ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການປຸກລະດົມ ​ໃຫ້ສັກຢາ ກັນ​ໂຣກອະຫິວາ ໃນ Haiti ເລີ່ມແລ້ວ


Haiti Cholera
please wait
Embed

No media source currently available

0:00 0:01:44 0:00

Haiti ໄດ້ເລີ່ມການປຸກລະດົມ ການ​ໃຫ້ສັກຢາກັນ​ໂຣກອະຫິວາ ໃນຫຼາຍໆ​ເຂດຂອງປະ ເທດ ທີ່ປະເຊີນກັບໄພພິບັດຈາກເຮຣິເຄນ Matthew.

ການປຸກລະດົມ ຊຶ່ງໄດ້ເລີ່ມຂຶ້ນ ໃນວັນອັງຄານຜ່ານມານີ້ ແມ່ນຄາດກັນວ່າຈະເປັນການ ປຸກລະດົມທີ່ໃຫຍ່ທີ່ສຸດ ທີ່ຕັ້ງເປົ້າໄວ້ ໃນປະລິມານ 820 ພັນຄົນ.

ໄດ້ມີປະມານ 3 ພັນ 5 ຮ້ອຍ ກໍລະນີ ທີ່ສົງໄສວ່າ ປ່ວຍຍ້ອນພະຍາດ​ທີ່​ມາ​ນຳນ້ຳ ດັ່ງກ່າວ ນັບຕັ້ງແຕ່ ໄດ້​ເກີດລົມພາຍຸທີ່​ມີ​ຄວາມ​ແຮງລະດັບ 4 ພັດ​ເຂົ້າປະທະຂົງເຂດ ໃນພາກຕາ ເວັນຕົກສຽງໃຕ້ ຂອງ Haiti ໃນເດືອນແລ້ວນີ້ ຊຶ່ງນີ້ມັນໄດ້ສ້າງ​ເງື່ອນ​ໄຂສຳລັບການ​ແຜ່ ​ລະບາດ​ຂອງໂຣກອະຫິວາ ຫືໂຣກທ້ອງຂີ້ຮາກ ໂດຍການທຳລາຍນ້ຳ ແລະບັງຄັບໃຫ້ຜູ້ ຄົນທີ່ສູນເສຍບ້ານເຮືອນຂອງພວກເຂົາເຈົ້າ ໃຫ້ໄປຢູ່ຮວມກັນກັບຝູງຊົນ ຈຳນວນຫຼວງ ຫຼາຍໃນສະຖານທີ່ອາໄສຊົ່ວຄາວ. ລັດຖະບານກ່າວວ່າພາຍຸທີ່ວ່ານີ້ ໄດ້​ເອົາຊີວິດຜູ້ຄົນ ໄປ 546 ຄົນ ແລ້ວ.

Haiti ໄດ້ຮັບ​ມືກັບການລະບາດຂອງໂຣກອະຫິວາ ນັບຕັ້ງແຕ່ປີ 2010 ​ເປັນຕົ້ນມາ​ເວລາ
ທີ່​ເຊື້ອ​ພະຍາດ​ດັ່ງກ່າວ ຖືກນຳເຂົ້າໄປໃນປະເທດໂດຍພວກເຈົ້າໜ້າຮັກສາ​ສັນຕິ​ພາບ ຂອງອົງການສະຫະປະຊາຊາດ. ນັບຕັ້ງແຕ່ນັ້ນມາ ໂຣກດັ່ງກ່າວ ໄດ້ພາໃຫ້ຜູ້ຄົນປ່ວຍ ຫຼາຍກວ່າ 800 ພັນຄົນ ແລະເສຍຊີວິດປະມານ 9 ພັນຄົນ.

ການປຸກລະດົມວ່ານີ້ ຈະເປັນຂີດ​ໝາຍຄັ້ງທຳອິດ ທີ່ຈະສັກຢາວັກຊີນກັນ​ອະຫິວາ​
ພຽງແຕ່ໂດດ​ດຽວ ຊຶ່ງຕາມປົກກະຕິແລ້ວ ການສັກຢາໃຫ້ວັກຊີນທີ່ວ່ານີ້ຕ້ອງແມ່ນ
2 ​ໂດດ.

ແຕ່ວ່າ ການລິເລີ່ມໃນຂັ້ນຕົ້ນກ່ອນໜ້ານີ້ ໄດ້ຖືກຈັດຂຶ້ນໂດຍກຸ່ມອົງການ​ແພດບໍ່ມີພົມ
ແດນ ໃນຊູດານໃຕ້ ພົບເຫັນວ່າ ການສັກຢາວັກຊີນກັນ​ອະຫິວາ​ພຽງ​ແຕ່ໂດດ​ດຽວ​ນັ້ນ ສະແດງໃຫ້ເຫັນວ່າ ໄດ້ຮັບຜົນດີຢ່າງໃຫຍ່ຫຼວງ ທີ່ຈະກະຕຸ້ນພູມຕ້ານທານ ອີງຕາມ ການສຶກສາ ທີ່ຕີພິມເຜີຍແຜ່ ໃນວາລະສານການແພດ Lancet ​ໃນເດືອນພະຈິກນີ້.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG