ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮຕີ ຍິນດີຮັບຂໍ້ສະເໜີຂອງ ເຄັນຢາ ເພື່ອເປັນຜູ້ນໍາກອງກໍາລັງປະສົມນານາຊາດ


ແຟ້ມຮູບ-ກອງກໍາລັງຮັກສາຄວາມໝັ້ນຄົງ ຖືກສົ່ງອອກໄປປະຕິບັດງານໃນບໍລີເວນນະຄອນຫຼວງປອກໂອແປຣັງ, ເຮຕີ, ວັນທີ 17 ຕຸລາ 2021.
ແຟ້ມຮູບ-ກອງກໍາລັງຮັກສາຄວາມໝັ້ນຄົງ ຖືກສົ່ງອອກໄປປະຕິບັດງານໃນບໍລີເວນນະຄອນຫຼວງປອກໂອແປຣັງ, ເຮຕີ, ວັນທີ 17 ຕຸລາ 2021.

ເຮຕີ ໄດ້​ສະ​ແດງ​ຄວາມຍິນດີ “ກັບຄວາມສົນໃຈ​ຢ່າງຫຼວງຫຼາຍ” ຕໍ່​ຂໍ້​ສະ​ເໜີ​ຂອງ ເຄັນຢາ ເພື່ອນໍາພາກອງກໍາລັງປະສົມນານາຊາດເຂົ້າມາເສີມ​ຂະ​ຫຍາຍການ​ຮັກ​ສາ​ຄວາມ​ປອດ​ໄພຢູ່ໃນປະເທດຂົງເຂດທະເລຄາຣີບບຽນ ທີ່ຖືກ​ທຳ​ລາຍ​ໂດຍຄວາມຮຸນແຮງແຫ່ງນີ້.

“ເຮຕີ ມີຄວາມຮູ້ບຸນຄຸນຕໍ່ການສະແດງເຖິງຄວາມສາມັກຄີຂອງຊາວອາຟຣິກາ,” ອີງຕາມຖະແຫຼງການຈາກລັດຖະມົນຕີການຕ່າງປະເທດ ທ່ານ ຊັອງ ວິກເຕີ້ ຈີນຽສ (Jean Victor Geneus) ທີ່ກ່າວໃນວັນອາທິດວານນີ້, “ແລະຫວັງວ່າ ຈະໄດ້ໃຫ້ການຕ້ອນຮັບຕໍ່ພາລະກິດການປະເມີນງານ ທີ່ຖືກສະເໜີໂດຍ ເຄັນຢາ ໃນຕໍ່ໜ້ານີ້.”

ເຄັນຢາ ໄດ້ປະກາດໃນວັນເສົາແລ້ວນີ້ວ່າ ພວກເຂົາໄດ້ກະກຽມທີ່ຈະສົ່ງເຈົ້າ ໜ້າທີ່ຕໍາຫຼວດ 1,000 ຄົນ ອອກມາປະຕິບັດງານເພື່ອຊ່ວຍຝຶກຊ້ອມ ແລະ ສະໜັບສະໜຸນຄູ່ຮ່ວມພາຄີຂອງພວກເຂົາ ເພື່ອຕໍ່ສູ້ກັບແກັງຫົວຮຸນແຮງ ທີ່ໄດ້ຄວບຄຸມພື້ນ​ທີ່​ສ່ວນ​ໃຫຍ່​ຂອງນະຄອນຫຼວງ ປອກໂອແປຣັງ.

“ເຄັນຢາ ຍອມຮັບທີ່ຈະພິຈາລະນາໃນທາງບວກ ເພື່ອນໍາພາກອງກໍາລັງປະສົມ ນານາຊາດໄປເຮຕີ,” ອີງຕາມການກ່າວຢູ່ໃນຖະແຫຼງການຂອງ ເຄັນຢາ, ເຊິ່ງໂພສໂດຍລັດຖະມົນຕີການຕ່າງປະເທດ ທ່ານ ອາລເຟຣດ ມູທົວ (Alfred Mutua).

ການປະຕິບັດງານທີ່ນໍາໂດຍ ເຄັນຢາ ຈໍາເປັນຈະຕ້ອງມີຄໍາສັ່ງຈາກສະພາ ຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ, ເຊັ່ນດຽວກັບການເຫັນດີຈາກບັນ ດາເຈົ້າໜ້າທີ່ຢູ່ໃນທ້ອງຖິ່ນອີກດ້ວຍ.

ສະພາໄດ້ຂໍເລຂາທິການໃຫຍ່ ທ່ານແອນໂທນີໂອ ກູເຕເຣສ ເພື່ອສະແດງບົດ ລາຍງານກ່ຽວກັບຄວາມເປັນໄປໄດ້ສໍາລັບທາງເລືອກແກ່ ເຮຕີ ໃນກາງເດືອນ ສິງຫານີ້, ເຊິ່ງລວມເຖິງພາລະກິດທີ່ນໍາໜ້າໂດຍອົງການສະຫະປະຊາຊາດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG