ນາຍົກລັດຖະມົນຕີເຮຕີ ໄດ້ລາອອກຈາກຕຳແໜ່ງ ຫຼັງຈາກມີ
ການປະທ້ວງຕໍ່ຕ້ານລັດຖະບານ ຢ່າງຮຸນແຮງ ຫລາຍໆບັ້ນ.
ໃນຄຳຖະແຫລງເມື່ອຕອນເຊົ້າຂອງວັນອາທິດມື້ນີ້ ທ່ານ
Laurent Lamothe ກ່າວວ່າ ທ່ານອອກຈາກຕຳແໜ່ງໄປ
“ພ້ອມກັບ ຄວາມຮູ້ສຶກ ແຫ່ງຜົນສຳເລັດ.”
ພວກປະທ້ວງ ໄດ້ຮຽກຮ້ອງໃຫ້ ທັງປະທານາທິບໍດີ Michel
Martelly ແລະທ່ານ Lamothe ລາອອກຈາກຕຳແໜ່ງ.
ທ່ານ Martelly ໄດ້ມີແຜນທີ່ຈະຈັດການເລືອກຕັ້ງຂຶ້ນໃນປີ
2011 ແຕ່ ໄດ້ເລື່ອນການເລືອກຕັ້ງນັ້ນອອກໄປ ຍ້ອນວ່າ ມີການຕົກລົງກັນບໍ່ໄດ້ ກ່ຽວກັບ ກົດໝາຍການເລືອກຕັ້ງ.
ບັນດານັກການເມືອງຝ່າຍຄ້ານ ກ່າວຫາ ປະທານາທິບໍດີ Martelly ວ່າ ຢາກປົກຄອງ
ປະເທດດ້ວຍດຳລັດ ແລະ ວ່າກົດໝາຍທີ່ອະນຸມັດ ຈັດການເລືອກຕັ້ງຂຶ້ນນັ້ນ ເຂົ້າຂ້າງ
ລັດຖະບານ ຢ່າງບໍ່ຍຸດຕິທຳ.
ນະຄອນຫລວງ Port-au-Prince ໄດ້ປະສົບກັບການປະທ້ວງທີ່ຮຸນແຮງ ໃນຈຳນວນ
ຫລາຍຂຶ້ນໃນ 2-3 ອາທິດຜ່ານມານີ້. ຊາຍຄົນນຶ່ງຖືກຂ້າຕາຍ ໃນການປະທ້ວງເມື່ອວັນ
ເສົາວານນີ້.
ຄະນະກຳມະການທີ່ປຶກສາ ທີ່ປະທານາທິບໍດີ ຈັດຕັ້ງຂຶ້ນມາ ເພື່ອໃຫ້ ແກ້ໄຂສະພາບການ
ບໍ່ໄປບໍ່ມານັ້ນ ໄດ້ແນະນຳ ເມື່ອອາທິດແລ້ວນີ້ ໃຫ້ທ່ານ Lamothe ລາອອກ.
ທາງຄະນະກຳມະການດັ່ງກ່າວຍັງໄດ້ແນະນຳໃຫ້ ຍຸບສະພາເລືອກຕັ້ງຂອງເຮຕີ ແລະໃຫ້
ປ່ອຍພວກນັກໂທດການເມືອງ.