ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ປະທານາທິບໍດີ ເກາະເຮຕີ ລົງຈາກ ການດຳລົງ ຕຳແໜ່ງ ໂດຍບໍ່ມີ ຜູ້ສືບທອດ


ປະທານາທິບໍດີ ເຮຕີ ທີ່ພົ້ນຈາກການດຳລົງຕຳແໜ່ງທ່ານ Michel Martelly ສັ່ງລາຜູ້ສະໜັບສະໜູນ ກ່ອນເຂົ້າໄປ
ໃນລົດຂອງທ່ານ ຢູ່ນອກຕຶກຂອງສະພາແຫ່ງຊາດໃນ ນະຄອນ
ຫຼວງ Port-au-Prince, ເກາະເຮີຕີ. 7 ກຸມພາ, 2016.
ປະທານາທິບໍດີ ເຮຕີ ທີ່ພົ້ນຈາກການດຳລົງຕຳແໜ່ງທ່ານ Michel Martelly ສັ່ງລາຜູ້ສະໜັບສະໜູນ ກ່ອນເຂົ້າໄປ ໃນລົດຂອງທ່ານ ຢູ່ນອກຕຶກຂອງສະພາແຫ່ງຊາດໃນ ນະຄອນ ຫຼວງ Port-au-Prince, ເກາະເຮີຕີ. 7 ກຸມພາ, 2016.

ປະທານາທິບໍດີ ຂອງເກາະເຮຕິ ໄດ້ລົງຈາກຕຳແໜ່ງ.

ທ່ານ Michel Martelly ໄດ້ລົງຈາກຕຳແໜ່ງໃນວັນອາທິດວານນີ້ ຕາມທີ່ ລັດຖະທຳມະນູນຂອງເຮຕິ ໄດ້ບັນຍັດໄວ້.

ນາຍົກລັດຖະມົນຕີ ທ່ານ Evans Paul ແມ່ນຮັກສາການເປັນຜູ້ ນຳຊົ່ວຄາວ ຈົນກວ່າ ຈະມີການຄັດເລືອກປະທານາທິບໍດີ ສະເພາະ ການໂດຍລັດຖະສະພາ ໃນສອງສາມມື້ຂ້າງໜ້ານີ້.

ການລົງຄະແນນສຽງ ເພື່ອເລືອກເອົາປະທານາທິບໍດີ ຂັ້ນຊີ້ຂາດ ໄດ້ຖືກໂຈະມາແລ້ວ ສອງຄັ້ງ ແລະໄດ້ຖືກກຳນົດໃຫ້ມີຂຶ້ນໃນວັນທີ 24 ເດືອນເມສາຈະມາເຖິງນີ້. ຜູ້ທີ່ໄດ້ຮັບໄຊຊະນະ ແມ່ນຈະເຂົ້າຮັບຕຳແໜ່ງໃນເດືອນພຶດ ສະພາ.

ການລົງຈາກຕຳແໜ່ງຂອງທ່ານ Martelly ໄດ້ມີຂຶ້ນ ໃນອັນທີ່ເປັນມື້ທຳອິດ ທີ່ໄດ້ຖືກກຳນົດໄວ້ ຂອງການສະເຫຼີມສະຫຼອງ Carnival ປະຈຳປີ ຂອງນະຄອນຫຼວງ Port-au-Prince ໄລຍະ ສາມມື້.

ເຖິງຢ່າງໃດກໍຕາມ ທາງການຂອງເຮຕິ ໄດ້ຍົກເລີກງານບຸນຕ່າງໆດັ່ງກ່າວ ໃນວັນອາທິດວານ ນີ້ຍ້ອນການປະທະກັນດ້ວຍຄວາມຮຸນແຮງ ທ່າມກາງ ຄວາມບໍ່ແນ່ນອນທາງດ້ານກາງເມືອງ ນັ້ນ.

ບັນດານັກວິເຄາະ ກ່າວວ່າ ຄວາມວຸ້ນວາຍທາງດ້ານການເມືອງ ທີ່ມີຢູ່ຕໍ່ມາ ໄດ້ເຮັດໃຫ້ການ ລົງທຶນຈາກຕ່່າງປະເທດ ທໍ້ຖອຍໃຈ ຊຶ່ງປະເທດຕ້ອງການຢ່າງຍິ່ງ ໃນປະເທດທີ່ມີປະຊາກອນ ເກືອບ 10 ລ້ານຄົນ ທີ່ເປັນປະເທດທຸກຍາກທີ່ສຸດຢູ່ແລ້ວ ຢູ່ໃນຊີກໂລກຕາເວັນຕົກ.

XS
SM
MD
LG