ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາຍົກລັດຖະມົນຕີ ເຮຕີ ລາອອກຈາກຕຳແໜ່ງ ຍ້ອນບັນຫາ ລາຄານໍ້າມັນ ແລະ ຄວາມຮຸນແຮງ


ນາຍົກລັດຖະມົນຕີ ແຈັກ ກີ ລາຟົງຕັງ ສະແດງທ່າທີໃນລະຫວ່າງ
ກອງປະຊຸມກັບບັນດາສະມາຊິກສະພາແຫ່ງຊາດ ໃນນະຄອນ
ຫຼວງ ປອກ ໂອແປຣັງ. 14 ກໍລະກົດ, 2018.
ນາຍົກລັດຖະມົນຕີ ແຈັກ ກີ ລາຟົງຕັງ ສະແດງທ່າທີໃນລະຫວ່າງ ກອງປະຊຸມກັບບັນດາສະມາຊິກສະພາແຫ່ງຊາດ ໃນນະຄອນ ຫຼວງ ປອກ ໂອແປຣັງ. 14 ກໍລະກົດ, 2018.

ນາຍົກລັດຖະມົນຕີ ເຮຕີ ໄດ້ລາອອກໃນວັນເສົາວານນີ້ ລຸນຫຼັງການປະທ້ວງເປັນເວລາ
ຫຼາຍມື້ ຍ້ອນແຜນການຂຶ້ນລາຄານໍ້າມັນເຊື້ອໄຟຂອງລັດຖະບານ.

ທ່ານ ແຈັກ ກີ ລາຟົງຕັງ ໄດ້ປະກາດໃຫ້ຊາບ ຢູ່ໃນສະພາຕໍ່າຂອງ ເຮຕີ ວ່າ “ຂ້າພະ
ເຈົ້າໄດ້ຍື່ນຄຳຮ້ອງລາອອກ ຕໍ່ປະທານາທິບໍດີຂອງສາທາລະນະລັດ,” ທັງໄດ້ເນັ້ນຢໍ້າ
ວ່າ ທ່ານປະທານາທິບໍດີ ໄດ້ຮັບເອົາຄຳຮ້ອງຂອງທ່ານແລ້ວ.

ປະເທດ ເຮຕີ ໄດ້ຕົກຢູ່ໃນສະພາບປັ່ນປ່ວນ ຕັ້ງແຕ່ສັບປະດາແລ້ວນີ້ເປັນຕົ້ນມາ ເວລາ
ລັດຖະບານປະກາດແຜນການວ່າ ຈະຂຶ້ນລາຄານໍ້າມັນແອັດຊັງ ລາຄານໍ້າມັນກາຊວນ
ແລະ ນໍ້າມັນກາດ ຢ່າງໃຫຍ່.

ຄຳປະກາດດັ່ງກ່າວ ໄດ້ນຳໄປສູ່ການຈະລາຈົນ ທີ່ກໍ່ໃຫ້ເກີດການເສຍຊີວິດຢ່າງໜ້ອຍ
ສີ່ຄົນ.

ໃນທີ່ສຸດ ລັດຖະບານ ກໍໄດ້ລະງັບຄວາມວຸ້ນວາຍດັ່ງກ່າວລົງ ໂດຍການຍົກເລີກແຜນ
ການຂຶ້ນລາຄານໍ້າມັນ ແຕ່ແລ້ວຄວາມໂອລາຫົນທາງດ້ານການເມືອງ ກໍຍັງໄດ້ສົ່ງຜົນ
ໃຫ້ມີການລົງຄະແນນສຽງຄວາມບໍ່ໄວ້ວາງໃຈໃນວັນເສົາວານນີ້ ຢູ່ໃນສະພາຕໍ່າ.

ສ່ວນ ສະຫະລັດ ກໍແມ່ນໄດ້ອອກຄໍາເຕືອນວ່າ “ບໍ່ໃຫ້ເດີນທາງໄປມາ” ແກ່ຄົນສັນຊາດ
ອາເມຣິກັນ ຍ້ອນວາມປັ່ນປ່ວນຢູ່ໃນປະເທດເຮຕີ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG