ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜົນການເລືອກຕັ້ງ ໃນເຮຕິ ຄາດວ່າ ຈະອອກມາ ໃນຕົ້ນ ເດືອນພະຈິກ


ບັນດາພະນັກງານເລືອກຕັ້ງ ກຳລັງນັບບັດຄະແນນສຽງ ໃນລະຫວ່າງການເລືອກຕັ້ງໃຫຍ່ ຂອງປະດເທດເຮ່ຕິ, ໃນນະຄອນຫຼວງ Port-au-Prince ຂອງເຮ່ຕິ, ວັນທີ 25 ຕຸລາ 2015.
ບັນດາພະນັກງານເລືອກຕັ້ງ ກຳລັງນັບບັດຄະແນນສຽງ ໃນລະຫວ່າງການເລືອກຕັ້ງໃຫຍ່ ຂອງປະດເທດເຮ່ຕິ, ໃນນະຄອນຫຼວງ Port-au-Prince ຂອງເຮ່ຕິ, ວັນທີ 25 ຕຸລາ 2015.

ປະຊາຊົນ ​ເຮ່ຕິ ​ໄດ້​ພາກັນ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ໃນ​ວັນ​ອາ​ທິດ
​ວານ​ນີ້ ​ເພື່ອ​ເລືອກ​ເອົາ​ປະທາ​ນາ​ທິບໍດີ​ຄົນ​ໜຶ່ງ​ ຈາກ​ຜູ້​ລົງ​ສະໝັກ
​ແຂ່ງຂັນ​ສຳລັບ​ຕຳ​ແໜ່​ງລັດຖະບານ ​ທີ່ສູງທີ່​ສຸດ​ຂອງ​ປະ​ເທດ
ຫຼາຍກວ່າ​ 5​0 ຄົນ.

ຜູ້​ລົງແຂ່ງຂັນ​ 2 ຄົນ​ໄດ້​ປະກົດ​ວ່າ​ເປັນ​ຄູ່​ແຂ່ງຂັນ​ທີ່​ຈິງ​ຈັງ​ ໃນ​ກາ​ນ
​ແຂ່ງ​ຂັນ​ຄັ້ງ​ນີ້, ​ເຊິ່ງ​ແມ່ນ​ທ່ານ Jude Celestin ຜູ້​ທີ່​ເຄີຍ​ຖືກ​ຕັດ
​ອອກ​ຈາກ​ການ​ແຂ່ງຂັນໃນ​ຮອບ​ທີ 2 ຂອງ​ການ​ລົງ​ຄະ​ແນນ​ສຽງ
​ທີ່​ມີ​ບັນຫາ​ໃນ​ປີ 2010 ຕາມ​ມາດ້ວຍການ​ນັບ​ຄະ​ແນນ​ສຽງ​ຄືນ​ໃໝ່
​ໂດຍ ອົງການຂອງ​ປະ​ເທດ​ ​ໃນທະວີບ ອາ​ເມຣິກາ ​ແລະ ທ່ານ
Maryse Narcisse, ນາຍແພດ​ຜູ້​ທີ່​ຮັບ​ການ​ໜູນ​ຫຼັງ​ໂດ​ຍອະ​ດີດ
​ປະທາ​ນາ​ທິບໍດີທ່ານ Jean Bertrand Aristide.

ການ​ເລືອກ​ຕັ້ງ​ຕຳ​ແໜ່​ງປະທານາທິບໍດີ ຄັ້ງ​ສຸດ​ທ້າຍ​ແມ່ນ​ຈະ​ໄດ້​ຈັດຂຶ້ນ​ໃນ​ເດືອນທັນວານີ້.

ບັນດາສະມາຊິກ ຂອງຄະນະກຳມະການ ສັງເກດການເລືອກຕັ້ງ ຂອງສະຫະພາບຢູໂຣບ (ຢູ່ດ້ານຫຼັງ) ພວມສັງເກດເບິ່ງ ພະນັກງານເລືອກຕັ້ງ ນັບບັດເລືອກຕັ້ງ ຢູ່ທີ່ສະຖານີປ່ອນບັດ ຫຼັງຈາກການເລືອກຕັ້ງແຫ່ງຊາດໄດ້ສິ້ນສຸດລົງ ໃນນະຄອນຫຼວງ Port-au-Prince ປະເທດເຮ່ຕິ, ວັນທີ 25 ຕຸລາ 2015.
ບັນດາສະມາຊິກ ຂອງຄະນະກຳມະການ ສັງເກດການເລືອກຕັ້ງ ຂອງສະຫະພາບຢູໂຣບ (ຢູ່ດ້ານຫຼັງ) ພວມສັງເກດເບິ່ງ ພະນັກງານເລືອກຕັ້ງ ນັບບັດເລືອກຕັ້ງ ຢູ່ທີ່ສະຖານີປ່ອນບັດ ຫຼັງຈາກການເລືອກຕັ້ງແຫ່ງຊາດໄດ້ສິ້ນສຸດລົງ ໃນນະຄອນຫຼວງ Port-au-Prince ປະເທດເຮ່ຕິ, ວັນທີ 25 ຕຸລາ 2015.

ນອກ​ຈາກ​ນັ້ນ ​ເພື່ອ​ເລືອກ​ປະທານາທິບໍດີ​ຄົນໃໝ່​ນັ້ນ, ບັນດາ​ຜູ້​ລົງ​ຄະ​ແນນ​ສຽງ​ຍັງ​ຈະ​ໄດ້​
ປ່ອນ​ບັດ​ເລືອກ​ຕັ້ງ ເອົາ​ສະມາຊິກ​ສະພາ ​ແລະ ​ເຈົ້າ​ໜ້າ​ທີ່​ໃນ​ທ້ອງ​ຖິ່ນນຳ.

ການ​ເລືອກສ່ວນ​ໃຫຍ່​ແມ່ນ​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ ບໍ່​ໄດ້​ມີ​ການ​ໃຊ້​ຄວາມ​ຮຸນ​ແຮງ​
ເໝືອນ​ກັບ ກາ​ນ​ເລືອກ​ຕັ້ງ​ລັດຖະສະພາ​ໃນ​ເດືອນ​ສິງຫາ​ທີ່​ຜ່າ​ນມາ. ຕຳຫຼວດ ​ເຮ່​ຕິ ຫຼາຍ​
ພັນ​ຄົນ ​ແລະ ​ກຳລັງ​ຮັກສາ​ສັນຕິພາບ​ອົງການ​ສະຫະ​ປະຊາ​ຊາດ ​ກໍ​ໄດ້​ຖືກ​ສົ່ງ​ໄປ​ທົ່ວ​
ປະ​ເທດ​ໃນ​ວັນ​ອາທິດ​ວານ​ນີ້​ເພື່ອ​ຄ້ຳປະກັນ​ການ​ເລືອກ​ຕັ້ງ​ໃຫ້ມີ​ຄວາມສະຫງົບ.

ຜົນ​ຂອງ​ການ​ເລືອກ​ຕັ້ງ​ແມ່ນ​ຄາດ​ວ່າ​ ຈະ​ອອກ​ມາ​ໃນ​ຕົ້ນເດືອນພະຈິກ ທີ່​ຈະ​ມາ​ເຖິງ​ນີ້.

ປະ​ເທດ ​ເຮ່​ຕິ ​ໄດ້​ປະສົບ​ໄພ​ແຜ່ນ​ດິນ​ໄຫວ​ໃນ​ເດືອນ 2010 ​ແລະ ​ໄດ້​ດີ້ນຮົນ​ເພື່ອ​ຟື້ນ​ຟູ
​ປະ​ເທດ​ຕັ້ງ​ແຕ່​ນັ້ນ​ມາ.

ປະຊາຊົນ​ຫຼາຍ​ກວ່າ 1 ລ້ານ​ຄົນ ​ບໍ​ມີ​ທີ່ຢູ່​ອາ​ໄສ, ​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າ​ຕ້ອງນອນ​ຢູ່​ໃນ​
ສະຖານ ​ທີ່​ໆປະດິດ​ຂຶ້ນ​ມາ​ເອງ, ສ່ວນ​ໃຫຍ່​ແມ່ນ​ເຕັ້ນ​ທີ່​ເຣັດຂຶ້ນ​ດ້ວຍ​ຜ້າ​ຢາງ ຫຼື ​ແກັດ​ເຈ້ຍ
ຫຼື ກະປ໋ອງເຊິ່ງຕາມ​ມາ​ຈາກແຜ່ນດິນ​ໄຫວ​ນັ້ນ​ ແມ່ນ​ການ​ແຜ່​ລະບາດ​ຂອງໂລກ​ອະ​ຫິວາ,
ກໍ່​ໃຫ້​ເກີດ​ຄວາມ​ເສຍ​ຫາຍອີກ​ເທື່ອ​ໜຶ່ງ ​ຕໍ່​ປະ​ເທດ​ສາທາລະນະ​ລັດ ຢູ່​ໃນ​ໝູ່ເກາະ Caribbean
ນີ້​ເຊິ່ງ​ເປັນ​ປະ​ເທດ​ທີ່​ທຸກ​ຍາກ​ທີ່​ສຸດ​ຢູ່ໃນ ຊີກ​ໂລກ​ຕາ​ເວັນ​ຕົກ.

ມື້​ນີ້, ສະຖານ​ທີ່ໆ​ໄດ້​ຮັບ​ຜົນ​ກະທົບ​ແຮງ​ທີ່​ສຸດ​ ໃນ​ນະຄອນຫຼວງ Port au Prince ​ໄດ້​ຖືກ​
ປ່ຽນ​ແປງ​ຢ່າງ​ໃຫຍ່​ຫຼວງ ​ແລະ ພື້ນ​ທີ່​ສ່ວນ​ໃຫຍ່​ແມ່ນ​ໄດ້​ຖືກ​ອະນະ​ໄມຊາກ​ຫັກ​ພັງ​ອອກ​ໄປ.
​ແນວ​ໃດ​ກໍ​ຕາມ, ປະຊາຊົນ​ຫຼາຍ​ພັນ​ຄົນແມ່ນ​ຍັງ​ດີ້ນຮົນ​ໃນ​ການ​ທຳ​ມາ​ຫາ​ກິນ.

​ເຖິງ​ແມ່ນ​ວ່າ​ເງິນ​ບໍລິຈາກ​ຫຼາຍ​ຕື້​ໂດລາ​ ຈະ​ໄດ້​ຖືກ​ນຳ​ໄປ​ໃຫ້ ​ເຮ່​ຕິ ຫຼັງຈາກ​ແຜ່ນດິນ​ໄຫວ
​ກໍ​ຕາມ, ແຕ່ລັດຖະບານ ​ໄດ້​ຕຳ​ໜິ​ວ່າເງິນ​ທຶນ​ທີ່​ບໍ່​ພຽງພໍໄດ້ເຮັດ​ໃຫ້​ວຽກ​ງານ​ການ​ສ້າງສາ​
ປະ​ເທດ​ຄື​ນ ດຳ​ເນີນ​ໄປ​ດ້ວຍຄວາມ​ຊັກ​ຊ້າ.

Haiti Election
please wait
Embed

No media source currently available

0:00 0:00:10 0:00

XS
SM
MD
LG