ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຜູ້​ປະ​ທ້ວງຊາວ ເຮ​ຕີ ມີ​ແຜນ ​ຈະ​ກັບ​ມາ​ປະ​ທ້ວງ ໃນ​ຖະ​ໜົນ ໃນ​ວັນ​ອາ​ທິດນີ້


ປະ​ຊາ​ຊົນ​ເຕົ້າ​ໂຮມ​ກັນ ໃນ​ຂະ​ນະ​ທີ່​ລໍ​ຖ້າ​ຊື້​ແກັ​ສ ໃນ​ນະ​ຄອນຫຼວງ ປອກ ໂອ ແປ​ຣັງ, ປະ​ເທດ ເຮ​ຕີ. 16 ກຸມ​ພາ, 2019.
ປະ​ຊາ​ຊົນ​ເຕົ້າ​ໂຮມ​ກັນ ໃນ​ຂະ​ນະ​ທີ່​ລໍ​ຖ້າ​ຊື້​ແກັ​ສ ໃນ​ນະ​ຄອນຫຼວງ ປອກ ໂອ ແປ​ຣັງ, ປະ​ເທດ ເຮ​ຕີ. 16 ກຸມ​ພາ, 2019.

ຊີ​ວິດ​ໃນ​ນະ​ຄອນຫຼວງ ປອກ ໂອ ແປ​ຣັງ ຂອງ​ປະ​ເທດ ເຮ​ຕີ, ແລະ ເຂດນອກ​ເມືອງ
ຂອງເຂົາເຈົ້າໄດ້ເລີ່ມທີ່ຈະກັບຄືນສູ່ສະພາບປົກກະຕິຢ່າງຊ້າໆໃນວັນເສົາວານນີ້.
ການຂົນສົ່ງສາທາລະນະກໍໄດ້ເປີດ ແລະ ດຳເນີນການເຊັ່ນກັນ, ຫຼັງຈາກພວກຜູ້ນຳ
ການປະທ້ວງໄດ້ປະກາດການຜ່ອນຄາຍ. ແຕ່ຊຸມຊົນບາງແຫ່ງ ຍັງຄົງຖືກກີດກັ້ນ
ຍ້ອນຮົ້ວຊົ່ວຄາວທີ່ຍັງເຫຼືອຢູ່.

ທະ​ນາ​ຄານ, ຮ້ານ​ຊຸບ​ເປີ​ມາ​ເກັດ ແລະ ຮ້ານຕ່າງໆ​ໄດ້​ເປີດ​ເຮັດ​ວຽກ​ຄືນ ແລະ ປະ​ຊາ​
ຊົນທີ່ອາໄສຢູ່ໃນທ້ອງຖິ່ນ ກໍພາກັນອອກມາຍ່າງຕາມຖະໜົນທັງຫຼາຍ, ອີງຕາມນັກ
ຂ່າວຂອງວີໂອເອພະແນກ ເຄຣໂອລ. ປະຊາຊົນໄດ້ພາກັນຢືນລຽນແຖວຊື້ນ້ຳຢູ່ຊຸມ
ຊົນແຫ່ງນຶ່ງໃນນະຄອນຫຼວງ ປອກ ໂອ ແປຣັງ ເມື່ອຕອນເຊົ້າວັນເສົາວານນີ້.

ແນວ​ໃດ​ກໍ​ຕາມ, ພວກ​ຜູ້​ນຳ​ການ​ປະ​ທ້ວງ​ໄດ້​ກ່າວ​ວ່າ​ເຂົາ​ເຈົ້າ​ຈະ​ກັບ​ຄືນ​ມາ​ໃນ​ຖະ​ໜົນ​
ຕ່າງໆ ໃນວັນອາທິດມື້ນີ້ ເພື່ອສືບຕໍ່ກົດດັນໃຫ້ປະທານາທິບໍດີລາອອກຈາກຕຳແໜ່ງ.

ຕາ​ຕະ​ລາງ​ທີ່​ຖືກ​ສົ່ງ​ໃຫ້ນັກ​ຂ່າ​ວ​ໄດ້​ອະ​ທິ​ບາຍແຜນ​ການສຳ​ລັບ ການ​ປະ​ທ້ວງ​ອີກ​ອາ
ທິດນຶ່ງ ແລະ ໄດ້ລະບຸວ່າພວກປະທ້ວງຈະເດີນຂະບວນໄປເມືອງ ເປຊີອົງວິລ
(Petionville) ແລະ ໄປຕໍ່ເມືອງ ເປເລແຣັງ, ເຂດຊານເມືອງທີ່ຮັ່ງມີ ບ່ອນອາໄສຢູ່
ສ່ວນຕົວຂອງປະທະນາທິບໍດີ ໂຈເວີແນລ ມົວເຊ ຕັ້ງຢູ່. ເຂົາເຈົ້າຍັງມີແຜນທີ່ຈະຍ່າງ
ໄປເມືອງ ເປກຸຍວິລ, ເຊິ່ງແມ່ນເຂດຊານເມືອງທີ່ຮັ່ງມີອີກແຫ່ງນຶ່ງ, ບ່ອນທີ່ອະດີດປະ
ທານາທິບໍດີ ມິແຊລ ມາກແຕລລີ ມີເຮືອນຢູ່ນັ້ນ.

ການ​ປະ​ທ້ວງ​ສິບ​ວັນເຊິ່ງ​ມີ​ຫົວ​ຂໍ້ “ການ​ປະ​ຕິ​ບັດ​ການ ມາດ​ຕະ​ການ​ສຸກ​ເສີນ” ໄດ້​ສົ່ງ
ຜົນໃຫ້ມີຜູ້ເສຍຊີວິດຫຼາຍຄົນ, ແລະ ຊັບສິນໄດ້ຮັບຄວາມເສຍຫາຍ. ພວກປະທ້ວງ
ໄດ້ຮຽກຮ້ອງໃຫ້ປະທານາທິບໍດີ ລາອອກຈາກຕຳແໜ່ງຍ້ອນລັດຖະບານຂອງທ່ານ
ຂາດຄວາມໂປ່ງໃສ, ສໍ້ລາດບັງຫຼວງ ແລະ ການປົກຄອງທີ່ບໍ່ມີປະສິດທິຜົນ. ເຂົາເຈົ້າ
ຍັງຕິຕຽນກ່ຽວກັບ ການຂຶ້ນລາຄາຕ່າງໆຢ່າງວ່ອງໄວ ແລະ ເງິນເຟີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG