ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮຕີ ລະລຶກເຖິງ ວັນຄົບຮອບ 3 ປີ ໃນເຫດ ແຜ່ນດິນໄຫວ


ພວກເດັກນ້ອຍເຮຕີຈຸນຶ່ງ ພາກັນນັ່ງຢູ່ເທິງຫຼັງຄາເຮືອນ ທີ່ໄດ້ຮັບຄວາມເສຍຫາຍ ຈາກແຜ່ນດິນໄຫວໃນປີ 2010 ຊຶ່ງຕັ້ງຢູ່ຕໍ່ໜ້າສູນ ທີ່ພວກເຂົາເຈົ້າອາໄສຢູ່ ໃນເວລານີ້ ທີ່ນະຄອນຫຼວງ Port-au-Prince (9 ມັງກອນ 2013)
ພວກເດັກນ້ອຍເຮຕີຈຸນຶ່ງ ພາກັນນັ່ງຢູ່ເທິງຫຼັງຄາເຮືອນ ທີ່ໄດ້ຮັບຄວາມເສຍຫາຍ ຈາກແຜ່ນດິນໄຫວໃນປີ 2010 ຊຶ່ງຕັ້ງຢູ່ຕໍ່ໜ້າສູນ ທີ່ພວກເຂົາເຈົ້າອາໄສຢູ່ ໃນເວລານີ້ ທີ່ນະຄອນຫຼວງ Port-au-Prince (9 ມັງກອນ 2013)
ເຮຕີລະລຶກເຖິງວັນຄົບຮອບ 3 ປີ ໃນການເກີດແຜ່ນດິນໄຫວທີ່ມີ
ຄວາມແຮງ 7.0 ທີ່ເຮັດໃຫ້ມີຜູ້ເສຍຊີວິດຫຼາຍຮ້ອຍພັນຄົນ ແລະ
ລ້ານກວ່າຄົນ ບໍ່ມີບ່ອນພັກພາອາໄສ.

ໃນຂະນະທີ່ພວກເຈົ້າໜ້າທີ່ແລະປະຊາຄົມຕ່າງໆໃນທົ່ວປະເທດ
ເຮຕີວາງແຜນທີ່ຈະຈັດພິທີແບບບໍ່ໃຫຍ່ໂຕຂຶ້ນໃນວັນເສົາມື້ນີ້ ປະ
ຊາຊົນຫຼາຍສິບພັນຄົນ ຍັງສືບຕໍ່ພາກັນອາໄສຢູ່ຕາມສູນຊົ່ວຄາວ
ແຫ່ງຕ່າງໆທີ່ເປື້ອນເປິໃນທົ່ວນະຄອນຫຼວງ Port-Au-Prince.

ການດຳເນີນຄວາມພະຍາຍາມ ເພື່ອບູລະນະສ້າງສາເຂດທີ່ປະ
ສົບໄພ ໄດ້ດຳເນີນໄປຢ່າງຊ້າໆ ຍ້ອນລັດຖະບານທີ່ເປັນອຳມະ
ພາດ ໂຄງລ່າງພື້ນຖານ ທີ່ມີຢູ່ຢ່າງບໍ່ພຽງພໍ ຂອງເຮຕີ ແລະສາ
ເຫດອື່ນໆອີກ ເຊັ່ນວ່າໄພແຫ້ງແລ້ງ ລົມພາຍຸເຂດຮ້ອນ Isaac
ແລະລົມພາຍຸ Sandy ໃນປີກາຍນີ້. ບໍ່ຮອດເຄິ່ງນຶ່ງຂອງເງິນຈຳນວນຫຼາຍພັນລ້ານໂດລາ ທີ່ ປະເທດແລະອົງການຕ່າງໆໃຫ້ຄຳໝັ້ນສັນຍາໄວ້ນັ້ນ ໄດ້ນຳໄປມອບໃຫ້ແລະກໍແຈກຈ່າຍໄປ ແລ້ວ.

ກ່ຽວຂ້ອງກັນ

XS
SM
MD
LG