ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາເຈົ້າໜ້າທີ່ຂອງເຮຕີ ກ່າວວ່າ ສະມາຊິກຂອງໜ່ວຍສັງຫານ 17 ຄົນ ທີ່ກ່ຽວຂ້ອງໃນການສັງຫານປະທານາທິບໍດີ ໄດ້ຖືກກັກຂັງ


ພວກຄົນອອກມາປະທ້ວງຕໍ່ຕ້ານການລອບສັງຫານປະທານາທິບໍດີຂອງເຮຕີ ທ່ານໂຈເວີແນລ ມວາເຊ ຢູ່ໃກ້ໆກັບກົມຕຳຫຼວດ ຂອງເຂດເປຊົງ ວີລ ໃນນະຄອນຫຼວງ ປອກ ໂອ-ແປຣງສ໌ ຂອງເຮຕີ, ວັນພະຫັດ ທີ 8 ກໍລະກົດ 2021.
ພວກຄົນອອກມາປະທ້ວງຕໍ່ຕ້ານການລອບສັງຫານປະທານາທິບໍດີຂອງເຮຕີ ທ່ານໂຈເວີແນລ ມວາເຊ ຢູ່ໃກ້ໆກັບກົມຕຳຫຼວດ ຂອງເຂດເປຊົງ ວີລ ໃນນະຄອນຫຼວງ ປອກ ໂອ-ແປຣງສ໌ ຂອງເຮຕີ, ວັນພະຫັດ ທີ 8 ກໍລະກົດ 2021.

ຫຼາຍກວ່າສິບສອງຄົນໄດ້ຖືກຄວບຄຸມຕົວ ໃນການລອບສັງຫານປະທານາທິບໍດີເຮຕີ ທ່ານໂຈເວີແນລ ມວາເຊ ອີງຕາມການກ່າວ ຂອງບັນດາເຈົ້າໜ້າທີ່ ເມື່ອຕອນແລງວັນພະຫັດວານນີ້.

ເຈົ້າໜ້າທີ່ເຮຕີ ໄດ້ອະທິບາຍວ່າ ເປັນກຸ່ມໜ່ວຍສັງຫານຕິດອາວຸດຄົບຊຸດ ຈຳ ນວນ 28 ຄົນ ທີ່ເອີ້ນວ່າ “ທະຫານຮັບຈ້າງ” ຊຶ່ງປະກອບດ້ວຍຊາວໂຄລອມເບຍ 26 ຄົນ ແລະຊາວອາເມຣິກັນເຊື້ອສາຍເຮຕີ 2 ຄົນ ຜູ້ທີ່ກ່ຽວຂ້ອງ ໃນການສັງຫານທ່ານມວາເຊ ອາຍຸ 53 ປີ ຢູ່ທີ່ບ້ານພັກສ່ວນຕົວຂອງທ່ານ ໃນເຂດຊານເມືອງທີ່ຮັ່ງມີຂອງນະຄອນຫຼວງ ປອກ ໂອ-ແປຣງສ໌ ກ່ອນເຊົ້າໝືດໃນວັນພຸດຜ່ານມານີ້.

ຜູ້ບັນຊາການກອງກຳລັງຕຳຫຼວດແຫ່ງຊາດຂອງປະເທດເຮຕີ ທ່ານເລອອນ ຊາລສ໌ ໄດ້ກ່າວໃນວັນພະຫັດວານນີ້ ວ່າ ພວກຜູ້ຊາຍ 17 ຄົນ ໄດ້ຖືກກັກຂັງ ພ້ອມກັບພົນລະເມືອງອາເມຣິກັນ 2 ຄົນ ແລະຊາວໂຄລອມເບຍ 15 ຄົນ.

ທ່ານຊາລສ໌ ໄດ້ກ່າວວ່າ ຜູ້ຕ້ອງສົງໄສສາມຄົນ ໄດ້ຖືກຍິງຕາຍ ແລະອີກແປດຄົນຍັງຫລົບໜີຢູ່. ກ່ອນໜ້ານີ້ຕຳຫຼວດໄດ້ກ່າວວ່າ ຜູ້ຕ້ອງສົງໄສສີ່ຄົນໄດ້ຖືກຍິງຕາຍ. ທັງທ່ານຊາລສ໌ ຫຼື ບັນດາເຈົ້າໜ້າທີ່ຕຳຫຼວດ ຄົນໃດ ບໍ່ສາມາດອະທິບາຍເຖິງຄວາມແຕກຕ່າງກັນນັ້ນ.

ທ່ານຊາລສ໌ ໄດ້ກ່າວວ່າ “ການຕາມລ່າພວກທະຫານຮັບຈ້າງທັງຫຼາຍຍັງສືບຕໍ່ໄປ ຊະຕາກຳຂອງພວກເຂົາແມ່ນໄດ້ຖືກກຳນົດໄວ້ແລ້ວ ກໍຄື ພວກເຂົາຈະຖືກຂ້າຕາຍໃນການຕໍ່ສູ້ ຫຼື ຈະຖືກຈັບກຸມ.”

ໃນຕອນເຊົ້າຂອງວັນສຸກມື້ນີ້ ໄຕ້ຫວັນ ໄດ້ເປີດເຜີຍຖະແຫລງການສະບັບນຶ່ງ ທີ່ກ່າວວ່າ ຜູ້ຕ້ອງສົງໄສ 11 ຄົນ ຖືກຈັບໄດ້ຢູ່ພາຍໃນພື້ນທີ່ ຂອງສະຖານທູດ ປະຈຳນະຄອນຫຼວງປອກ ໂອ-ແປຣງສ໌ ຫຼັງຈາກທີ່ພວກເຂົາໄດ້ພະຍາຍາມຫລົບໜີຕຳຫຼວດ.

ຖະແຫລງການຂອງສະຖານທູດໄຕ້ຫວັນ ໄດ້ກ່າວວ່າ “ຕຳຫຼວດໄດ້ເລີ້ມປະຕິບັດການ ເມື່ອປະມານເວລາບ່າຍ 4 ໂມງ ຂອງວັນພະຫັດ ແລະສາມາດຈັບກຸມຜູ້ຕ້ອງສົງໄສໄດ້ 11 ຄົນ.”

ທ່ານມາຕີອາສ໌ ປີແອຣ໌ ລັດຖະມົນຕີຮັບຜິດຊອບການເລືອກຕັ້ງຂອງເຮຕີ ໃນວັນພະຫັດວານນີ້ ໄດ້ລະບຸໂຕ ຊາວອາເມຣິກັນເຊື້ອສາຍເຮຕີ ຄື ທ້າວເຈມສ໌ ໂຊລາຈສ໌ ອາຍຸ 35 ປີ ແລະທ້າວໂຈເຊັບ ວິນເສັນ ອາຍຸ 55 ປີ.

ກະຊວງການຕ່າງປະເທດສະຫະລັດ ບໍ່ທັງໄດ້ໃຫ້ການຢືນຢັນຕໍ່ລາຍງານຕ່າງໆ ທີ່ວ່າ ພົນລະເມືອງຂອງສະຫະລັດສອງຄົນ ແມ່ນໄດ້ຖືກຄຸມຂັງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG