ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ເຮຕີ ກ່າວໃນຄຳປາໄສ ຕໍ່ປະຊາຊົນ ວ່າ ‘ຂ້າພະເຈົ້າ ໄດ້ຍິນ ພວກເຈົ້າ’


ທ່ານ ໂຈເວີແນລ ມົວເຊ, ໃນເວລານັ້ນ ເປັນຜູ້ລົງສະໝັກ ເປັນປະທານາທິບໍດີ ຈາກພັກການເມືອງ PHTK, ກ່າວໃນລະຫວ່າງ ການໃຫ້ສຳພາດ ກັບ ອົງການຂ່າວ AFP ໃນນະຄອນຫຼວງ ປອກໂອແປຣັງ, ວັນທີ 6 ກັນຍາ 2016.
ທ່ານ ໂຈເວີແນລ ມົວເຊ, ໃນເວລານັ້ນ ເປັນຜູ້ລົງສະໝັກ ເປັນປະທານາທິບໍດີ ຈາກພັກການເມືອງ PHTK, ກ່າວໃນລະຫວ່າງ ການໃຫ້ສຳພາດ ກັບ ອົງການຂ່າວ AFP ໃນນະຄອນຫຼວງ ປອກໂອແປຣັງ, ວັນທີ 6 ກັນຍາ 2016.

ປະທານາທິບໍດີ ເຮຕີ ທ່ານ ໂຈເວີແນລ ມົວເຊ ອົດມິດງຽບຢູ່ບໍ່ໄຫວ ຫຼັງຈາກເກີດການ
ປະທ້ວງຮ້າຍແຮງ ເປັນເວລາ 8 ວັນ ຊຶ່ງໃນຊ່ວງເວລານັ້ນ ພວກປະທ້ວງຮຽກຮ້ອງໃຫ້
ທ່ານລາອອກຈາກຕຳແໜ່ງ.

“ຂ້າພະເຈົ້າ ໄດ້ຍິນພວກເຈົ້າ” ທ່ານ ມົວເຊ ໄດ້ກ່າວໄປ ໃນຄຳປາໄສ ຕໍ່ປະເທດຊາດ
ເມື່ອຕອນແລງ ທີ່ໄດ້ອອກ​ອາ​ກາດທາງ ສະຖານີໂທລະພາບ ແຫ່ງ ຊາດ TNH ແລະ
ໄດ້ຖ່າຍທອດສົດ ຜ່ານທາງເ​ຟສບຸກ ນຳດ້ວຍ.

“ຂ້າພະເຈົ້າ ຈະບໍ່ມີວັນທໍລະຍົດແກ່ພວກເຈົ້າ. ພວກເຈົ້າແມ່ນເຫດຜົນ ທີ່ຂ້າພະເຈົ້າ
ລົງສະໝັກເປັນປະທານາທິບໍດີ. ຂ້າພະເຈົ້າ ກຳລັງເຮັດວຽກໃຫ້ແກ່ພວກເຈົ້າ”
ທ່ານ
ມົວເຊ ໄດ້ກ່າວປະຕິຍານໄປ ໂດຍເຕືອນພົນລະເມືອງຜູ້ດ້ອຍໂອ ກາດທີ່ສຸດທັງຫຼາຍ
ຄືກັບພວກເຂົາເຈົ້ານັ້ນ ທ່ານເອງ ກໍມາຈາກຈຸດເລີ້ມຕົ້ນທີ່ ຂາດເຂີນເຊັ່ນກັນ.

ທ່ານ ມົວເຊ ໄດ້ຖືກຕຳໜິຕິຕຽນຢ່າງກວ້າງຂວາງ ໂດຍບັນດານັກການເມືອງ ແລະພົນ
ລະເມືອງ ເຊັ່ນກັນ ກ່ຽວກັບ ການບໍ່ອອກມາຮັບມື ກັບການຮຽກຮ້ອງ ຕ່າງໆຂອງປະຊາ
ຊົນ ຢ່າງເປີດເຜີຍ. ທ່ານ ຍັງໄດ້ຖືກໃສ່ຮ້າຍປ້າຍສີ ຕໍ່ລັດ ຖະບານທ່ານ ຍ້ອນຂາດ
ຄວາມໂປ່ງໃສ ແລະປະສິດທິພາບ.

ພວກປະທ້ວງແຕກໜີ ໃນຂະນະທີ່ ຕຳຫຼວດ ເຮຕີ ເປີດສາກຍິງເຂົ້າໃສ່ ໃນລະຫວ່າງປະທະກັນ ຢູ່ໃນໃຈກາງ ນະຄອນຫຼວງ ປອງໂອແປຣັງ, ວັນທີ 13 ກຸມພາ 2019.
ພວກປະທ້ວງແຕກໜີ ໃນຂະນະທີ່ ຕຳຫຼວດ ເຮຕີ ເປີດສາກຍິງເຂົ້າໃສ່ ໃນລະຫວ່າງປະທະກັນ ຢູ່ໃນໃຈກາງ ນະຄອນຫຼວງ ປອງໂອແປຣັງ, ວັນທີ 13 ກຸມພາ 2019.

ພວກປະທ້ວງທົ່ວປະເທດ ໄດ້ຕ້ອງຕິ ລາຄາທັງຫຼາຍທີ່ສູງຂຶ້ນເລື້ອຍໆ ພາວະ ເງິນເຟີ
ທີ່ສູງຂຶ້ນ​ຢ່າງ​ຫຼວງ​ຫຼາຍ ແລະການສໍ້ລາດບັງຫຼວງຊຶ່ງໄດ້ນຳໄປສູ່ສະພາບການເປັນຢູ່
ທີ່ຊຸດໂຊມລົງ ສຳລັບປະຊາຊົນຫຼາຍຄົນ.

ທ່ານ ມົວເຊ ຊອກສະແຫວງຫາທາງ ຜ່ອນຄາຍຄວາມເຄັ່ງຕຶງ ໂດຍກ່າວວ່າ ທ່ານເຂົ້າ
ອົກເຂົ້າໃຈ ຄວາມຫຍຸ້ງຍາກ ທີ່ນຳມາຊຶ່ງການປະທ້ວງຂະໜາດໃຫຍ່. ຄວາມກ້າວໜ້າ
ແມ່ນຕ້ອງໃຊ້ເວລາ ໂດຍສະເພາະ ສຳລັບປະເທດທີ່ທຸກຍາກທີ່ສຸດ ໃນຊີກຕາເວັນຕົກ
ຂອງໂລກ.

ທ່ານປະທານາທິບໍດີ ໄດ້ປະກາດວ່າ ທ່ານ ໄດ້ເອົາຫຼາຍມາດຕະການຕິດຕໍ່ກັນ ເພື່ອ
ເຮັດໃຫ້ຊີວິດການເປັນຢູ່ ດີຂຶ້ນກວ່າເກົ່າ ສຳລັບຊາວເຮຕີ ແລະໄດ້ຂໍຮ້ອງນາຍົກລັດ
ຖະມົນຕີ ທ່ານ ຊອນ ອອງຣີ ເຊອານຕ໌ ໃຫ້ອອກ​ປະ​ກາດພວກມາດຕະການດັ່ງກ່າວ
ແລະຈັດຕັ້ງປະຕິບັດ ໃນທັນທີ.

“ວິກິດການນີ້ ທີ່ພວກເຮົາກຳລັງປະເຊີນຢູ່ ແມ່ນຮ້າຍແຮງທີ່ສຸດ” ທ່ານ ມົວເຊ ໄດ້
ກ່າວໄປ. ທ່ານກ່າວອີກວ່າ “ພວກຄົນທີ່ພາກັນລົງສູ່ຖະໜົນສາຍຕ່າງງ ໃນເດືອນ
ກໍລະກົດ ປີ 2018 ເພື່ອຮຽກຮ້ອງໃຫ້ ມີການປ່ຽນແປງ. ຂ້າພະເຈົ້າ ໄດ້ຍິນພວກ
ເຈົ້າ. ຍ້ອນອັນນັ້ນ ຂ້າພະເຈົ້າຈຶ່ງໄດ້ເລືອກເອົາຄູ່ແຂ່ງໃນການເລືອກຕັ້ງ ຄື ຜູ້
ອະນຸມັດທາງດ້ານກົດໝາຍ ທ່ານ ຊອນ ອອງຣີ ເຊອານຕ໌ ໃຫ້ເປັນ ນາຍົກລັດ
ຖະມົນຕີ ຂອງຂ້າພະເຈົ້າ. ຫ້າເດືອນຕໍ່ມາ ວິກິດການນັ້ນ ໄດ້ທະວີ ຄວາມຮຸນແຮງ
ຂຶ້ນ ແລະ ມັນໄດ້ເປັນໄພຂົ່ມຂູ່ຕໍ່ພື້ນຖານຂອງປະເທດຊາດນີ້.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG