖິງແມ່ນວ່າ ປະທານາ-
ທິບໍດີ ໄດ້ຮັບປະກັນວ່າ ທ່ານເຂົ້າໃຈ ເຖິງຄວາມເຈັບປວດຂອງ ພວກເຂົາເຈົ້າ ແລະ
ກຳລັງທຳງານໄປສູ່ການແກ້ໄຂຢູ່ກໍຕາມ.

ຜູ້ປະທ້ວງຄົນນຶ່ງ ບອກພະແນກພາສາ ຄຣີໂອລ ຂອງວີໂອເອ ວ່າ “ພວກເຮົາຂໍຮ້ອງ
ຕໍ່ ປະຊາຄົມນານາຊາດ ຈົ່ງຊ່ອຍພວກເຮົາ ປົດປະທານາທິບໍດີ ໂຈເວີແນລ ມົວເຊ
ອອກ ເພາະວ່າ ໂຈເວີແນລ ແມ່ນເຮັດວຽກໃຫ້ກັບພວກເຂົາເຈົ້າ.”
ຊາຍໜຸ່ມອີກຄົນນຶ່ງ
ກ່າວຕື່ມວ່າ “ເພື່ອນຮ່ວມຊາດ ກະລຸນາ ຖ້າພວກເຈົ້າ ເຫັນ ໂຈເວີແນລ ຢູ່ຫົນທາງ
ໃສ່ກັບມືລາວ ແລະ ໂຍນລາວເຂົ້າຄຸກ.”

ທ່ານ ໂຈເວີແນລ ມົວເຊ, ໃນເວລານັ້ນ ເປັນຜູ້ລົງສະໝັກ ເປັນປະທານາທິບໍດີ ຈາກພັກການເມືອງ PHTK, ກ່າວໃນລະຫວ່າງ ການໃຫ້ສຳພາດ ກັບ ອົງການຂ່າວ AFP ໃນນະຄອນຫຼວງ ປອກໂອແປຣັງ, ວັນທີ 6 ກັນຍາ 2016.
ທ່ານ ໂຈເວີແນລ ມົວເຊ, ໃນເວລານັ້ນ ເປັນຜູ້ລົງສະໝັກ ເປັນປະທານາທິບໍດີ ຈາກພັກການເມືອງ PHTK, ກ່າວໃນລະຫວ່າງ ການໃຫ້ສຳພາດ ກັບ ອົງການຂ່າວ AFP ໃນນະຄອນຫຼວງ ປອກໂອແປຣັງ, ວັນທີ 6 ກັນຍາ 2016.

ທ່ານ ມົວເຊ ໄດ້ອອກມາຈາກການມິດງຽບຢູ່ເປັນເວລາຫຼາຍສັບປະດາ ໂດຍກ່າວຄຳ
ປາໄສ ຕໍ່ປະເທດຊາດໃນຄືນວັນພະຫັດວານນີ້ ຊຶ່ງໄດ້ອອກ​ອາ​ກາດສົດ ໄປທົ່ວປະເທດ
ແລະຢູ່ໃນເຟສບຸກ ນຳດ້ວຍ. ທ່ານໄດ້ຂໍໃຫ້ມີຄວາມສະຫງົບ ແລະໃຫ້ການຄ້ຳປະກັນ
ອີກ ຕໍ່ປະເທດທີ່ເຄັ່ງຕຶງ ແລະໂກດແຄ້ນນີ້.

“ຂ້າພະເຈົ້າໄດ້ຍິນພວກເຈົ້າ” ທ່ານມົວເຊ ໄດ້ກ່າວໄປ ໂດຍຮັບຮູ້ເຖິງການຕ້ອງຕິ ກ່ຽວ
ກັບການຂາດປະສິດທິພາບ ແລະຄວາມໂປ່ງໃສ ຂອງລັດຖະບານທ່ານ. ທ່ານໄດ້ກ່າວ
ອີກວ່າ “ຂ້າພະເຈົ້າຈະບໍ່ທໍລະຍົດຕໍ່ພວກເຈົ້າເລີຍ. ພວກເຈົ້າ ເປັນເຫດຜົນທີ່ຂ້າພະ
ເຈົ້າ ລົງແຂ່ງຂັນເປັນປະທານາທິບໍດີ. ຂ້າພະເຈົ້າ ຈະເຮັດວຽກໃຫ້ແກ່ພວກເຈົ້າ.”

ທ່ານມົວເຊ ໄດ້ກ່າວປະຕິຍານໄປ ໂດຍເຕືອນພົນລະເມືອງຜູ້ດ້ອຍໂອກາດທີ່ສຸດທັງ
ຫຼາຍ ຄືກັບພວກເຂົາເຈົ້ານັ້ນ ທ່ານເອງ ກໍມາຈາກຈຸດເລີ້ມຕົ້ນທີ່ຂາດ ເຂີນເຊັ່ນກັນ.

ທ່ານປະທານາທິບໍດີ ໄດ້ປະກາດວ່າ ທ່ານ ໄດ້ເອົາຫຼາຍມາດຕະການຕິດຕໍ່ກັນ ເພື່ອເຮັດ
ໃຫ້ຊີວິດການເປັນຢູ່ ດີຂຶ້ນກວ່າເກົ່າ ສຳລັບຊາວເຮຕີ ແລະໄດ້ຂໍຮ້ອງ ນາຍົກລັດຖະມົນຕີ
ທ່ານຊອນ ອອງຣີ ເຊອານຕ໌ ໃຫ້ອອກ​ປະ​ກາດພວກມາດ ຕະການດັ່ງກ່າວແລະຈັດຕັ້ງ
ປະຕິບັດ ໃນທັນທີ. ໃນເວລາຕໍ່ມາທ່ານໄດ້ຂຽນລົງ ທວີດເຕີ ວ່າ ທ່ານເຊອານຕ໌ ຈະປະ
ກາດມາດຕະການດ້ານເສດຖະກິດໃໝ່ ໃນ ວັນສຸກວານນີ້.

ມັນຍັງບໍ່ທັນຈະແຈ້ງເທື່ອວ່າ ໃນເວລາໃດ ຫຼື ນາຍົກລັດຖະມົນຕີ ຈະປະກາດ ມາດຕະ-
ການດັ່ງກ່າວຫຼືບໍ່ ແຕ່ໃນການໃຫ້ສຳພາດກັບສະຖານີວິທະຍຸ ຂອງທ້ອງຖິ່ນ ໃນຕອນເຊົ້າ
ວັນສຸກວານນີ້ ທ່ານເຊອານຕ໌ ໄດ້ກ່າວວ່າ ທ່ານປະທານາທິບໍດີ ໄດ້ກົດດັນໃຫ້ທ່ານລາ
ອອກ ຈາກຕຳແໜ່ງ. ຊຶ່ງທ່ານເຊອານຕ໌ ໄດ້ປະຕິເສດ ທີ່ຈະລາອອກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG